ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ສູງ​ສຸດ ສະ​ຫະ​ລັດ ປະ​ຕິ​ເສດ ຕໍ່​ການ​ທ້າ​ທາຍ ຂອງ​ລັດ​ອາ​ລາ​ບາ​ມາ ໃນ​ການ​ແບ່ງ​ເຂດ​ເລືອກ​ຕັ້ງ ຕາມເຊື້ອ​ຊາດ​ຜິວ​ພັນ


​ແຟ້ມ - ແຜນ​ທີ່​ ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ສະ​ເໜີ​ແບ່ງ​ເຂດ​ເລືອກ​ຕັ້ງສະ​ພາ​ຂອງ​ລັດ​ອາ​ລາ​ບາ​ມາ ທີ່​ເມືອງ​ມັນ​ໂກ​ເມີ​ຣີ ລັດ​ອາ​ລາ​ບາ​ມາ ເມື່ອ​ວັນ​ທີ 18 ກໍ​ລ​ະ​ກົດ 2023.
​ແຟ້ມ - ແຜນ​ທີ່​ ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ສະ​ເໜີ​ແບ່ງ​ເຂດ​ເລືອກ​ຕັ້ງສະ​ພາ​ຂອງ​ລັດ​ອາ​ລາ​ບາ​ມາ ທີ່​ເມືອງ​ມັນ​ໂກ​ເມີ​ຣີ ລັດ​ອາ​ລາ​ບາ​ມາ ເມື່ອ​ວັນ​ທີ 18 ກໍ​ລ​ະ​ກົດ 2023.

ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ອີກ​ເທື່ອ​ນຶ່ງ​ໄດ້ເຫັນ​ພ້ອມ​ກັບການ​ຕັດ​ສິນ​ຂອງສານ​ຊັ້ນ​ຕົ້ນ ​ທີ່​ສັ່ງ​ໃຫ້​ລັດ​ອາ​ລາ​ບາ​ມາ ໃນ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ ສ້າງເຂດ​ເລືອກ​ຕັ້ງ​ສະ​ພາ​ທີ​ສອງ ຊຶ່ງ​ຜູ້​ມີ​ສິດ​ປ່ອນ​ບັດ​ຊາວ​ຜິວ​ດຳ ເປັນສຽງ​ສ່ວນ​ຫຼາຍ.

ນີ້​ແມ່ນ​ເທື່ອ​ທີ​ສາມ ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ ທີ່​ສານ​ລັດ​ຖະ​ບານ​ກາງ​ໄດ້​ຕັດ​ສິນ​ວ່າ ເຂດ​ເລືອກ​ຕັ້ງ​ຂອງ​ລັດ​ອາ​ລາ​ບາ​ມາ ຕ້ອງ​ໃຫ້​ສອດ​ຄ່ອງ​ກັບ​ຂໍ້​ມູນປ​ະ​ຊາ​ກອນ ຈາກ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ​ເມື່ອ​ໄວໆ​ມານີ້.

ສະ​ພາ​ຂອງ​ລັ​ດ​ອາ​ລາ​ບາ​ມາ ທີ່​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ພະ​ຍາ​ຍາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ຫາ​ທາງ​ຫຼີກ​ລ່ຽງ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ເຫຼົ່າ​ນັ້ນໂດຍ​ທີ່ພວກ​ທະ​ນາຍ​ຄວາມ​ຂອງ​ລັດ ​ໂຕ້​ແຍ້ງວ່າ “ແຜນ​ການ​ໃນ​ປີ 2023 ຂອງ​ເຂົາ​ເຈົ້າ​ ແມ່ນ​ນຳ​ໃຊ້ ສຳລັບ​ປະ​ຊາ​ຄົມທີ່​ກ່ຽວ​ຂ້ອງ​ຕ່າງໆ​ທີ່​ສົນ​ໃຈໃນ​ດ້ານ​ຫຼັກ​ການ​ໄດ້​ຮັບ​ການ​ປົວ​ແປງ​ໂດຍ​ເຕັມ​ແລະ​ຢ່າງ​ເປັນ​ທຳ … ໃນ​ການ​ທ້າ​ທາຍ​ຂອງ​ພວກ​ເຂົາ​ເຈົ້າ​ຕໍ່​ແຜນ​ການ​ປີ 2021.”

ການ​ຕັດ​ສິນ​ຄັ້ງ​ຫຼ້າ​ສຸດນີ້ແມ່ນເຫັນ​ພ້ອມກັບ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ໃນ​ການ​ປ່ອນ​ບັດ​ທີ່​ມີ​ຄວາມ​ສຳ​ຄັນ​ປະ​ຫວັດ​ສາກ ຢູ່​ໃນ​ລັດ​ບ່ອນ​ທີ່​ຫຼາຍກວ່າ 26 ເປີ​ເຊັນ​ຂອງ​ຜູ້​ປ່ອນ​ບັດ ແມ່ນ​ເປັນ​ຄົນ​ອາ​ເມ​ຣິກັນ​ ເຊື້ອ​ສາຍ​ອາ​ຟ​ຣິ​ກາ ແຕ່​ມີ​ພຽງ​ເຂດ​ເລືອກ​ຕັ້ງ​ເທົ່າ​ນັ້ນ ຂອງ​ຈຳ​ນວນ​ທັງ​ໝົດ 7 ເຂດ​ເລືອກ​ຕັ້ງ ມີ​ຜູ້​ມີ​ສິດ​ປ່ອນ​ບັດ​ຊາວ​ຜິວ​ດຳ​ເປັນສຽງ​ສ່ວນ​ຫຼາຍ. ບ່ອນ​ນັ່ງ​ບ່ອນ​ດຽວນັ້ນ ມີ​ສະ​ມາ​ຊິກ​ສະ​ພາ​ຜິວ​ດຳ ​ທີ່​ມາ​ຈາກ​ພັກ​ເດ​ໂມ​ແຄ​ຣັດ. ສ່ວນ​ບ່ອນ​ນັ່ງ​ອື່ນໆ​ອີກ 6 ບ່ອນ ແມ່ນ​ມີ​ຜູ້​ຕາງ​ໜ້າ​ເປັນ​ຄົນ​ຜິວ​ຂາວ ທີ່​ມາ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG