ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ສຳ​ຫຼວດ ​ພົບ​ວ່າ ຄົນ​ຜິວ​ຂາວ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຫຼາຍ​ຄົນ ຮູ້​ສຶກບໍ່​ຄັກ​ໃຈ ເມື່ອໄດ້​ຍິນ ​ຄົນ​ເວົ້າກັນ ໂດຍບໍ່​ໃຊ້​ພາ​ສາ​ອັງ​ກິດ


ໂຕ​ລາ ເປັນສັນ​ຍາ​ລັກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ແລະໂຕ​ຊ້າງ​ເປັນ​ສັນ​ຍາ​ລັກ​ຂອງ ​ພັກ​ຣີ​ພັບ​ບ​ລິ​ກັນ ທີ່​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ
ໂຕ​ລາ ເປັນສັນ​ຍາ​ລັກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ແລະໂຕ​ຊ້າງ​ເປັນ​ສັນ​ຍາ​ລັກ​ຂອງ ​ພັກ​ຣີ​ພັບ​ບ​ລິ​ກັນ ທີ່​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ

ການ​ຢັ່ງ​ຫາງ​ສຽງ​ໃໝ່​ຊີ້​ໃຫ້​ເຫັນ​ວ່າ 47 ເປີ​ເຊັນ​ຂອງ​ຄົນ​ຜິວ​ຂາວ ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນຢູ່​ໃນ​ສະ​ຫະ​ລັດ​ເວົ້າ​ວ່າ ມັນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກລຳ​ຄານ​ຢູ່ໃນ​ລະ​ດັບ​ໃດ​ນຶ່ງ ຫລື ລຳ​ຄານ​ຫລາຍ ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ຄົນ​ເວົ້າ​ພາ​ສາ​ອື່ນ ແທນ​ທີ່​ຈະ​ເປັນ​ພາ​ສາ​ອັງ​ກິດ ຢູ່​ໃນ​ສະ​ຖານ​ທີ່ຂອງ​ສາ​ທາ​ລະ​ນະ​ຊົນ.

ສະ​ຖິ​ຕິ​ດັ່ງ​ກ່າວໄດ້​ມາ​ຈາກ​ການ​ສຶກ​ສາ​ຄົ້ນ​ຄວ້າໃໝ່​ ຂອງ​ສູນ​ກາງ​ຄົ້ນ​ຄວ້າພີວ (Pew) ກ່ຽວ​ກັບ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຄົນ ​ຕໍ່​ຄວາມ​ຫລາກ​ຫລາຍ​ທາງ​ດ້ານຊົນ​ຊາດ​ ແລະຊົນ​ເຜົ່າ. ພວກ​ນັກ​ຊ່ຽວ​ຊານ​ໄດ້​ທຳ​ການ​ສຳ​ຫລວດ​ຄວາມ​ເຫັນ​ຂອງ​ຫລາຍ​ກວ່າ 6,600 ຄົນ ໂດຍ​ຜ່ານການ​ສຳ​ຫລວດ​ທີ່ດຳ​ເນີນ​ດ້ວຍ​ຕົວ​ເອງ ສຳ​ລັບ​ລາຍ​ງານ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ພຸດ​ວານນີ້.

ພວກ​ນັກ​ຄົ້ນ​ຄວ້າ​ພົບ​ວ່າ ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ມີ​ຄວາມ​ສະ​ດວກ​ໃຈກັບ​ການ​ໄດ້ຍິນຄົນ​ເວົ້າ​ພາ​ສາ​ຕ່າງ​ປະ​ເທດ​ ໃນລະ​ດັບສູງກວ່າພວກ​ສັງ​ກັດ​ພັກ​ຣີ​ພັບ​ ບ​ລິ​ກັນ. ເມື່ອ​ທຽບ​ໃສ່ 47 ເປີ​ເຊັນ​ຂອງພວກ​ສັງ​ກັດພັກ​ຣີ​ພັບ​ບ​ລິ​ກັນ ທີ່​ຈະ​ຮູ້​ສຶກ​ລຳ​ຄານ ​ຈາກ​ການ​ໄດ້​ຍິນ​ຄົນ​ເວົ້າ​ພາ​ສາ​ຕ່າງ​ປະ​ເທດນັ້ນ ກໍ​ມີ 18 ເປີ​ເຊັນ​ຂອງ​ພວກ​ສັງ​ກັດ​ພັກ​ໂມ​ແຄ​ຣັດ ເວົ້າ​ແບບ​ດຽວກັນ​ນັ້ນ ໂດຍບອກວ່າ​ເຂົາ​ເຈົ້າ​ຮູ້​ສຶກວ່າ ສະ​ພາບ​ການນັ້ນເຮັດ​ໃຫ້​ຮູ້​ສຶກບໍ່ຄັກ.

ພວກ​ທີ່​ຕອບ​ຄຳ​ຖາມໃນ​ການ​ສຳ​ຫລວດນີ້ ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ ​ຢູ່​ໃນ​ຂົງ​ເຂດອາ​ຍຸ ແລະ​ການ​ສຶກ​ສາ ພວກຕອບ​ຄຳ​ຖາມ​ທີ່ຍິ່ງ​ໜຸ່ມເທົ່າ​ໃດ ແລະ​ຍິ່ງມີ​ລະ​ດັບ​ການ​ສຶກ​ສາ​ສູງຂຶ້ນ​ເທົ່າ ກໍ​ຍິ່ງຈະ​ບອກວ່າ​ ພວກ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ສຶກສະ​ດວກ​ສະ​ບາຍ​ໃຈດີເມື່ອ​ຢູ່​ໃນ​ສະ​ພາບ​ທີ່​ມີ​ຄົນ​ເວົ້າ​ພາ​ສາ​ຕ່າງ​ປະ​ເທດ.

ຄົນ​ທີ່​ລະ​ບຸ​ຕົນ​ເອງວ່າ ເປັນ​ຄົນ​ຜິວ​ຂາວແມ່ນ​ຂ້ອນ​ຂ້າງວ່າຈະ​ຮູ້​ສຶກ​ລຳ​ຄານຈາກ​ການ​ໄດ້​ຍິນ​ຄົນ​ເວົ້າ​ພາ​ສາ​ຕ່າງ​ປະ​ເທດຫລາຍກວ່າ, ຕິດ​ຕາມ​ມາ​ດ້ວຍຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ, ຄົນ​ເອ​ເຊຍ, ແລະ ຄົນ​ເວົ້າ​ພາ​ສາ​ສະ​ເປນ ຫລື ຮິສເປ​ນິກ​ສ.

ສະ​ຫະ​ລັດ​ບໍ່​ມີ​ພາ​ສາ​ໃດ​ທີ່​ເປັນ​ທາງ​ການແຕ່​ວ່າ ຢູ່​ໃນ​ບາງ​ລັດ ກໍ​ໄດ້​ຮັບ​ຜ່ານ​ກົດ​ໝາຍ ທີ່​ເຮັດ​ໃຫ້​ພາ​ສາ​ອັງ​ກິດ​ ເປັນ​ພາ​ສາ​ທາງ​ການ​ຂອງ​ລັດ​ເຫລົ່າ​ນັ້ນ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG