ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ພິພາກສາ ໃນສານສູງສຸດ ຈະພົບກັບ ສະມາຊິກສະພາສູງ ຈາກພັກຣີພັບບລິກັນ


ຜູ້ພິພາສາ Amy Coney Barrett ຟັງປະທານາທິບໍດີດໍໂນລ ທຣໍາ ປະກາດຢູ່ທໍານຽບຂາວໃນວັນທີ 26 ກັນຍາ, 2020 ວ່າໃຫ້ທ່ານນາງ Barrett ເປັນຜູ້ໄດ້ຮັບການແຕ່ງຕັ້ງຈາກທ່ານໄປດໍາລົງຕໍາແໜ່ງຢູ່ສານສູງສຸດ
ຜູ້ພິພາສາ Amy Coney Barrett ຟັງປະທານາທິບໍດີດໍໂນລ ທຣໍາ ປະກາດຢູ່ທໍານຽບຂາວໃນວັນທີ 26 ກັນຍາ, 2020 ວ່າໃຫ້ທ່ານນາງ Barrett ເປັນຜູ້ໄດ້ຮັບການແຕ່ງຕັ້ງຈາກທ່ານໄປດໍາລົງຕໍາແໜ່ງຢູ່ສານສູງສຸດ

ບັນດາສະມາຊິກສະພາສະຫະລັດກຳລັງກະກຽມການສູ້ຢັນກັນຢ່າງເປັນປະຫວັດ ການ ໃນການຮັບຮອງເອົາຜູ້ທີ່ຖືກແຕ່ງຕັ້ງ ຈາກປະທານາທິບໍດີດໍໂນລທຣໍາ ໃຫ້ເປັນຜູ້ພິພາກສາໃນສານສູງສຸດ, ທ່ານນາງ ເອມມີ ໂຄນີ ບາແຣດ (Amy Coney Barrett), ເຊິ່ງຈະເກີດຂຶ້ນໃນພຽງບໍ່ເທົ່າໃດອາທິດ ກ່ອນການເລືອກຕັ້ງປະທານາທິບໍດີ ໃນວັນທີ 3 ພະຈິກຈະມາເຖິງນີ້.

ຂະບວນການດັ່ງກ່າວ ໄດ້ເລີ່ມຕົ້ນຂຶ້ນໃນວັນອັງຄານວານນີ້ ໂດຍທີ່ທ່ານນາງ ບາແຣດ (Barrett), ຜູ້ທີ່ຖືກແຕ່ງຕັ້ງທີ່ມີຫົວອະນຸລັກນິຍົມຄົນທີສາມ ຈາກທ່ານທຣໍາໃຫ້ໄປກໍາຕໍາແໜ່ງໃນສານສູງສຸດຂອງປະເທດ ຖ້າຫາກຖືກຮັບຮອງເອົານັ້ນ ກໍາລັງມຸ້ງໜ້າໄປຍັງຕຶກຫ້ອງການລັດຖະສະພາຫລື ຫໍ Capitol ເພື່ອເຂົ້າປະຊຸມທີ່ສຳຄັນຫຼາຍຄັ້ງ ກັບສະມາຊິກສະພາສູງຂອງພັກຣີພັບບລິກັນ.

ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວໃນວັນອັງຄານວານນີ້ ໃນຂະນະທີ່ທ່ານໄປຍັງຫ້ອງການລັດຖະສະພາ ກັບທ່ານນາງບາແຣດວ່າ "ຜູ້ພິພາກສາບາແຣດ (Barrett) ໃນທາງສ່ວນຕົວແລ້ວເປັນຕົວແທນດີທີ່ສຸດໃຫ້ແກ່ອາເມລິກາ ເມື່ອເວົ້າເຖິງດ້ານສະຕິປັນຍາ ແລະພື້ນຖານທີ່ດີຂອງທ່ານນາງ". ທ່ານກ່າວຕໍ່ໄປວ່າ “ແລະພວກເຮົາມີຄວາມໝັ້ນໃຈໃນທຸກດ້ານເລີຍວ່າ ເມື່ອໃດປະຊາຊົນອາເມຣິກັນຫາກຮູ້ຈັກ ຜູ້ພິພາກສາເອມມີ ໂຄນີ ບາແຣດ (Amy Coney Barrett) ດີ ພວກເຂົາເຈົ້າກໍຈະໄດ້ຮັບແຮງບັນດານໃຈ ຄືກັບປະທານາທິບໍດີທຣໍາໃນເວລາທີ່ທ່ານໄດ້ແຕ່ງຕັ້ງທ່ານນາງນັ້ນ.”

ທ່ານນາງຍັງໄດ້ພົບປະກັບປະທານຄະນະກຳມະການຕຸລາການຂອງສະພາສູງ, ທ່ານ ລີນຊີ ແກຣມ (Lindsey Graham) ແລະສະມາຊິກຂອງຄະນະກຳມະ ການ ຈາກພັກຣີພັບບລິກັນ, ທ່ານໄມຄ໌ ແຄຣບໂປ (Mike Crapo), ຈຊັກ ແກຣສລີ (Chuck Grassley), ໄມຄ໌ ລີ (Mike Lee) ແລະສະມາຊິກສະພາສູງເທດ ຄຣຸສ (Ted Cruz).

ທ່ານຄຣຸສ (Cruz) ໄດ້ກ່າວກ່ຽວກັບຄໍາຮຽກຮ້ອງຂອງສະມາຊິກລັດຖະສະພາຈາກພັກເດໂມແຄຣັດ ໃຫ້ທ່ານນາງ ບາແຣດ (Barrett) ຂໍຕົວບໍ່ໄປຫຍຸ້ງກ່ຽວກັບຄະດີໃດໆທີ່ກ່ຽວຂ້ອງກັບການເລືອກຕັ້ງ ຖ້າຫາກທ່ານນາງໄດ້ຮັບການຮັບ ຮອງເອົາ.

ທ່ານຄຣຸສ (Cruz) ກ່າວໃນວັນອັງຄານວານນີ້ວ່າ "ເຫດຜົນທັງໝົດທີ່ສະພາສູງຄວນປະຕິບັດແລະຄວນປະຕິບັດຢ່າງວ່ອງໄວກໍຄື ເພື່ອຮັບຮອງເອົາຜູ້ພິພາກສາຄົນທີ 9 ເພື່ອໃຫ້ສານສູງສຸດສາມາດແກ້ໄຂທຸກໆຄະດີທີ່ເກີດຂຶ້ນໃນການເລືອກຕັ້ງໄດ້."

ບັນດາສະມາຊິກຈາກພັກເດໂມແຄຣັດຄັດຄ້ານຢ່າງແຮງຕໍ່ການຮັບຮອງເອົາທ່ານນາງ ບາແຣດ (Barrett) ແລະການເລັ່ງລັດຂອງພວກສັງກັດພັກຣີພັບບລິກັນໃນຂັ້ນຕອນການຮັບຮອງນັ້ນ. ພວກເຂົາເຈົ້າໃຫ້ເຫດຜົນວ່າ ຜູ້ທີ່ໄດ້ຮັບໄຊຊະ ນະໃນການເລືອກຕັ້ງປະທານາທິບໍດີຄວນເປັນຄົນແຕ່ງຕັ້ງ ຜູ້ສືບທອດຕໍາແໜ່ງຂອງຜູ້ພິພາກສາທີ່ມີຫົວກ້າວໜ້າ, ທ່ານນາງ ຣູດ ເບເດີ ກິນສ໌ເບີກ (Ruth Bader Ginsburg) ທີ່ໄດ້ເສຍຊີວິດໄປໃນວັນທີ 18 ກັນຍາ ລວມອາຍຸໄດ້ 87 ປີນັ້ນ. ຄົນອາເມຣິກັນສ່ວນ ໃຫຍ່ແມ່ນເຫັນດີນໍາຄວາມຄິດນັ້ນ, ອີງຕາມການຢັ່ງຫາງສຽງໃນທົ່ວປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG