ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າສືບລັບ ສຫລ ຕິຕຽນ ຂ່າວຮົ່ວໄຫຼ ໃນໂຄງການເກັບກຳຂໍ້ມູນ (ວີດິໂອ)


ທ່ານ James R. Clapper, Jr. ຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ຂອງສະຫະລັດ.
ທ່ານ James R. Clapper, Jr. ຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ຂອງສະຫະລັດ.
ຫົວໜ້າອົງການສືບລັບຂອງສະຫະລັດ ໄດ້ຕຳໜິຕິຕຽນຢ່າງແຮງ ກ່ຽວກັບການຮົ່ວໄຫລຂອງເອກກະສານລັບສຸດຍອດ ທີ່ເຜີຍໃຫ້
ເຫັນວ່າ ລັດຖະບານເກັບກຳຂໍ້ມູນ ແບບໃດ ຈາກບັນທຶກໂທລະ
ສັບແລະການໃຊ້ອິນເຕີແນັດຂອງປະຊາຊົນ.

ທ່ານ James Clapper ຜູ້ອຳນວຍການ ອົງການສືບລັບແຫ່ງ
ຊາດຂອງສະຫະລັດ ເວົ້າວ່າ ການເປີດເຜີຍໃຫ້ຮູ້ ກ່ຽວກັບໂຄງ
ການດັ່ງກ່າວ ໂດຍທີ່ບໍ່ໄດ້ຮັບອະນຸຍາດນັ້ນແມ່ນເປັນທີ່ໜ້າປະ
ນາມທີ່ສຸດ ແລະຈະເຮັດໃຫ້ມັນເປັນການຍາກຍິ່ງຂຶ້ນສຳລັບສະ
ຫະລັດ ທີ່ຈະປ້ອງກັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ.

ການຖະແຫຼງແບບທີ່ບໍ່ຄ່ອຍໄດ້ເຫັນຂອງທ່ານ Clapper ໃນຕອນແລງຂອງມື້ວານນີ້
ມີຂຶ້ນ ຫຼັງຈາກໜັງສືພິມ Guardian ໄດ້ພິມເຜີຍແຜ່ໃນວັນພະຫັດວານນີ້ວ່າ ອົງການ
ຮັກສາຄວາມໝັ້ນຄົງແຫ່ງຊາດໄດ້ເກັບກຳ ບັນທຶກໂທລະສັບຂອງຊາວອາເມຣິກັນ ຫຼາຍໆລ້ານຄົນ.

ໃນເວລາຕໍ່ມາ ໜັງສືພິມ Guardian ພ້ອມກັບໜັງສືພິມ Washington Post ຕ່າງກໍ ລາຍງານກ່ຽວກັບໂຄງການລັບ ທີ່ກ່າວຫາວ່າ ອະນຸຍາດໃຫ້ອົງການ NSA ແລະອົງ
ການສັນຕິບານກາງ FBI ສາມາດເຂົ້າໄປກວດກາໄດ້ໂດຍກົງ ເບິ່ງຕາໜ່າງຂອງບໍລິສັດ ອິນເຕີແນັດ ທີ່ສຳຄັນໆ 9 ບໍລິສັດ.

ທ່ານ Clapper ເວົ້າວ່າ ລາຍງານກ່ຽວກັບໂຄງການເຫຼົ່ານີ້ ແມ່ນພາໃຫ້ມີການເຂົ້າໃຈ ຜິດ ບໍ່ຖືກຕ້ອງ ແລະກໍເປັນອັນຕະລາຍ.

ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້:

Civil Libertarians Rail Over Phone Records Seizure
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ
XS
SM
MD
LG