ຫົວໜ້າອົງການຮັກສາຄວາມປອດໄພແຫ່ງຊາດ ຫລື NSA
ຂອງສະຫະລັດຈະໃຊ້ເວລາເປັນມື້ທີສອງລຽນຕິດ ໃນວັນພະ
ຫັດມື້ນີ້ ເພື່ອໃຫ້ການຕໍ່ຄະນະກຳມະການລັດຖະສະພາ ກ່ຽວ
ກັບໂຄງການເຝົ້າຕິດຕາມການໃຊ້ໂທລະສັບແລະອິນເຕີແນັດ
ຂອງປະຊາຊົນ ທີ່ເປັນບັນຫາໂຕ້ແຍ້ງກັນນັ້ນ.
ນາຍພົນ Keith Alexander ຈະປະເຊີນກັບຄໍາຖາມຕ່າງໆ
ນາໆຈາກບັນດາສະມາຊິກ ຄະນະກໍາມະການສືບລັບຂອງ
ສະພາຕໍ່າ ກ່ຽວກັບການເປີດເຜີຍເມື່ອໄວໆມານີ້ ໃນການຕິດ
ຕາມກວດກາເບິ່ງການໃຊ້ໂທລະສັບແລະອິນເຕີແນັດຂອງປະ
ຊາຊົນ. ທ່ານ Robert Mueller ຫົວໜ້າອົງການສັນຕິບານກາງ
ຫລື FBI ກໍເບິ່ງຄືວ່າ ຈະຖືກຊັກຖາມຫຼາຍໆ ຢ່າງເຊັ່ນກັນ ເມື່ອທ່ານໄປປະກົດໂຕ ຢູ່ຕໍ່
ໜ້າຄະນະກໍາມະການດ້ານຕຸລາການຂອງສະ ພາຕໍ່າສະຫະລັດ.
ໃນການໃຫ້ການໃນວັນພຸດວານນີ້ ຕໍ່ໜ້າຄະນະກໍາມະການດ້ານຈັດສັນງົບປະມານຂອງ ສະພາສູງນັ້ນ ທ່ານ Alexander ເວົ້າວ່າ ອົງການຂອງທ່ານກໍາລັງສອບສວນເບິ່ງວ່າ ທ້າວ Edward Snowden ຊຶ່ງເປັນພະນັກງານສັນຍາຈ້າງທີ່ມີລະດັບການສຶກສາແລະ ປະສົບ
ການທີ່ຈໍາກັດນັ້ນໄດ້ຮັບອະນຸຍາດໃຫ້ເຂົ້າເຖິງລາຍລະອຽດອັນສໍາຄັນກ່ຽວກັບໂຄງການ
ແລະຫຼັງຈາກນັ້ນກໍເປີດເຜີຍຂໍ້ມູນເຫຼົ່ານີ້ ໃຫ້ແກ່ໜັງສືພິມສອງສະບັບ ໄດ້ແນວໃດ.
ເບິ່ງວີດິໂອກ່ຽວກັບຂ່າວນີ້:
ທ່ານ Alexander ສະແດງຄໍາເຫັນວ່າ “ຂ້າພະເຈົ້າມີຄວາມເປັນຫ່ວງຫຼາຍກ່ຽວກັບ
ການເຂົ້າເຖິງຂໍ້ມູນ ທີ່ລາວມີ ຊຶ່ງເປັນຂັ້ນຕອນທີ່ພວກເຮົາເຮັດ. ສິ່ງເຫລົ່ານັ້ນ
ເປັນສິ່ງທີ່ພວກເຮົາຕ້ອງໄດ້ເບິ່ງຄືນ ແລະແກ້ໄຂ.”
ແຕ່ທ່ານ Alexander ກໍໄດ້ກ່າວປ້ອງກັນໂຄງການເຝົ້າຕິດຕາມຂອງອົງການທ່ານວ່າ
ມັນໄດ້ທໍາລາຍ “ການກໍ່ການຮ້າຍຫລາຍໆສິບຄັ້ງ” ຢູ່ໃນສະຫະລັດ ແລະຢູ່ໃນປະເທດ
ອື່ນໆ ໃນໄລຍະຫລາຍປີຜ່ານມານີ້.
ການໃຫ້ການຂອງທ່ານ Alexander ໄດ້ມີຂຶ້ນພາຍຫລັງຈາກທ້າວ Snowden ອາຍຸ
29 ປີ ຊຶ່ງໃນປັດຈຸບັນ ອາໄສຢູ່ໃນສະຖານທີ່ປິດລັບແຫ່ງນຶ່ງ ໃນຮົງກົງ ໄດ້ກ່າວຕໍ່ໜັງສື
ພິມ South China Morning Post ວ່າ ລາວຈະຢູ່ໃນດິນແດນຈີນແຫ່ງນີ້ ແລະຕໍ່ສູ້
ກັບການດໍາເນີນຄວາມພະຍາຍາມໃດໆກໍຕາມ ທີ່ຢາກໃຫ້ສົ່ງຕົວລາວກັບຄືນມາຍັງສະ
ຫະລັດ ເພື່ອ ປະເຊີນກັບຂໍ້ກ່າວຫາກະທໍາຜິດດ້ານອາດຊະຍາກໍາທີ່ອາດມີຂຶ້ນນັ້ນ.
ລາວກ່າວຕໍ່ໜັງສືພິມດັ່ງກ່າວເຖິງເຈດຈໍານົງຂອງລາວວ່າ ຢາກຮ້ອງຂໍໃຫ້ສານ ແລະ ປະຊາຊົນຮົງກົງ ເປັນຜູ້ຕັດສິນກ່ຽວກັບຊະຕາກໍາຂອງລາວ.
ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້: