ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານ​ສູງສຸດ​ຂອງ ສ​ຫລ ຈະ​ຮັບ​ຟັງ​ການ​ໄຕ່​ສວນຄະ​ດີ​ສຳ​ຄັນ ກ່ຽວ​ກັບ ສິດ​ໃນການ​ຖື​ປືນ


(ພາບ​ຖ່າຍ​ໃນ​ວັນ​ທີ 9 ຕຸ​ລາ, 2018) ເຈົ້າ​ໜ້າ​ທີ່​ຕຳ​ຫລວດຢືນ​ຍາມ​ຢູ່​ຕໍ່​ໜ້າ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ທີ່​ມື້ນີ້ ​ກຳ​ລັງ​ຈະຮັບ​ຟັງ​ການ​ພິ​ຈາ​ລະ​ນາ​ຄະ​ດີ ກ່ຽວ​ກັບ ສິດໃນ​ການ​ຖື​ປືນ​ຢູ່​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຊົນ
(ພາບ​ຖ່າຍ​ໃນ​ວັນ​ທີ 9 ຕຸ​ລາ, 2018) ເຈົ້າ​ໜ້າ​ທີ່​ຕຳ​ຫລວດຢືນ​ຍາມ​ຢູ່​ຕໍ່​ໜ້າ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ທີ່​ມື້ນີ້ ​ກຳ​ລັງ​ຈະຮັບ​ຟັງ​ການ​ພິ​ຈາ​ລະ​ນາ​ຄະ​ດີ ກ່ຽວ​ກັບ ສິດໃນ​ການ​ຖື​ປືນ​ຢູ່​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຊົນ

ສານ​ສູງ​ສຸດ​ຂອງ​ ສະ​ຫະ​ລັດ​ ທີ່​ພວກຫົວ​ອະ​ນຸ​ລັກ​ນິ​ຍົມກຳ​ສຽງ​ສ່ວຍ​ໃຫຍ່​ນັ້ນ ​ຈະຮັບ​ຟັງ​ການ​ພິ​ຈາ​ລະ​ນາ​ຄະ​ດີ ກ່ຽວ​ກັບ ສິດໃນ​ການ​ຖື​ປືນ​ໃນ​ວັນ​ພຸດ​ມື້ນີ້ທີ່​ອາດຈະ​ນຳ​ໄປ​ສູ່​ການ​ຜ່ອນ​ຄາຍ​ຂໍ້​ຈຳ​ກັດ​ໃນການ​ຖື​ປືນ​ຢູ່​ໃນ​ບ່ອນສາ​ທາ​ລະ​ນະຊົນ​ ກໍ​ເປັນ​ໄດ້, ອີງ​ຕາມ​ອົງ​ການ​ຂ່າວ AFP.

ບັນຫານີ້ເປັນ​ການທ້າທາຍຕໍ່ກົດຫມາຍນິວຢອກ ທີ່ຄວບຄຸມການຖືປືນຢູ່ນອກ ເຮືອນ ທີ່ໄດ້​ຮັບການຫນູນຫລັງ​ໂດຍການ​ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜຸນ​ ຫລື ລອບ​ບີສິດໃນການ​ຖື​ປືນ.

ສຳລັບສານສູງສຸດຂອງປະເທດແລ້ວ ມັນຈະເປັນຄັ້ງທຳອິດໃນຮອບກວ່າ 1 ທົດສະວັດ ທີ່ຕົນຈະໄຕ່ສວນຄະດີໃຫຍ່ທີ່ກ່ຽວຂ້ອງກັບສິດທິໃນການຖື ອາວຸດຕາມລັດຖະທຳມະນູນສະບັບປັບປຸງຄັ້ງທີສອງ.

ຄະດີ​ທີ່​ມີ​ຄ​ວາມ​ສຳ​ຄັນສູງ​ຈະ​ຖືກນຳ​ມາ​ໂຕ້ແຍ້ງ​ກັນ​ຕໍ່​ໜ້າ​ສານ​ສູງ​ສຸດທີ່ພ​ວກ​ຫົວ​ອະນຸລັກ​ນິຍົມກຳ​ສຽງ​ສ່ວນ​ໃຫຍ່​ຄື 6 ຄົນ ຕໍ່ 3 ຄົນ ຫຼັງຈາກ​ມີ​ການ​ແຕ່ງຕັ້ງ​ຜູ້​ພິພາກສາ​ສາມ​ຄົນ​ໂດຍ​ອະດີດ​ປະທານາທິບໍດີດໍ​ໂນ​ລ ທ​ຣຳ.

ກ່ອນໜ້ານີ້ ສານໄດ້ປະຕິເສດທີ່ຈະພິຈາລະນາຄະດີຫຼາຍອັນທີ່​ກ່ຽວ​ຂ້ອງ​ກັບ​ລັດ​ຖະ​ທຳ​ມະ​ນູນສະ​ບັບ​ປັບ​ປຸງຄັ້ງທີ 2, ແຕ່ມັນໄດ້ມີການປ່ຽນໄປຫາຝ່າຍຂວາ ພາຍໃຕ້ທ່ານ ທ​ຣຳ ແລະຜູ້​ພິ​ພາກ​ສາທັງສາມທີ່ທ່ານ ​ທ​ຣຳ ໄດ້​ແຕ່ງຕັ້ງຂຶ້ນນັ້ນ ແມ່ນມີປະ​ຫວັດເຫັນອົກເຫັນໃຈຕໍ່​ການໃຫ້​ເຫດ​ຜົນຂອງເຈົ້າຂອງປືນ.

ສິ່ງນີ້ໄດ້ເຮັດໃຫ້ຄວາມຢ້ານກົວໃນບັນດານັກສະແຫວງ​ຫາ​ການໜັບສະໜູນ ການຄວບຄຸມປືນວ່າ ຂໍ້ຈຳກັດໃນ​ລະ​ດັບທ້ອງຖິ່ນເຊັ່ນກົດໝາຍຂອງນິວຢອກ ອາດຈະຖືກ​ລົບ​ລ້າງໄປ.

​ໃນ​ຄະດີ​ທີ່​ສຳຄັນ​ໃນ​ປີ 2008, ສານ​ສູງ​ສຸດ​ໄດ້​ຕັດ​ສິນຄະ​ດີ​ທີ່​ກ່ຽ​ວ​ຂ້ອງ​ກັບ​ລັດ​ຖະ​ທຳ​ມະ​ນູນສະບັບ​ປັບປຸງ​ຄັ້ງ​ທີ 2 ​ໂດຍ​ໃຫ້​ການ​ຮັບປະກັນ​ສິດ​ໃນ​ການຄອບ​ຄອງ​ປືນ, ​ແຕ່​ມັນ​ໄດ້​ປ່ອຍ​ໃຫ້​ເມືອງ ​ແລະລັດ​ວາງ​ກົດ​ລະບຽບ​ຂອງ​ຕົນ​ເອງອອກ​ມາ​ກ່ຽວ​ກັບ​ການ​ຖື​ອາວຸດຢູ່ນອກ​ບ້ານ.

ນີ້​ໄດ້​ເຮັດ​ໃຫ້​ມີ​ການອອກລະ​ບຽບ​ການ​ແຕກ​ຕ່າງ​ກັນ​ໃນ​ທົ່ວ​ປະ​ເທດ.

ທ່ານ ​ເອ​ຣິກ ເທີ​ສ​ແວ​ລ (Eric Tirschwell), ຜູ້ອຳນວຍການດ້ານບໍລິຫານ ຂອງບໍ​ລິ​ສັດ ອີວ​ຣີ​ທາວ ລໍ (Everytown Law), ຊຶ່ງ​ເປັນບໍ​ລິ​ສັດສາຂາທາງ ດ້ານກົດໝາຍຂອງກຸ່ມຄວບຄຸມປືນ Everytown ເພື່ອຄວາມປອດໄພຂອງປືນ ກ່າວວ່າ ຄວາມ​ສຳ​ຄັນຂອງຄະດີດັ່ງກ່າວແມ່ນ "ສູງຢ່າງໜ້າເຫລືອເຊື່ອ."

ທ່ານ​ເທີ​ສ​ແວ​ລ (Tirschwell) ກ່າວວ່າ "ຄວາມຈິງທີ່ວ່າສານເຖິງຂັ້ນຮັບເອົາ ຄະດີນີ້ມາ​ພິ​ຈາ​ລະ​ນາ ພວກ​ເຮົາທຸກຄົນຄວນເປັນຫ່ວງ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG