ສານສູງສຸດ ສະຫະລັດ ມີເວລາເຫຼືອບໍ່ເຖິງ 3 ສັບປະດາເທົ່ານັ້ນ ກ່ອນກຳນົດ ເວລາຢຸດພັກຜ່ອນລະດູຮ້ອນ, ແຕ່ວ່າກ່ອນຈະໄປສານ ແມ່ນຄາດວ່າຈະຕ້ອງ ໄດ້ລົງຄວາມເຫັນຕໍ່ຄະດີ ທີ່ມີຄວາມສຳຄັນຂັ້ນສູງ ກ່ຽວກັບນະໂຍບາຍ ທີ່ ເອີ້ນວ່າ Affirmative action ກ່ຽວກັບເລື່ອງ ກົດໝາຍສິດທິພົນລະເຮືອນ ກົດໝາຍການເຂົ້າເມືອງ ແລະ ກົດໝາຍການແທ້ງລູກ.
ການຕັດສິນຕ່າງໆ ຈະຕ້ອງມີຂຶ້ນສຳລັບຄະດີແທ້ງລູກ ເຊິ່ງມີຄວາມສຳຄັນ ທີ່ສຸດໃນຮອບເກືອບຮອດ 25 ປີ, ກ່ຽວກັບການຟ້ອງຮ້ອງຄະດີທີ່ກ່າວຫາ ມະຫາວິທະຍາໄລລັດ Texas ຈຳແນກພວກສະໝັກເຂົ້າຮຽນຄົນຜິວຂາວ, ແລະ ການທ້າທາຍຕໍ່ຄຳສັ່ງຂອງທ່ານ ໂອບາມາ ທີ່ມອບສະຖານະພາບທີ່ ຖືກຕ້ອງທາງກົດໝາຍ ແລະ ອອກໃບອະນຸຍາດເຮັດວຽກ ໃຫ້ແກ່ຜູ້ຍົກຍ້າຍ ຖິ່ນຖານທີ່ເຂົ້າມາໃນປະເທດຢ່າງຜິດກົດໝາຍເປັນຈຳນວນ 4 ລ້ານຄົນ.
ຜົນປາກົດຂອງຄະດີດັ່ງກ່າວ ຈະສົ່ງຜົນກະທົບໂດຍກົງຕໍ່ຊີວິດຂອງຊາວ ອາເມຣິກັນ ຫຼາຍລ້ານຄົນ, ແຕ່ດ້ວຍສະມາຊິກຂອງສານທີ່ຫຼຸດລົງເຫຼືອແຕ່ 8 ຄົນ ຫຼັງຈາກທ່ານ Antonin Scalia ໄດ້ເສຍຊີວິດໄປໃນຕົ້ນປີນີ້, ການ ຕັດສິນຂອງ 2 ຄະດີອາດຈະໄດ້ຮັບຄວາມສັບສົນໜ້ອຍໜຶ່ງ.
ຜູ້ພິພາກສາ ທ່ານນາງ Elena Kagan ໄດ້ປະຕິເສດບໍ່ໃຫ້ດຳເນີນຄະດີ ນະໂຍບາຍການແບ່ງແຍກແມ່ຍິງ ແລະ ເດັກນ້ອຍ, ຍ້ອນວ່າທ່ານນາງໄດ້ ເຮັດວຽກກ່ຽວກັບມັນ ໃນຕຳແໜ່ງຫົວໜ້າໄອຍະການໃນເມື່ອກ່ອນ. ດັ່ງນັ້ນ ຄະແນນສຽງສ່ວນໃຫຍ່ ຈາກໄອຍະການ 4 ຄົນແມ່ນສາມາດຕັດສິນຄະດີ ໄດ້. ແຕ່ວ່າໃນ 2 ຄະດີອື່ນໆ, ການຕັດສິນ 4 ຕໍ່ 4 ຈະມີຜົນອອກມາ ສະ ເໝີກັນ, ເຊິ່ງໃນກໍລະນີນັ້ນການຕັດສິນຂອງສານຕ່ຳລົງມາ ອາດກໍແມ່ນ ຈະມີຄວາມຈຳເປັນ ເປັນຜູ້ຕັດສີນຊີ້ຂາດບັ້ນສຸດທ້າຍ.
ສ່ວນຄະດີຜູ້ຍົກຍ້າຍຖິ່ນຖານ, ລັດ Texas ສະຫະລັດ ສູ້ກັບລັດຖະບານກາງ ນັ້ນ ແມ່ນ ຈະເພັ່ງເລັງໃສ່ນະໂຍບາຍ ການໂຈະເນລະເທດຜູ້ຍົກຍ້າຍຖິ່ນຖານ ທີ່ບໍ່ມີໜັງສືຈຳນວນລ້ານໆຄົນນັ້ນໄວ້ ຊຶ່ງສ່ວນໃຫຍ່ແມ່ນພວກເດັກນ້ອຍທີ່ ເປັນສັນຊາດຢ່າງຖືກຕ້ອງຕາມກົດໝາຍ ແລະໃຫ້ຂະຫຍາຍໂຄງການອອກໄປ ອະນຸຍາດໃຫ້ເດັກນ້ອຍອາຍຸບໍ່ຮອດ 16 ປີ ທີ່ອາໄສຢູ່ໃນປະເທດ ຢ່າງຜິດ ກົດໝາຍ ດຳລົງຊີວິດ ຢູ່ໃນປະເທດໄດ້ຕໍ່ໄປ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ