ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຈະສົ່ງ ນັກຊ່ຽວຊານ ໄປຊ່ອຍຮັບມື ກັບເຊື້ອໄວຣັສ ອີໂບລາ ຢູ່ອາຟຣິກາ (ວີດີໂອ/ສະໄລດ໌)


ນັກວິທະຍາສາດແຍກ ແຊລຂອງເລືອດ ທີ່ຫ້ອງທົດລອງ
ເພື່ອຢາກຮູຈັກວ່າມີ ເຊື້ອໄວຣັສອີໂບລາ ຫຼືບໍ ຢູ່ຫ້ອງທົດລອງ ເຄື່ອນທີ່ຂອງຢູໂຣບ ທີ່ເມືອງ Gueckedou ປະເທດ Guinea.
ນັກວິທະຍາສາດແຍກ ແຊລຂອງເລືອດ ທີ່ຫ້ອງທົດລອງ ເພື່ອຢາກຮູຈັກວ່າມີ ເຊື້ອໄວຣັສອີໂບລາ ຫຼືບໍ ຢູ່ຫ້ອງທົດລອງ ເຄື່ອນທີ່ຂອງຢູໂຣບ ທີ່ເມືອງ Gueckedou ປະເທດ Guinea.

ສູນ​ກາງ​ຄວບ​ຄຸມພະ​ຍາດ​ຂອງ​ສະຫະລັດ ຈະ​ສົ່ງນັກ​ຊ່ຽວຊານ​ດ້ານ
​ສາທາລະນະ​ສຸກ 50 ຄົນ ​ໄປ​ຊ່ອຍ​ 3 ປະ​ເທດ​ໃນ​ພາກຕາເວັນ​ຕົກ
​ຂອງ​ທະວີບອາ​ຟຣິກາ ​ຄວບ​ຄຸມ​ການລະບາດ​ຂອງ​ເຊື້ອ​ໄວຣັສ
Ebola ທີ່​ເປັນ​ອັນຕະລາຍ​ເຖິງ​ຕາຍ​ນັ້ນ.

ພວກ​ນັກ​ຊ່ຽວຊານ​ເຫຼົ່າ​ນີ້​ ມີ​ໝາຍ​ກຳນົດ​ຈະ​ເດີນທາງ​ໄປ​ຮອດ ​ກີ​ນີ
Sierra Leone ​ແລະ​ໄລ​ບີ​ເຣຍ ພາຍ​ໃນ​ທ້າຍ​ເດືອນ​ນີ້.

​ໃນ​ສັບປະດາ​ແລ້ວ​ນີ້ ອົງການ​ອະນາ​ໄມ​ໂລກ​ປະກາດ​ແຜນການ
​ພາວະສຸກ​ເສີນ ​ທີ່​ຈະໃຊ້​ເງິນ 100 ລ້ານ​ດອນ​ລ່າ ຊ່ວຍ​ເຫລືອ 3 ປະ​ເທດ​ທີ່​ຖືກກະທົບ
ທີ່​ຮວມທັງ​ເຮັດ​ໃຫ້ມາດ​ຕະການ​ຄວບ​ຄຸມ​ແລະ​ຮັບ​ມື​ກັບ​ເຊື້ອໄວຣັສດັ່ງ​ກ່າວແຂງ​ແຮງ​ຂຶ້ນ. ​
ໂຄສົກ​ປະຈຳ​ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ຈະມີ​ຄວາມຕ້ອງການ​ພວກ​ນັກ
​ຊ່ຽວຊານ​ ປະມານ 600 ຄົນ ​ເພື່ອ​ດຳ​ເນີນ​ແຜນການ​ດັ່ງກ່າວ.

ebola4august14
please wait
Embed

No media source currently available

0:00 0:01:50 0:00

ພວກ​ອາສາ​ສະໝັກ ​ຈຳນວນ​ຫຼາຍ​ກວ່າ 2 ພັນ​ຄົນ​ ຈາກ​ສະຫະພັນ​ສະພາກາ​ແດງ​ ໄດ້​ປະຕິງານຢູ່​ໃນທັງ 3 ປະ​ເທດ ມາຕັ້ງແຕ່ເຊື້ອ​ໄວຣັສອີ​ໂບລາ ​ໄດ້​ເລີ້ມ​ລະບາດ​ຂຶ້ນ.

​ໃນ​ຂະນະ​ດຽວ​ກັນ ທ່ານໝໍ​ອະ​ເມຣິກັນ​ຄົນ​ນຶ່ງ ​ທີ່​ຕິດ​ເຊື້ອ​ໄວຣັສດັ່ງກ່າວ​ ໃນ​ຂະນະ​ທີ່​ທຳ
ການ​ປິ່ນປົວ​ພວກ​ຄົນ​ເຈັບ​ທີ່​ຕິດ​ເຊື້ອ​ອີ​ໂບລາ ຢູ່ໃນ​ໄລ​ບີ​ເຣຍນັ້ນ ​ໄດ້​ເດີນທາງ​ກັບ​ຄືນມາ
ຮອດ​ສະຫະລັດ​ແລ້ວ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແລະ​ເວລາ​ນີ້ ​ກຳລັງ​ໄດ້​ຮັບ​ການ​ປິ່ນປົວ ​ແບບ​ແຍກ​ຢູ່​ໂດດດ່ຽວ​ທີ່​ໂຮງໝໍຂອງ​ມະຫາ​ວິທະຍາ​ໄລ Emory ທີ່​ນະຄອນ Atlanta ລັດ Georgia. ຜູ້​ເຜີຍ​ແຜ່​ສາສະໜາ​ຊາວອະ​ເມຣິກັນ​ອີກ​ຄົນ​ນຶ່ງ ທີ່​ໄດ້​ຕິດ​ເຊື້ອ​ໄວຣັສດັ່ງກ່າວ​ເຊັ່ນ​ກັນທີ່​ໄລ​ບີ​ເຣຍ ກໍຄາດ​ວ່າ​ຈະ​ເດີນທາງ​ກັບ​ຄືນ​ມາ​ຮອດສະຫະລັດ​ ໃນ​ວັນ​ອັງຄານ​ມື້​ອື່ນ.

XS
SM
MD
LG