ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສູງສຸດ ສະຫະລັດ ຕັດສິນ ເຫັນພ້ອມ ກັບ ການຫ້າມ ເດີນທາງ ຂອງ ປ. ທຣຳ


ພວກປະທ້ວງພາກັນຊູປ້າຍຂຶ້ນ ແລະຮ້ອງໂຮ ຕໍ່ຕ້ານ ຄຳຕັດສິນເຫັນພ້ອມ ກັບ ການຫ້າມເດີນທາງ ຂອງປະທານາທິບໍດີ ດໍໂນລ ທຣຳ ຂອງສານສູງສຸດ ຢູ່ດ້ານນອກຂອງຕຶກສານສູງສຸດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ມິຖຸນາ 2018.
ພວກປະທ້ວງພາກັນຊູປ້າຍຂຶ້ນ ແລະຮ້ອງໂຮ ຕໍ່ຕ້ານ ຄຳຕັດສິນເຫັນພ້ອມ ກັບ ການຫ້າມເດີນທາງ ຂອງປະທານາທິບໍດີ ດໍໂນລ ທຣຳ ຂອງສານສູງສຸດ ຢູ່ດ້ານນອກຂອງຕຶກສານສູງສຸດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ມິຖຸນາ 2018.

ສານສູງສຸດ ສະຫະລັດ ໃນວັນອັງຄານວານນີ້ ໄດ້ຕັດສິນເຫັນພ້ອມ ການຈຳກັດໃນການ
ເດີນທາງຕໍ່ພົນລະເມືອງຈາກ 5 ປະເທດທີ່ນັບຖືສາສະໜາອິສລາມ ຂອງລັດຖະບານ
ທ່ານທຣຳ ເຊິ່ງເປັນການມອບໄຊຊະນະ ໃຫ້ແກ່ປະທານາທິ ບໍດີ ດໍໂນລ ທຣຳ ໃນການ
ບັງຄັບໃຊ້ນະໂຍບາຍທີ່ເປັນບັນຫາຖົກຖຽງກັນຫຼາຍທີ່ສຸດຂອງທ່ານນັ້ນ.

ໃນການຕັດສິນດ້ວຍຄະແນນສຽງ 5 ຕໍ່ 4 ນັ້ນ ຜູ້ພິພາກສາສານສູງ ໄດ້ກ່າວວ່າ ອີງຕາມ
ລັດຖະທຳມະນູນແລ້ວ ທ່ານປະທານາທິບໍດີມີອຳນາດພາຍໃຕ້ກົດ ໝາຍ ວ່າດ້ວຍ ຄົນ
ເຂົ້າເມືອງຂອງສະຫະລັດ ທີ່ຈະຈຳກັດການເດີນທາງ ຂອງຊາວຕ່າງປະເທດ ດ້ວຍສາ
ເຫດຄວາມເປັນຫ່ວງດ້ານຄວາມໝັ້ນຄົງແຫ່ງຊາດ ດັ່ງທີ່ລັດຖະບານໄດ້ໃຫ້ເຫດຜົນນັ້ນ.

ປະທານສານສູງສຸດ ທ່ານ ຈອນ ໂຣເບີດສ໌ ໄດ້ອອກຄວາມເຫັນທີ່ສຳຄັນ ໂດຍຂຽນວ່າ
ດຳລັດຂອງທ່ານທຣຳເມື່ອເດືອນກັນຍາ ປີ 2017 ທີ່ຈຳກັດການເດີນທາງນັ້ນ ແມ່ນ
“ຢູ່ພາຍໃນຂອບເຂດອຳນາດຂອງປະທານາທິບໍດີ” ພາຍໃຕ້ກົດໝາຍວ່າດ້ວຍ
ຄົນເຂົ້າເມືອງຂອງສະຫະລັດ.

ທ່ານໂຣເບີດສ໌ ໄດ້ຂຽນວ່າ ທ່ານປະທານາທິບໍດີ ໄດ້ “ເຮັດໜ້າທີ່ໂດຍບໍ່ຕ້ອງສົງໄສ” ຕາມທີ່ກຳນົດໄວ້ ພາຍໃຕ້ກົດໝາຍ ຄົນເຂົ້າເມືອງ ແລະກົດໝາຍວ່າດ້ວຍສັນຊາດ ປີ
1965 ທີ່ວ່າ ພວກຊາວຕ່າງຊາດ ທີ່ເດີນທາງເຂົ້າມາໃນປະ ເທດ ຈາກປະເທດທີ່ຕົກເປັນ
ເປົ້າໝາຍນັ້ນ “ຈະເປັນອັນຕະລາຍ ຕໍ່ສະຫະລັດ.”

Trump Applauds Supreme Court Travel Ban Decision
please wait

No media source currently available

0:00 0:01:47 0:00


ປະທານສານສູງສຸດ ຍັງໄດ້ປະຕິເສດຕໍ່ຄຳໂຕ້ຖຽງຂອງພວກທີ່ຄັດຄ້ານ ຈາກລັດຮາວາຍ
ກໍຄື ສະມາຄົມມຸສລິມຂອງລັດຮາວາຍ ແລະ ພົນລະເມືອງ 3 ຄົນ ທີ່ໂຕ້ຖຽງວ່າ ການຈຳ
ກັດການເດີນທາງຕ່າງໆ ເປັນການລະເມີດຕໍ່ບົດແກ້ໄຂ ລັດຖະທຳມະນູນ ຂໍ້ທີນຶ່ງ ຂອງ
ສະຫະລັດ ທີ່ໄດ້ບັນຍັດໄວ້ ເຊິ່ງໄດ້ຫ້າມບໍ່ໃຫ້ເຂົ້າຂ້າງ ສາສະໜາໃດນຶ່ງ.

ບໍ່ເປັນທີ່ແປກໃຈເລີຍ ຜູ້ພິພາສາຫົວເສລີ 4 ທ່ານຂອງສານສູງສຸດ ແມ່ນໄດ້ຄັດຄ້ານ
ຕໍ່ການຕັດສິນ ໃນວັນອັງຄານວານນີ້.

ຜູ້ພິພາສາ ທ່ານນາງ ໂຊຍາ ໂຊໂຕມາຍຢໍຣ໌ ປຽບທຽບຄຳຕັດສິນນັ້ນ ກັບ ຄຳຕັດສິນ
ຂອງສານສູງສຸດ ໃນປີ 1944 ທີ່ໄດ້ຢືນຢັນ ອຳນາດຂອງລັດຖະບານ ສະຫະລັດ ທີ່ສັ່ງ
ໃຫ້ຊາວອາເມຣິກັນເຊື້ອສາຍຍີ່ປຸ່ນ ເຂົ້າໄປກັກຂັງຢູ່ຄ້າຍທະຫານ ໃນລະຫວ່າງ ສົງຄາມ
ໂລກຄັ້ງທີສອງ.

ທ່ານນາງ ໂຊໂຕມາຍຢໍຣ໌ ໄດ້ຂຽນວ່າ “ປະຫວັດສາດ ຈະພິຈາລະນາ ການຕັດສິນທີ່
ຜິດພາດ ຂອງສານສູງສຸດ ໃນວັນນີ້ ແບບບໍ່ຄ່ອຍດີ ຫຼືວ່າຄວນຈະເປັນຈັ່ງຊັ້ນ.”

US Supreme Court Upholds Trump’s Travel Ban
please wait

No media source currently available

0:00 0:02:13 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG