ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີຄົນຕິດພະຍາດໂຄວິດ-19 ເກີນ 10 ລ້ານຄົນແລ້ວ ຢູ່ໃນສະຫະລັດ


ຄົນຜູ້ນຶ່ງຖືກກວດຫາພະຍາດໂຄວິດ-19 ໃນຂະນະທີ່ຂັບລົດເຂົ້າກວດຢູ່ສະຖານທີ່ກວດພະຍາດໃນສູນຈັດໃຫ້ມີການກວດພະຍາດດັ່ງກ່າວໃນເມືອງ Bismarck, ລັດດາໂກຕາເໜືອ, ວັນທີ 26 ຕຸລາ, 2020
ຄົນຜູ້ນຶ່ງຖືກກວດຫາພະຍາດໂຄວິດ-19 ໃນຂະນະທີ່ຂັບລົດເຂົ້າກວດຢູ່ສະຖານທີ່ກວດພະຍາດໃນສູນຈັດໃຫ້ມີການກວດພະຍາດດັ່ງກ່າວໃນເມືອງ Bismarck, ລັດດາໂກຕາເໜືອ, ວັນທີ 26 ຕຸລາ, 2020

ສະຫະລັດໄດ້ມີຄົນເປັນພະຍາດໂຄວິດ-19 ເກີນກວ່າ 10 ລ້ານກໍລະນີແລ້ວ, ອີງຕາມຂໍ້ມູນທີ່ສັງລວມໂດຍມະຫາວິທະຍາໄລ ຈອນສ໌ ຮອບຄິນສ໌ (Johns Hopkins), ຍ້ອນວ່າປະເທດດັ່ງກ່າວມີການຕິດເຊື້ອເພີ່ມຂຶ້ນຢ່າງຮ້າຍແຮງກ່ວາຈຸດອື່ນໃດໝົດ ໃນການລະບາດຂອງພະຍາດນີ້ໃນໂລກ.

ໃນອາທິດທີ່ຜ່ານມາ, ສະຫະລັດອາເມລິກາໄດ້ມີກໍລະນີຄົນຕິດເຊື້ອລາຍໃໝ່ເພີ່ມຂຶ້ນສະເລ່ຍຫຼາຍກວ່າ 100,000 ຄົນຕໍ່ມື້, ເພີ່ມຂຶ້ນສອງເທົ່າຂອງການຕິດເຊື້ອໃນແຕ່ລະວັນຈາກ 1 ເດືອນກ່ອນ. ປະມານ 900 ຄົນ ກຳລັງເສຍຊີວິດໃນແຕ່ລະມື້.

ບັນດາລັດພາກຕາເວັນຕົກສຽງໃຕ້ແມ່ນໄດ້ຮັບຄວາມເດືອດຮ້ອນຫລາຍທີ່ສຸດ, ເຊິ່ງອັດຕາການເຂົ້າໂຮງໝໍໃນຂົງເຂດນັ້ນແມ່ນຮອດລະດັບສູງທີ່ສຸດ.

ທ່ານໂຈ ໄບເດັນຜູ້ທີ່ຄາດກັນວ່າຈະເປັນປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ນັ້ນ ໃນວັນຈັນວານນີ້ໄດ້ພົບປະສົນທະນາກັບຄະນະສະເພາະກິດດ້ານໄວຣັສໂຄໂຣນາ ໃນຂະນະທີ່ທ່ານມອງໄປໜ້າກ່ຽວກັບບາດກ້າວຕ່າງໆທີ່ລັດຖະບານຂອງທ່ານຈະປະຕິບັດເພື່ອຕໍ່ສູ້ກັບໂຣກລະບາດເມື່ອທີ່ທ່ານເຂົ້າຮັບຕຳແໜ່ງໃນເດືອນມັງກອນນີ້. ຫລັງຈາກກອງປະຊຸມແລ້ວ, ທ່ານກໍໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນ "ໃສ່ໜ້າກາກ" ເພື່ອຊ່ວຍຕໍ່ສູ້ກັບການແຜ່ລະບາດຂອງໄວຣັສໂຄໂຣນາ - "ບໍ່ວ່າທ່ານຈະລົງຄະແນນສຽງເລືອກເອົາໃຜກໍ່ຕາມ."

ທ່ານ ໄບເດັນ ກ່າວຊົມເຊີຍການປະກາດຂອງບໍລິສັດຜະລິດຢາໄຟເຊີ (Pfizer) ວ່າການທົດລອງຂັ້ນຕອນທ້າຍຂອງຢາວັກຊີນປ້ອງກັນໂຄວິດ-19 ທີ່ມີຄວາມເປັນໄປໄດ້ຂອງບໍລິສັດນັ້ນຊີ້ໃຫ້ເຫັນວ່າມັນມີປະສິດທິຜົນສູງ, ແຕ່ຢ່າງໃດກໍຕາມ, ທ່ານໄບເດັນກໍໄດ້ເຕືອນ ໃຫ້ລະມັດລະວັງວ່າຊາວອາເມຣິກັນຍັງປະເຊີນໜ້າກັບ “ລະດູໜາວທີ່ມືດມົນຢູ່.”

ບໍລິສັດໄຟເຊີ (Pfizer) ໄດ້ປະກາດໃນວັນຈັນວານນີ້ກ່ຽວກັບການທົດລອງວັກຊີນປ້ອງກັນໂຄວິດ-19 ທີ່ມີຄວາມເປັນໄປໄດ້ຂອງຕົນທີ່ຊີ້ໃຫ້ເຫັນວ່າມັນມີປະສິດທິຜົນສູງກວ່າ 90 ເປີເຊັນ, ເກີນຄວາມຄາດຫວັງແລະ ນຳເອົາຂ່າວດີໆທີ່ຫາຍາກມາສູ່ວຽກງານຕໍ່ສູ້ກັບໄວຣັສໂຄໂຣນາ.

ກ່າວຈາກບັນຊີທວີດເຕີ (Twitter) ຂອງເພິ່ນ, ປະທານາທິບໍດີສະຫະລັດທ່ານ ດໍໂນລ ທຣໍາ ເວົ້າວ່າກ່ຽວກັບປະສິດທິພາບ 90 ເປີເຊັນ ທີ່ລາຍງານມານັ້ນ, ໂດຍເອີ້ນມັນວ່າ “SUCH GREAT NEWS,” ຊຶ່ງແປວ່າ “ຈັ່ງແມ່ນເປັນຂ່າວດີຫລາຍເນາະ” ແລະວ່າ ຕະຫຼາດຫຸ້ນແມ່ນ “ຖີບຕົວສູງຂຶ້ນ”.

ຮອງປະທານາທິບໍດີ ໄມຄ໌ ເພັນສ໌, ຜູ້ທີ່ໄດ້ນຳພາການຮັບມືກັບໄວຣັສໂຄໂຣນາຂອງຄະນະລັດຖະບານປະຈຸບັນ, ກຳ ລັງມີການປະຊຸມກັບຄະນະປະຕິບັດງານຂອງທ່ານໃນວັນຈັນນີ້ເປັນເທື່ອທຳອິດນັບຕັ້ງແຕ່ວັນທີ 20 ຕຸລາເປັນຕົ້ນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG