ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ສະຫະລັດ ມີຄົນເສຍຊີວິດກາຍ 250,000 ຄົນແລ້ວ ໃນຂະນະທີ່ການຕິດເຊື້ອໃໝ່ ກຳລັງເພີ້ມຂຶ້ນ


ຊາວອາເມຣິກັນຄົນນຶ່ງ ໃສ່ໜ້າກາກ ທີ່ເປັນທຸງຊາດສະຫະລັດ ເພື່ອປ້ອງກັນໄວຣັສໂຄໂຣນາ.

ຢູ່ໃນສະຫະລັດ ມີຄົນເສຍຊີວິດຍ້ອນໄວຣັສໂຄໂຣນາກາຍ 250,000 ພັນຄົນແລ້ວ ໃນ
ເວລາທີ່ກໍລະນີຕິດເຊື້ອໃໝ່ ກຳລັງເພີ້ມຂຶ້ນຢູ່ຫຼາຍໆເຂດຂອງປະເທດ.

ນະຄອນນິວຢອກໃນວັນພຸດວານນີ້ໄດ້ປະກາດປິດລະບົບໂຮງຮຽນ ທີ່ເປັນລະບົບໂຮງ
ຮຽນໃຫຍ່ທີ່ສຸດຂອງປະເທດ ທີ່ມີການຕິດເຊື້ອໂຄວິດ-19 ໃນອັດຕາເກີນ 3 ເປີເຊັນເຈັດ
ມື້ຕິດຕໍ່ກັນ.

ເຈົ້າຄອງນະຄອນນິວຢອກ ທ່ານບິລ ເດີ ບລາຊິໂອ ຂຽນຢູ່ໃນທວິດເຕີວ່າ “ຕຶກໂຮງຮຽນ
ຫຼວງ ຈະປິດນັບແຕ່ມື້ອື່ນ ຄືວັນພະຫັດ ວັນທີ 19 ພະຈິກ ເພື່ອຄວາມ ລະມັດລະວັງ. ພວກ
ເຮົາຕ້ອງຕໍ່ສູ້ກັບຄື້ນຟອງທີສອງຂອງໂຄວິດ-19.”

ການເລີ້ມເຂົ້າມາເຂົ້າໂຮງຮຽນຂອງພວກເດັກນ້ອຍນັກຮຽນໃນນະຄອນນິວຢອກ ລະຫວ່າງ
ທ້າຍເດືອນກັນຍາ ແລະຕົ້ນເດືອນຕຸລາ ເວລາທີ່ອັດຕາການຕິດເຊື້ອ 7 ມື້ຕິດຕໍ່ກັນແມ່ນຕໍ່າກວ່າ 2 ເປີເຊັນ.

ສ່ວນຢູ່ບັນດາເມືອງອື່ນໆ ຮວມທັງບອສຕັນ ດີທຣອຍ ໄດ້ເຮັດການເຄື່ອນໄຫວ ຫວ່າງມໍ່ໆ
ມານີ້ ໂຈະບໍ່ໃຫ້ພວກນັກຮຽນເຂົ້າມາໂຮງຮຽນເຂົາເຈົ້າ.

ຢູ່ທົ່ວສະຫະລັດໄດ້ມີຫຼາຍກວ່າ 11 ລ້ານ 5 ແສນຄົນໄດ້ຮັບການຢືນຢັນວ່າຕິດເຊື້ອ ນັບ
ແຕ່ການເລີ້ມລະບາດໄດ້ເລີ້ມຂຶ້ນ.

ຄື້ນຟອງການຕິດເຊື້ອໃນປັດຈຸບັນກຳລັງເພີ້ມເຂົ້າໃສ່ໂຕເລກອັດຕາການຕິດເຊື້ອໂດຍ
ສະເລ່ຍເກືອບ 160,000 ກໍລະນີໃໝ່ໃນແຕ່ລະມື້ ລະຫວ່າງອາທິດທີ່ຜ່ານ ມານີ້. ນັ້ນຄື
ປະມານສາມເທົ່າໂຕເລກກໍລະນີໃໝ່ແຕ່ລະມື້ ຢູ່ໃນສະຫະລັດເມື່ອ ນຶ່ງເດືອນທີ່ຜ່ານມາ.
ຫຼາຍກວ່າ 1,100 ຄົນເສຍບີວິດ ຢູ່ໃນແຕ່ລະມື້.

ບັນດາພະນັກງານການແພດກຳລັງຮັບມື ກັບພວກຄົນເຈັບເຂົ້າໂຮງໝໍຍ້ອນໂຄ ວິດ-19
ສາຍໃໝ່ ຫຼາຍເປັນປະຫວັດການແບບບໍ່ເຄີຍມີມາກ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG