ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ຕໍ່ອາຍຸ ກົດໝາຍ ດັກຟັງໂທລະສັບ


ຕຶກສຳນັກງານ ອົງການຄວາມໝັ້ນຄົງແຫ່ງຊາດ/ສູນກາງບໍລິການ ດ້ານຄວາມປອດໄພ ທີ່ຄ້າຍ Fort Meade ໃນ Maryland.
ຕຶກສຳນັກງານ ອົງການຄວາມໝັ້ນຄົງແຫ່ງຊາດ/ສູນກາງບໍລິການ ດ້ານຄວາມປອດໄພ ທີ່ຄ້າຍ Fort Meade ໃນ Maryland.
ສະພາສູງສະຫະລັດໄດ້ໃຫ້ການອະນຸມັດດ້ວຍຄະແນນສຽງອັນ
ຖ້ວມລົ້ນ ໃນການຕໍ່ອາຍຸຕື່ມອີກ 5 ປີ ກົດໝາຍທີ່ອະນຸຍາດໃຫ້ ລັດຖະບານສາມາດດັກຟັງໂທລະສັບຂອງພົນລະເມືອງຕ່າງປະ ເທດໂດຍບໍ່ຕ້ອງໄດ້ຮັບໃບອະນຸຍາດ.

ຮ່າງກົດໝາຍຄວບຄຸມດູແລການສືບລັບຕ່າງປະເທດ ທີ່ທາງ
ສະພາຕໍ່າສະຫະລັດ ໄດ້ຮັບຮອງເອົາ ໃນຕົ້ນປີນີ້ ໄດ້ຜ່ານສະ
ພາສູງໃນມື້ວັນສຸກວານນີ້ ດ້ວຍຄະແນນສຽງ 73 ຕໍ່ 23 ໂດຍ ໄດ້ຮັບການສະໜັບສະໜຸນຢ່າງກວ້າງຂວາງຈາກທັງສອງພັກ
ການເມືອງ. ບັດນີ້ ຮ່າງກົດໝາຍດັ່ງກ່າວຈະຖືກສົ່ງໄປໃຫ້ປະ
ທານາທິບໍດີບາຣັກ ໂອບາມາ ລົງນາມ.

ກົດໝາຍສະບັບນີ້ ຊຶ່ງໄດ້ມີການຮັບຮອງເອົາເປັນເທື່ອທຳອິດ ຫຼັງຈາກການໂຈມຕີຂອງພວກກໍ່ການຮ້າຍ ໃນວັນທີ 11 ກັນຍາ ປີ 2001 ນັ້ນ ຍັງໄດ້ອະນຸ ຍາດໃຫ້ມີການເກັບກຳຂໍ້ມູນລັບຫຼືຂ່າວກອງຈາກຊາວອາເມຣິກັນ ເວລາເຂົາເຈົ້າຕິດຕໍ່ໄປ ຫາຊາວຕ່າງປະເທດທີ່ຖືກລະບຸໂດຍອົງການຮັກສາຄວາມປອດໄພວ່າອາດຈະເປັນຜູ້ຕ້ອງ ສົງໄສກ່ຽວກັບການກໍ່ການຮ້າຍ.

ກົດໝາຍສະບັບນີ້ ແມ່ນກວມທັງການໂທລະສັບໂອ້ລົມ ສົ່ງອີແມລ ຫຼືການສື່ສານ ທາງອີ ເລັກໂທຣນິກອື່ນໆ.

ພວກຕຳໜິຕິຕຽນ ຮວມທັງພວກສະໜັບສະໜຸນຄວາມເປັນສ່ວນຕົວນັ້ນ ໂຕ້ແຍ້ງວ່າ ກົດ ໝາຍສະບັບນີ້ອະນຸຍາດໃຫ້ລັດຖະບານໃຊ້ໄປໃນທາງທີ່ຜິດ ຍ້ອນວ່າພວກເຈົ້າໜ້າທີ່ສືບ
ສວນບໍ່ຈຳເປັນຕ້ອງໄດ້ຮັບການອະນຸມັດຈາກຝ່າຍຕຸລາການ ໃນການທີ່ຈະຕິດຕາມສອດ
ແນມ.

ກ່ຽວຂ້ອງກັນ

XS
SM
MD
LG