ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານສູງສຸດ ສຫລ ສັ່ງໃຫ້ໂຈະ ແຜນການຕັດ ການປ່ອຍແກັສ ຄາບອນ ຂອງ ປ. ໂອບາມາ


ຄວັນໄຟ ຈາກໂຮງງານໄຟຟ້າ ແລ່ນດ້ວຍຖ່ານຫີນ ໃນນະຄອນຫລວງປັກກິ່ງ ປະເທດຈິນ.
ຄວັນໄຟ ຈາກໂຮງງານໄຟຟ້າ ແລ່ນດ້ວຍຖ່ານຫີນ ໃນນະຄອນຫລວງປັກກິ່ງ ປະເທດຈິນ.

ສານ​ສູງ​ສຸດສະຫະລັດ ​ໄດ້​ໂຈະ​ແຜນ ຂອງປະທານ​າທິບໍດີ
Obama ທີ່​ຈະ​ຕັດການ​ປ່ອຍແກັສຄາບ​ອນ​ໄດ​ອອກ​ໄຊ ຂອງ​
ບັນດາໂຮ​ງ​ໄຟຟ້າ​ຕ່າງໆ​ຂອງ​ປະ​ເທດ.

ປະທານາທິບໍດີ Obama ​ໄດ້​ປະກາດກົດ​ລະບຽບ​ດັ່ງກ່າວ ໃນ
​ເດືອນ​ສິງຫາປີ​ກາຍ ​ເພື່ອ​ເປັນ​ຊ່ອງທາງນຶ່ງ​ໃນ​ການ​ຕໍ່ສູ້​ກັບ​ການ
​ປ່ຽນແປງ​ດິນ​ຟ້າ​ອາກາດ ​ໂດຍ​ກ່າວ​ວ່າ ບັນດາ​ລັດ​ຕ່າງໆ​ມີ​ເວລ​າ
ຈົນ​ຮອດ​ເດືອນກັນ​ຍາ​ປີ 2016 ທີ່​ຈະ​ສະ​ເໜີ​ແຜນ​ຂອງ​ເຂົາ​ເຈົ້າ
​ເອງ ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ ​ໃນ​ການ​ຫລຸດ​ຜ່ອນ ການ​ປ່ອຍ​ແກັສ
ດັ່ງກ່າວ​ລົງ 32 ​ເປີີ​ເຊັນ ຕໍ່າ​ກວ່າ​ລະດັບ​ປີ 2005.

​ແຕ່​ວ່າ ກຸ່ມຂອງ 27 ລັດ ​ແມ່ນ​ຄັດຄ້ານ​ຕໍ່ແຜນ​ພະລັງງານ​ສະອາດ ​ແລະ​ຍື່ນ​ຟ້ອງ​ ​ໂດຍ
ກ່າວ​ວ່າ ມັນ​ເທົ່າ​ກັບ​ເປັນ​ການ​ກ້າວ​ກ່າຍ​ຂອງ​ອົງ ການປົກປ້ອງສິ່ງ​ແວດ​ລ້ອມຫລື EPA
​ແລະເປັນ​ການ​ສ້າງ​ຄວາມ​ເສຍ ຫາຍ​ທີ່​ບໍ່​ຈຳ​ເປັນ ຕໍ່ບັນດາ​ທຸລະ​ກິດ ​ແລະ ​ຕໍ່​ວຽກ​ເຮັດ
ງານທຳ​.

ສານ​ສູງ​ສຸດ​ໄດ້​ອອກ​ຄຳ​ສັ່ງ ​ໃນ​ວັນ​ອັງຄານ​ວານ​ນີ້ ກ່າວ​ວ່າ ​ລະບຽບ ການ​ໃໝ່​ ຕ້ອງ​ໄດ້​
ຖືກ​ໂຈະ​ຈົນ​ກວ່າການ​ທ້າ​ທາຍ​ດ້ານ​ກົດໝ​າຍ​ໄດ້​ຮັບ ການ​ແກ້​ໄຂ. ສານ​ຊັ້ນຕົ້ນ​ແຫ່ງ​ໜຶ່ງ
ຄືສານ​ອຸທອນສະຫະລັດ ​ໃນ​ເຂດ ນະຄອນຫຼວງສະຫະລັດ ມີ​ກຳນົດ​ຮັບ​ຟັງ​ການ​ໂຕ້​ຖຽງ​
ຄະ​ດີ ​ໃນ​ເດືອນ​ມິ​ຖຸ​ນານີ້ ​ແລະ​ສານ​ສູງ​ສຸດ​ເອງ ​ຊຶ່ງ​ໃນ​ທີ່​ສຸດອາດ​ຈະ​ຕ້ອງ​ໄດ້ພິຈາລະນາ
​ເລື້ອງ​ດັ່ງກ່າວ ຫລັງ​ຈາກ​ນັ້ນ.

XS
SM
MD
LG