ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ປ. ໂບລີເວຍ ຖືກສັ່ງ ໃຫ້ລົງຈອດ ຢູ່ອັອສເຕຣຍ (ວີດິໂອ)


ເຮືອບິນຂອງທ່ານ Evo Morales ປະທານາທິບໍດີໂບລີເວຍ ຈອດຢູ່ສະໜາມບິນ Schwechat ນະຄອນວຽນນາ ຂອງປະເທດອັອສເຕຣຍ ໃນວັນທີ 3 ກໍລະກົດ 2013.
ເຮືອບິນຂອງທ່ານ Evo Morales ປະທານາທິບໍດີໂບລີເວຍ ຈອດຢູ່ສະໜາມບິນ Schwechat ນະຄອນວຽນນາ ຂອງປະເທດອັອສເຕຣຍ ໃນວັນທີ 3 ກໍລະກົດ 2013.
ທ່ານ Evo Morales ປະທານາທິບໍດີໂບລີເວຍຍັງຄ້າງຢູ່ປະ
ເທດອັອສເຕຣຍ ເປັນເວລາດົນກວ່າ 12 ຊົ່ວໂມງແລ້ວລຸນ
ຫລັງທີ່ເຮືອບິນຂອງທ່ານຖືກສັ່ງໃຫ້ລົງຈອດ ຍ້ອນສົງໄສວ່າ
ມີທ້າວ Edward Snowden ອະດີດພະນັກງານສັນຍາຈ້າງ ຂອງອົງການສືບລັດສະຫະລັດ ທີ່ກໍາລັງຫລົບລີ້ໜີກົດໝາຍ
ນັ້ນ ຢູ່ເທິງ ເຮືອບິນດັ່ງກ່າວ.

ພວກເຈົ້າໜ້າທີ່ເວົ້າວ່າທ້າວ Snowden ບໍ່ໄດ້ຢູ່ເທິງເຮືອ
ບິນ ທີ່ລົງຈອດຢູ່ອັອສເຕຣຍ ລຸນຫລັງທີ່ປະກົດວ່າຝຣັ່ງ
ແລະປອກຕຸຍການ ໄດ້ປະຕິເສດບໍ່ໃຫ້ມັນບິນ ຜ່ານເຂດ
ນ່ານຟ້າຂອງປະເທດທັງສອງ.

ທ່ານ David Choquehuanca ລັດຖະມົນຕີກະຊວງການຕ່າງປະເທດ ໂບລີເວຍເອີ້ນ
ການສົງໄສ ທີ່ຄິດວ່າທ້າວ Snowden ຢູ່ໃນເຮືອບິນນັ້ນ ເປັນເລື້ອງ “ຂີ້ຕົວະຢ່າງໃຫຍ່” ແລະວ່າ ການບັງຄັບໃຫ້ເຮືອບິນດັ່ງກ່າວ ລົງຈອດຢູ່ອັອສເຕຣຍນັ້ນ ເຮັດໃຫ້ຊີວິດຂອງ
ປະທານາທິບໍດີໂບລີເວຍ ຕົກຢູ່ໃນອັນຕະລາຍ. ທ່ານນາງ Cristina Kirchner ປະທາ
ນາທິບໍດີອາເຈັນຕິນາ ໄດ້ສົ່ງຂໍ້ຄວາມຜ່ານທາງ tweeter ວ່າທ່ານນາງໄດ້ຕິດຕໍ່ກັບທ່ານ Morales ໃນຂະນະທີ່ ທ່ານຕົກຄ້າງຢູ່ອັອສເຕຣຍ.

ທ່ານ Morales ກໍາລັງບິນກັບຄືນປະເທດ ລຸນຫລັງໄດ້ເຂົ້າຮ່ວມກອງປະຊຸມສຸດ ຍອດທີ່
ນະຄອນມົສກູ ບ່ອນທີ່ທ້າວ Snowden ໄດ້ຕົກຄ້າງຢູ່ ໃນເຂດລໍຖ້າຕໍ່ ເຮືອບິນສາກົນ ທີ່ສະໜາມບິນ Sheremetyevo ນັບແຕ່ລາວໄດ້ລົບໜີຈາກຮົງກົງໃນເວລາຫລາຍກວ່າ
1 ອາທິດຜ່ານມານັ້ນ. ທ່ານ Morales ເວົ້າວ່າ ທ່ານຈະພິຈາລະນາໃຫ້ທ້າວ Snowden
ລີ້ໄພ ຖ້າຫາກລາວຮ້ອງຂໍ.

ໂອກາດໃນການຂໍລີ້ໄພຂອງທ້າວ Snowden ແມ່ນຫລຸດໜ້ອຍລົງນັບມື້ ໂດຍ ທີ່ມີຢ່າງ
ໜ້ອຍ 19 ປະເທດ ທີ່ລາວໄດ້ຂໍໄປນັ້ນເວົ້າວ່າ ລາວບໍ່ສາມາດຂໍລີ້ໄພໄດ້ຈົນກວ່າວ່າລາວ
ຈະເຂົ້າໄປຢູ່ໃນດິນແດນຂອງປະເທດເຫລົ່ານັ້ນແລ້ວ ຫລືບໍ່ ກໍປະເສດລາວໃນທັນທີໂລດ.

ໃນວັນອັງຄານວານນີ້ ເຈົ້າໜ້າທີ່ຣັດເຊຍຄົນນຶ່ງກ່າວວ່າ ທ້າວ Snowden ໄດ້ຖອນຄຳ
ຮ້ອງຂໍລີ້ໄພໃນຣັດເຊຍ ຫລັງຈາກປະທານາທິບໍດີ Vladimir Putin ກ່າວວ່າ ລາວສາມາດ
ຢູ່ໃນຣັດເຊຍໄດ້ ກໍຕໍ່ເມື່ອລາວຢຸດເປີດເຜີຍຄວາມລັບທີ່ສຳຄັນໆ ຂອງໜ່ວຍສືບລັບສະຫະ
ລັດທໍ່ນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG