ທຳນຽບ ນາຍົກລັດຖະມົນຕີ Israel ທ່ານ Benjamin Netan-
yahu ໄດ້ກ່າວໃນວັນອັງ ຄານມື້ນີ້ວ່າ ທ່ານໄດ້ປະຕິເສດຕໍ່ການ
ພົບປະ ກັບປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ທີ່ວໍຊິງຕັນ ໃນທ້າຍເດືອນນີ້ ຍ້ອນທ່ານຢາກຫລີກເວັ້ນຈາກການ
ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນຂອງສະ
ຫະລັດ ທີ່ກຳລັງດຳເນີນຢູ່ໃນເວລານີ້.
ທຳນຽບຂາວ ໄດ້ກ່າວໃນວັນຈັນວານນີ້ວ່າ Israel ໄດ້ເລື່ອນ
ເວລາໃນການພົບປະອອກໄປເປັນວັນທີ 17 ຫຼືບໍ່ກໍວັນທີ 18
ມີນາ ທີ່ທາງລັດຖະບານຂອງທ່ານໂອບາມາ ໄດ້ຕົກລົງທີ່ຈະ
ພົບປະກັນ ບໍ່ວັນມື້ໃດກໍມື້ນຶ່ງໃນໄລຍະສອງວັນດັ່ງກ່າວ.
ໂຄສົກ ຂອງສະພາຄວາມໝັ້ນຄົງແຫ່ງຊາດ ທ່ານ Ned Price ໄດ້ກ່າວວ່າ “ພວກເຮົາຫວັງ
ວ່າ ຈະໄດ້ເປັນເຈົ້າພາບຈັດການພົບປະສອງຝ່າຍຂຶ້ນ. ພວກເຮົາກໍມີຄວາມແປກໃຈທີ່ໄດ້ຮູ້ຂ່າວເລື້ອງນີ້ ຜ່ານລາຍງານຂອງສື່ມວນຊົນ ທີ່ກ່າວວ່າ ນາຍົກລັດຖະມົນຕີ ແທນທີ່ຈະຮັບເອົາການເຊື້ອເຊີນຂອງພວກເຮົາ ທ່ານກັບເລືອກທີ່ຈະຍົກເລີກການພົບປະກັນຄັ້ງນີ້.”
ການເຄື່ອນໄຫວດັ່ງກ່າວ ມີຂຶ້ນໃນຂະນະທີ່ີທ່ານ Joe Biden
ຮອງປະທານາທິບໍດີສະຫະລັດ ຈະໄປຮອດ Israel ໃນແລງວັນ
ອັງຄານມື້ນີ້ ລະຫວ່າງການຢ້ຽມຢາມຫຼາຍໆປະເທດໃນພາກຕາ
ເວັນອອກກາງ. ທ່ານ Biden ຈະພົບປະກັບອະດີດປະທານາ
ທິບໍດີ Shimon Peres ໃນວັນອັງຄານມື້ນີ້ ແລະຈະພົບປະກັບ
ທ່ານ Benjamin Netanyahu ຕາມແຜນການທີ່ໄດ້ວາງໄວ້
ໃນວັນພຸດມື້ອື່ນນີ້.
ທ່ານ Biden ໄດ້ເລີ້ມການເດີນທາງຂອງທ່ານ ໃນວັນຈັນວານນີ້
ທີ່ປະເທດ ສະຫະລັດ Arab Emirates ບ່ອນທີ່ທ່ານຈະຢ້ຽມ
ຢາມພວກທະຫານອາກາດສະຫະລັດ ທີ່ໄດ້ໄປປະຈຳການຢູ່ຖານ
ທັບອາກາດ Al-Dhafra ແລະປະຕິຍານວ່າ ສະຫະລັດຈະ
“ບີບຄັ້ນພວກກຸ່ມລັດອິສລາມ ໃຫ້ພາຍແພ້ ແລະທຳລາຍພວກເຂົາ.” ທ່ານໄດ້ກ່າວເຖິງພວກຫົວຮຸນແຮງຂອງກຸ່ມລັດອິສລາມ ນັ້ນວ່າແມ່ນພວກ “ອາຊະຍາກອນແລະພວກຂີ້ຂາດ
ຕາຂາວ.”