ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າສາທາລະນະສຸກ ສະຫະລັດ ເຕືອນວ່າ ໂຣກລະບາດ ແມ່ນຍັງບໍ່ຈົບເທື່ອ


ນາງເບຣັນດາ ວາກາສ ອາຍຸ 14 ປີ ສັກຢາວັກຊີນກັນ COVID-19 ຂອງ Pfizer ຈາກພະຍາບານ ອີອອນ ວໍເກີ ຢູ່ຄລີນິກເຄື່ອນທີ່ ທີ່ຖືກຈັດຂຶ້ນໂດຍອົງການ Mothers in Action ແລະຖືກຄວບຄຸມໂດຍ ຫ້ອງການສາທາລະນະສຸກ ເມືອງ ລອສ ແອນເຈີລິສ .16 ກໍລະກົດ, 2021 ໃນນະຄອນ ລອສ ແອນເຈີລິສ, ລັດຄາລິຟໍເນຍ.
ນາງເບຣັນດາ ວາກາສ ອາຍຸ 14 ປີ ສັກຢາວັກຊີນກັນ COVID-19 ຂອງ Pfizer ຈາກພະຍາບານ ອີອອນ ວໍເກີ ຢູ່ຄລີນິກເຄື່ອນທີ່ ທີ່ຖືກຈັດຂຶ້ນໂດຍອົງການ Mothers in Action ແລະຖືກຄວບຄຸມໂດຍ ຫ້ອງການສາທາລະນະສຸກ ເມືອງ ລອສ ແອນເຈີລິສ .16 ກໍລະກົດ, 2021 ໃນນະຄອນ ລອສ ແອນເຈີລິສ, ລັດຄາລິຟໍເນຍ.

ຫົວໜ້າກຳມາທິການ ດ້ານສາທາລະນະສຸກ ສະຫະລັດ ດຣ. ວິເວັກ ເມທີ ໄດ້ ກ່າວໃນວັນອາທິດວານນີ້ວ່າ ລາວເປັນຫ່ວງ ກ່ຽວກັບ ການເພີ່ມຂຶ້ນຂອງກໍລະນີ ໄວຣັສໂຄໂຣນາໃໝ່ໃນປະເທດ ແລະ ໄດ້ຖິ້ມໂທດສ່ວນນຶ່ງໃສ່ບັນດາບໍລິສັດສື່ສັງຄົມ ສຳລັບການບໍ່ດຳເນີນການຫຼາຍພໍເພື່ອກຳຈັດຂໍ້ມູນທີ່ຜິດ ກ່ຽວກັບ ຄວາມຈຳເປັນສຳລັບການສັກຢາ.

ທ່ານ ເມີທີ ໄດ້ກ່າວຕໍ່ລາຍການ Fox News Sunday ໃນວັນອາທິດວານນີ້ວ່າ “ຂ້າພະເຈົ້າເປັນຫ່ວງ ກ່ຽວກັບ ສິ່ງພວກເຮົາກຳລັງເຫັນ,” ໃນຂະນະທີ່ປະມານ 29,000 ກໍລະນີໃໝ່ໄດ້ຖືກກວດພົບທຸກມື້ໃນ ສະຫະລັດ, ເຊິ່ງແມ່ນປະມານລະດັບດຽວກັນກັບເດືອນເມສາ 2020, ເວລາທີ່ໂຣກລະ ບາດໄດ້ແຜ່ລາມໄປທົ່ວປະເທດ. ສາຍພັນ ແດລຕ້າ ທີ່ຕິດແປດໄດ້ເປັນຢ່າງສູງນັ້ນ ແມ່ນໄດ້ເປັນບັນຫາໂດຍສະເພາະ.

ທ່ານໄດ້ກ່າວວ່າ “ໂຣກລະບາດຍັງບໍ່ໄດ້ຈົບເທື່ອ.”

ທ່ານເວົ້າວ່າ “ຂ່າວດີກໍແມ່ນວ່າ ຄົນທີ່ໄດ້ສັກຢາແລ້ວແມ່ນຍັງຖືກປ້ອງກັນເປັນຢ່າງສູງຢູ່. ແຕ່ທ່ານໄດ້ກ່າວຢໍ້າວ່າ 95 ເປີເຊັນ ຂອງການຕາຍໃນເວລານີ້ຢູ່ ສະຫະລັດ, ຫຼາຍກວ່າ 250 ຄົນຕໍ່ມື້ນັ້ນ, ແມ່ນຄົນທີ່ບໍ່ໄດ້ສັກຢາວັກຊີນ.

ໃນຂະນະທີ່ກ່າວຢໍ້າຄຳປາໄສເມື່ອບໍ່ດົນມານີ້ຂອງປະທານາທິບໍດີ ໂຈ ໄບເດັນ ນັ້ນ, ທ່ານ ເມີທີ ໄດ້ກ່າວວ່າ ປະຊາຊົນແມ່ນ “ໄດ້ຮັບຂໍ້ມູນທີ່ຜິດຢ່າງຖ້ວມລົ້ນ,” ກ່ຽວກັບ ວ່າຢາວັກຊີນທີ່ມີຢູ່ແມ່ນບໍ່ປອດໄພ ຫຼື ບໍ່ຈຳເປັນ.

ປະທານາທິບໍດີ ໄບເດັນ ໄດ້ກ່າວໃນອາທິດທີ່ຜ່ານມາວ່າຂໍ້ມູນທີ່ຜິດທີ່ຖືກເອົາລົງໃນສື່ສັງຄົມແມ່ນ “ກຳລັງຂ້າປະຊາຊົນ,” ແລະ ວ່າ, “ໂຣກລະບາດດຽວທີ່ພວກເຮົາມີກໍແມ່ນໃນພວກທີ່ບໍ່ໄດ້ສັກຢາ.”

ເວັບໄຊ້ Facebook ທີ່ຖືກໃຊ້ໂດຍຊາວ ອາເມຣິກັນ ຫຼາຍລ້ານຄົນໄດ້ກ່າວວ່າເຂົາເຈົ້າໄດ້ລຶບຂໍ້ມູນທີ່ຜິດ ກ່ຽວກັບ COVID-19 18 ລ້ານອັນ. ທ່ານ ເມີທີ ໄດ້ກ່າວວ່າ “ແມ່ນກະທັງສິ່ງທີ່ພວກເຮົາໄດ້ເຮັດໄປ, ມັນກໍຍັງບໍ່ພຽງພໍ. ເຈຕະນາແມ່ນດີ, ແຕ່ຂ້າພະເຈົ້າໄດ້ຂໍຮ້ອງໃຫ້ເຂົາເຈົ້າລຸກຂຶ້ນ” ແລະ ເຮັດຫຼາຍກວ່າເກົ່າ.

ໃນການສຳພາດຕ່າງຫາກກັບລາຍການ This Week ຂອງໂທລະພາບ ABC ນັ້ນ, ທ່ານ ເມີທີ ໄດ້ຮຽກຮ້ອງປະຊາຊົນທີ່ໃຊ້ເວັບໄຊ້ສື່ສັງຄົມເພື່ອ “ຢັ້ງຢືນແຫຼ່ງຂ່າວຂອງເຂົາເຈົ້າ ເພື່ອ “ລົງຄຳເຫັນ ກ່ຽວກັບ ຄວາມມີປະສິດທິພາບຂອງຢາວັກຊີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG