ການຢັ່ງຫາງສຽງສຳຫລວດທາງດ້ານການເມືອງຄັ້ງໃໝ່ ໃນ
ສະຫະລັດ ສະແດງໃຫ້ເຫັນວ່າ ມະຫາເສດຖີອະສັງຫາລິມະ
ຊັບ ທ່ານ Donald Trump ໄດ້ມີ ຄະແນນສຽງເພີ້ມຂຶ້ນ ໃນການ
ນຳໜ້າໝູ່ ສຳລັບການແຂ່ງຂັນທີ່ໜາແໜ້ນ ໃນປີ 2016 ເພື່ອໃຫ້
ໄດ້ຮັບການແຕ່ງຕັ້ງ ເປັນຜູ້ຕາງໜ້າ ສະໝັກເປັນປະທານາທິບໍດີ
ຂອງພັກຣີພັບບລິກກັນ.
ການຢັ່ງຫາງສຽງ ໃນວັນພະຫັດໂດຍມະຫາວິທະຍາໄລ Quinຊ
nipiac ສະແດງໃຫ້ເຫັນວ່າ ຜູ້ນຳການເມືອງທີ່ມາໃໝ່ ໄດ້ຮັບການ
ສະໜັບສະໜຸນ 28 ເປີເຊັນ ຈາກບັນດາຜູ້ມີສະດປ່ອນບັດພັກຣີ
ພັບລລິກັນ. ທ່ານໄດ້ຄອງຕຳແໜ່ງສຸດຍອດຢ່າງງ່າຍດາຍ ແລະ
ບັນດາຜູ້ທ້າທາຍທີ່ມີຄະແນນໃກ້ຄຽງທ່ານ ຂອງຈຳນວນຜູ້ ສະໝັກທັງໝົດ 17 ຄົນນັນ
ກໍໄດ້ແກ່ ອະດີດນາຍແພດຜ່າຕັດສະໝອງ ທ່ານ Ben Carsen ຊຶ່ງເປັນນັກການເມືອງ
ໃໝ່ອີກຄົນນຶ່ງທີ່ໄດ້ຄະແນນ 12 ເປີເຊັນໃນການສະໜັບສະໜຸນຈາກທົ່ວປະເທດ.
ການສຳຫລວດ ສະມາຊິກພັກພັກຣີພັບບລິກັນ 666 ຄົນ ສະແດງໃຫ້ເຫັນວ່າ 7 ເປີເຊັນ
ສະໜັບສະໜູນອະດີດຜູ້ປົກຄອງລັດ Florida ທ່ານ Jeb Bush ລູກຊາຍ ແລະນ້ອງຊາຍ
ຂອງອະດີດ ປະທານາທິບໍດີ ສະຫະລັດ ສະມາຊິກ ສະພາສູງ ລັດ Texas ທ່ານ Ted
Cruz ແລະ ສະມາຊິກ ສະພາສູງ ລັດ Florida ທ່ານ Marco Robio.
ເມື່ອໜຶ່ງເດືອນກ່ອນ ການຢັ່ງສຽງດຽວກັນນີ້ ສະແດງໃຫ້ເຫັນວ່າ ການສະໜັບສະໜູນ
ທ່ານ Trump ແມ່ນຢູ່ລະດັບ 20 ເປີເຊັນ. ຄະແນນສຽງທີ່ທ່ານໄດ້ຮັບ ໃນປັດຈຸບັນນີ້ເປັນ
ຄະແນນສຽງໃຫຍ່ທີ່ສຸດຂອງມະຫາວິທະຍາໄລ Quinnipiac ທີ່ໄດ້ບັນທຶກ ລະຫວ່າງຜູ້
ສະໝັກທີ່ໄດ້ຮັບຄະແນນຫລາຍເປັນອັນດັບໜຶ່ງ ແລະ ອັນດັບສອງ ໃນລະຫວ່າງການ
ສຳຫລວດຫລາຍໆຄັ້ງ ກ່ອນໜ້າການເລືອກຕັ້ງຂັນຕົ້ນ ແລະການປະຊຸມຄັດເລືອກຕ່າງໆ
ໃນປີໜ້າ.
ອະດີດລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ສືບຕໍ່ມີຄະແນນ
ນຳໜ້າຜູ້ສະໝັກເປັນປະທານາທິບໍດີພັກເດໂມແຄຣັດ ແຕ່ຄະແນນນຳໜ້າຂອງທ່ານນາງ
ພວມຫລຸດນ້ອຍລົງ ທ່າມກາງການສືບຕໍ່ມີຄຳຖາມ ກ່ຽວກັບໃຊ້ອີແມວລຂອງທ່ານນາງ ເວ
ລາທີ່ທ່ານນາງຍັງຮັບໃຊ້ຢູ່ໃນລັດຖະບານ. ທ່ານນາງ Clinton ໄດ້ໃຊ້ບັນຊີອີແມລ ແລະເຄຶ່ອງບໍລິການເຊີເວີ ສ່ວນໂຕໃນ ການເຮັດວຽກໃຫ້ລັດຖະບານ ເວລາທ່ານນາງໄດ້ເປັນ
ນັກການທູດສູງສຸດຂອງປະເທດ.