ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ເຢຍຣະມັນ ຈະຫາລືກັນ ກ່ຽວກັບ ເລື້ອງສືບລັບ (ວີດີໂອ)

ທ່ານນາງ Angela Merkel (ທີ 4 ຈາກຊ້າຍ) ນາຍົກລັດຖະມົນຕີເຢຍຣະມັນ, ທ່ານ Francois Hollande (ທີ 2 ຈາກຊ້າຍ) ປະທານາທິບໍດີຝຣັ່ງ, ທ່ານ Dalia Grybauskaite (ທີ 3 ຈາກຊ້າຍ) ປະທານາທິບໍດີລິດທົວເນຍ,ທ່ານ Jose Manuel Barroso (ທີ 2 ຈາກຂວາ) ປະທານສະຫະພາບຢູໂຣບ, ທ່ານ Martin Schulz (ທີ 1 ຈາກຂວາ) ປະທານສະ ພາສະຫະພາບຢູໂຣບ

ທໍານຽບຂາວ ກ່າວວ່າ ເຈົ້າໜ້າທີ່ອະ​ວຸ​ໂສດ້ານຄວາມປອດ
ໄພຂອງສະະຫລັດ ແລະເຢຍຣະມັນຈະພົບປະກັນໃນບໍ່ເທົ່າ
ໃດມື້ຕໍ່ໜ້ານີ້ ເພື່ອສົນທະນາກ່ຽວກັບລາຍງານຂອງສື່ມວນ
ຊົນເຢຍຣະມັນທີ່ເວົ້າວ່າ ກິດຈະກໍາເຝົ້າຕິດຕາມຂອງສະຫະ
ລັດ ໄດ້ ແນເປົ້າໝາຍໃສ່ເຈົ້າໜ້າທີ່ສະຫະພາບຢູໂຣບ ຕາມ​
ທີ່​ມີ​ການ​ກ່າວ​ຫານັ້ນ.

ຂ່າວກ່ຽວກັບການພົບປະກັນດັ່ງກ່າວ ໄດ້ມີຂຶ້ນໃນວັນພຸດວານນີ້
ຢູ່ໃນຖະແຫລງ ການຂອງທໍານຽບຂາວ ທີ່ນຳ​ອອກເຜີຍແຜ່ບໍ່​
ເທົ່າ​ໃດ​ຊົ່ວ​ໂມງລຸນຫລັງທີ່ປະທານາທິ ບໍດີໂອບາມາ ແລະນາຍົກ
ລັດຖະມົນຕີເຢຍຣະມັນ ໄດ້ລົມກັນທາງໂທລະສັບ.

ຖະແຫລງການດັ່ງກ່າວເວົ້າວ່າ ທ່ານໂອບາມາໄດ້ຮັບປະກັນຕໍ່ຜູ້ນໍາຂອງເຢຍຣະມັນວ່າ
ກຸງວໍຊິງຕັນໄດ້ນໍາເອົາຄວາມເປັນຫ່ວງຂອງສະຫະພາບຢູໂຣບໄປພິຈາລະນາຢ່ງຈິງຈັງ. ຖະ​ແຫຼງການກ່າວຕື່ມວ່າ ຜູ້ນໍາທັງສອງຍັງໄດ້ຢືນຢັນອີກ​ເທື່ອ​ນຶ່ງ ເຖິງຄວາມສໍາຄັນຂອງ
ການຮ່ວມມືທາງດ້ານສືບລັບຢ່າງໃກ້ຊິດໃນ​ການ​ປາບປາມ ທັບມ້າງການກໍ່ການຮ້າຍ.

ບັນດາຜູ້ນຳ​ຂອງຢູໂຣບຫລາຍຄົນລວມທັງປະທານາທິບໍດີ Francois Hollande ຂອງ
ຝຣັ່ງ ແລະທ່ານ Martin Schulz ປະທານສະພາສະຫະພາບຢູໂຣບໄດ້ຕໍາ ໜິການກ່າວ
ຫານັ້ນຢ່າງແຮງທີ່ວ່າ ອົງການຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງສະຫະລັດ ໄດ້ຕິດ​ຕັ້ງ​ເຄື່ອງ
ລັກຟັງ​ໂທລະສັບ ໃສ່​ຫ້ອງການ​ຂອງສະຫະພາບຢູໂຣບ ຫລື EU ​ແລະສາມາດເຈາະ​ເຂົ້າ​
ໄປ​ເບິ່ງ​ຂໍ້ມູນຢູ່​ໃນ​ຕາ​ນໜ່າງຄອມ​ພິວ​ເຕີ​ພາຍ​ໃນຂອງ EU.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG