ກາງ ທີ່ບອກໃຫ້ບໍລິສັດທັງສາມມອບຂໍ້ມູນກ່ຽວກັບຜູ້ຊົມໃຊ້ ບໍລິການຂອງພວກເຂົາເຈົ້າແກ່ບັນດາອົງການສືບລັບຂອງ
ສະຫະລັດ.
ບໍລິສັດ Google, Facebook ແລະ Microsoft ເວົ້າວ່າ ພວກ
ເຂົາເຈົ້າຢາກໃຫ້ທຸກສິ່ງທຸກຢ່າງໂປ່ງໃສ ແລະດຳເນີນໄປຢ່າງ
ເປີດເຜີຍ. ຫົວໜ້າຝ່າຍກົດໝາຍຂອງບໍລິສັດ Google ກ່າວໃນ
ວັນອັງຄານວານນີ້ວ່າບໍລິສັດຂອງທ່ານ “ບໍ່ມີຫຍັງຕ້ອງປິດບັງ
ແລ້ວ.”
Google ກ່າວວ່າ ລາຍງານຂ່າວຂອງສື່ມວນຊົນທີ່ເວົ້າວ່າ ຕົນໄດ້ອະນຸຍາດໃຫ້ອົງການ ສືບລັບຕ່າງໆ ສາມາດເຂົ້າໄປກວດເບິ່ງຂໍ້ມູນກ່ຽວກັບລູກຄ້າຂອງຕົນຢ່າງບໍ່ມີຂອບເຂດຈໍາ ກັດນັ້ນແມ່ນບໍ່ມີຄວາມຈິງ. ບໍລິສັດດັ່ງກ່າວຍັງເວົ້າອີກວ່າ ລັດຖະບານອອກຄໍາສັ່ງໃຫ້ເຂົາ ເຈົ້າຮັກສາເລື່ອງເຫຼົ່ານີ້ໄວ້ເປັນຄວາມລັບນັ້ນ ມີແຕ່ຈະເຮັດໃຫ້ມີຂ່າວລື ແລະເປົ່າຂ່າວກັນ ຫລາຍຂຶ້ນ.
ອົງການຮັກສາຄວາມປອດໄພແຫ່ງຊາດ ຫລື NSA ຮັບຮູ້ຕໍ່ລາຍງານຂອງໜັງສືພິມ ກ່ຽວ ກັບຂ່າວຮົ່ວໄຫລທີ່ໂຄງການຂອງຕົນທີ່ເອີ້ນວ່າ PRISM ໄດ້ເກັບກໍາເອົາອີເມລແລະຂໍ້ມູນ ອື່ນໆ ຈາກບໍລິສັດອິນເຕີແນັດ.
ເບິ່ງວີດິໂອກ່ຽວກັບຂ່າວນີ້:
ສະຫະພັນດ້ານອິດເສລີພາບຂອງພົນລະເມືອງອາເມຣິກັນ ຫລື ACLU ໄດ້ຍື່ນຟ້ອງ ຢູ່ ສານລັດຖະບານກາງ ເພື່ອທ້າທາຍຕໍ່ຄວາມຖືກຕ້ອງຕາມລັດຖະທໍາມະນູນຂອງໂຄງການ ສືບລັບອົງການ NSA. ທ່ານ Alex Abdo ຈາກອົງການ ACLU ໄດ້ໃຫ້ເຫດຜົນວ່າ ການສືບລັບແມ່ນເປັນການລະເມີດຕໍ່ສິດເສລີພາບໃນການປາກເວົ້າ ແລະຄວາມລັບຂອງ ສ່ວນບຸກຄົນ.
ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງຂອງອົງການ NSA ໄດ້ເປີດ ເຜີຍຂ່າວ ກ່ຽວກັບໂຄງການ PRISM ແລະເລື້ອງທີ່ອົງການ NSA ເຝົ້າຕິດຕາມເບິ່ງ ການໂທລະສັບໂອ້ລົມກັນຂອງປະຊາຊົນ ໃຫ້ໜັງສືພິມ Guardian ແລະWashington Post.
ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້: