ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ສຫລ ເຫັນພ້ອມ ກັບແຜນປະກັນໄພ ສຸຂະພາບ ຂອງ ທ່ານໂອບາມາ (ວີດີໂອກັບສະໄລດ໌)


ນີ້ແມ່ນຮູບພາບ ຕຶກສານສູງສຸດຂອງສະຫະລັດ ອາເມຣິກາ ທີ່ ນະຄອນຫລວງວໍຊິງຕັນ ຊຶ່ງຜູ້ພິພາກສາ ໄດ້ໄດ້ຕັດສິນ 5 ຕໍ່ 4 ເຫັນພ້ອມກັບແຜນປະກັນໄພ ສຸຂະພາບ ຂອງປະທານາທິບໍດີ ໂອບາມາ.
ນີ້ແມ່ນຮູບພາບ ຕຶກສານສູງສຸດຂອງສະຫະລັດ ອາເມຣິກາ ທີ່ ນະຄອນຫລວງວໍຊິງຕັນ ຊຶ່ງຜູ້ພິພາກສາ ໄດ້ໄດ້ຕັດສິນ 5 ຕໍ່ 4 ເຫັນພ້ອມກັບແຜນປະກັນໄພ ສຸຂະພາບ ຂອງປະທານາທິບໍດີ ໂອບາມາ.

ສານສູງສຸດຂອງສະຫະລັດ ໄດ້ມອບໄຊຊະນະອັນສໍາຄັນໃຫ້ແກ່ປະທານາທິບໍດີ ບາຣັກ
ໂອບາມາ ໃນວັນພະຫັດຜ່ານມານີ້​ໂດຍ​ເຫັນ​ພ້ອມ​ກັບ​ພາກສ່ວນສໍາຄັນໆຂອງແຜນການ
ປະກັນໄພສຸຂະພາບທີ່​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງຂອງ​ທ່ານ ​ໃນການຕັດສິນ 5 ຕໍ່ 4.
ອັນທີ່ຮ້ອງວ່າ “ຂໍ້​ບັງຄັບ​ຕໍ່​ສ່ວນ​ບຸກຄົນ” ​ແມ່ນບັງຄັບ​ໃຫ້​ຊາວອາເມຣິກັນແຕ່ລະຄົນຕ້ອງ
ມີປະກັນໄພສຸຂະພາບຫລືບໍ່ດັ່ງນັ້ນ ຕ້ອງປະເຊີນໜ້າກັບການຖືກປັບໃໝດ້ານການເງິນ.
ຫົວໜ້າສານສູງສຸດ ທ່ານ John Roberts ໄດ້ເຂົ້າຂ້າງພວກ​ຜູ້​ພິພາກສາ​ທີ່​ມີ​ຫົວ​ເສລີ
ຢູ່​ໃນສານ ໃນບົດຂຽນສະ​ແດງ​ຄວາມ​ເຫັນ​ຂອງທ່ານ​ທີ່​ວ່າ “ຍ້ອນວ່າ ລັດຖະທໍາມະນູນ
ໄດ້ອະນຸຍາດ​ໃຫ້ເກັບພາສີດັ່ງກ່າວ ມັນຈຶ່ງບໍ່ແມ່ນໜ້າທີ່ຂອງສານທີ່ຈະຫ້າມ ຫລືຕັດສິນ
ດ້ວຍຄວາມສະຫລາດ ຫລືທ່ຽງທໍານັ້ນ.

ຜູ້​ພິພາກສາ Stephen Breyer, Ruth Bader Ginsburg, Elena Kagan ແລະ
Sonia Sotomayor ໄດ້ລົງຄະແນນສຽງຮ່ວມກັບທ່ານ Roberts ສະໜັບສະໜຸນ​ຕໍ່
ກົດໝາຍດັ່ງກ່າວ​ນີ້.

ປະທານາທິບໍດີ Obama ​ໄດ້​ກ່າວ​ຊົມ​ເຊີຍການຕັດສິນນີ້ວ່າ ເປັນໄຊຊະນະຂອງປະຊາ
ຊົນທົ່ວປະເທດ ຊຶ່ງຊີວິດຂອງເຂົາເຈົ້າຈະເປັນທີ່ປອດໄພຫລາຍຂື້ນຍ້ອນ ກົດໝາຍດັ່ງ
ກ່າວແລະການຕັດສິນຂອງສານສູງສຸດ ທີ່​ເຫັນ​ພ້ອມ​ນຳ​ນັ້ນ.” ທ່ານຍັງກ່າວອີກວ່າ ການ
ຕັດສິນຂອງສານສູງສຸດຍັງໄດ້ໃຫ້ການຢືນຢັນວ່າ ຢູ່ໃນສະຫະລັດ ຊຶ່ງ​ເປັນປະເທດທີ່ອຸດົມ
ຮັ່ງມີທີ່​ສຸດ​ໃນໂລກນັ້ນ ບໍ່ມີຄວາມເຈັບປ່ວຍຫລືອຸບປະຕິເຫດ​ໃດໆ ທີ່ຈະນໍາພາຄອບຄົວ
ໄປສູ່ຫາ​ຍານະ​ທາງດ້ານການເງິນ​ໄດ້.

ຊາວອາເມຣິກັນແລະທ່ານໂອບາມາ ດີໃຈນໍາຄໍາຕັດສິນຂອງສານສູງສຸດ:

ຜູ້​ທີ່​ຄາດ​ວ່າ ຈະ​ໄດ້​ເປັນ​ຜູ້​ທ້າ​ທາຍທ່ານ Obama ໃນການເລືອກຕັ້ງປະທານາທິບໍດີ ປີ 2012
ຄືທ່ານ Mitt Romney ທີ່ສັງກັດພັກ Republican ນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະລົບລ້າງ
ກົດໝາຍດັ່ງກ່າວ ໃນມື້ທໍາອິດທີ່ທ່ານໄດ້​ເຂົ້າຮັບຕໍາແໜ່ງ ຖ້າຫາກໄດ້​ເປັນ​ປະທານາທິບໍດີ.
ທ່ານກ່າວວ່າ “ການປະກັນໄພ ສຸຂະພາບໂອບາມາ ເປັນນະໂຍບາຍທີ່ບໍ່ດີ ແຕ່ມື້ວານນີ້,” ແລະ
ເຕືອນອີກວ່າ ກົດໝາຍນີ້ຈະເຮັດໃຫ້ຊາວອາເມຣິກັນ 20 ລ້ານຄົນສູນເສຍປະກັນໄພສຸຂະພາບ
ທີ່ເຂົາເຈົ້າມັກ ຫລືຕ້ອງການຢາກຮັກສາເອົາໄວ້ ໃນຂະນະທີ່​ໄດ້​ທຳລາຍວຽກເຮັດງານ​ທຳທີ່ກໍາ
ລັງຫາຍາກມີ່ສຸດ. ລັດຖະບານທ່ານ Obama ໄດ້ໂຕ້​ແຍ້​ງວ່າ “ຂໍ້​ບັງຄັບ​ຕໍ່​ສ່ວນ​ບຸກຄົນ” ​ແມ່ນ
ເປັນທີ່ຖືກຕ້ອງ ພາຍໃຕ້ລັດຖະທໍາມະນູນຂອງສະຫະລັດ ເພາະວ່າຊາວອາເມຣິກັນທຸກໆຄົນ
ຈະຕ້ອງໄດ້ຮັບການປີ່ນປົວ ​ໃນ​ຈຸດ​ໃດ​ຈຸດນຶ່ງຂອງຊີວິດ ແລະບໍ່ມີທາງ​ເລືອກ​ອື່ນ​ໃດ​ທີ່​ຈະ​ແທນ
ປະກັນໄພສຸຂະພາບ​ໄດ້.

26 ລັດໄດ້ຍື່ນຟ້ອງ ຕໍ່ກົດໝາຍການປະຕິຮູບສະບັບ​ນີ້ ໂດຍໂຕ້ຖຽງວ່າ ແຕ່ລະບຸກຄົນ ຈະບໍ່
​ສາມາດ​ຖືກບັງຄັບໃຫ້ຊື້ປະກັນໄພສຸຂະພາບໄດ້ ອັນ​ເປັນຜົນຜະລິດ ທີ່ເຂົາເຈົ້າທີ່​ບໍ່ຕ້ອງການ
ຫຼືມີ​ຄວາມ​ຈຳ​ເປັນນັ້ນ.

XS
SM
MD
LG