ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ສະຫະລັດ ພິຈາລະນາການພະຍາຍາມຂອງພັກຣີພັບບລີກັນ ທີ່ຈະປ້ອງກັນກົດລະບຽບຄົນເຂົ້າເມືອງຂອງ ທ່ານ ທຣຳ


ຕຶກສານສູງສຸດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ. 8 ມິຖຸນາ, 2021.
ຕຶກສານສູງສຸດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ. 8 ມິຖຸນາ, 2021.

ຜູ້ພິພາກສາສານສູງສຸດ ສະຫະລັດ ໃນວັນພຸດວານນີ້ໄດ້ປະເຊີນກັບຄວາມຫຍຸ້ງ ຍາກ ກ່ຽວກັບວ່າຈະໃຫ້ບັນດາເຈົ້າໜ້າທີ່ລັດສັງກັດພັກຣີພັບບລີກັນປ້ອງກັນກົດລະບຽບຄົນເຂົ້າເມືອງທີ່ຖືກສ້າງຂຶ້ນໂດຍລັດຖະບານຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ເພື່ອຫ້າມການອາໄສຢູ່ຢ່າງຖາວອນ ສຳລັບຄົນເຂົ້າເມືອງ ທີ່ມີຄວາມເປັນໄປໄດ້ວ່າ ຈະຕ້ອງການຜົນປະໂຫຍດຂອງລັດຖະບານຫຼືບໍ່.

ບັນດາຜູ້ພິພາກສາດັ່ງກ່າວໄດ້ຟັງການອ້າງເຫດຜົນໃນການຮ້ອງຮຽນໂດຍບັນດາໄອຍະການລັດສັງກັດພັກຣີພັບບລີກັນ 13 ຄົນ ທີ່ນຳ​ພາໂດຍໄອຍະການຈາກລັດ ອາຣິໂຊນາ ທ່ານ ມາກ ເບີໂນວິຈ໌ (Mark Brnovich) ກ່ຽວກັບ ການຕັດສິນຂອງສານຕໍ່າທີ່ໄດ້ປະຕິເສດການພະຍາຍາມຂອງເຂົາເຈົ້າທີ່ຈະປ້ອງກັນການຕັດສິນຂອງທ່ານ ທຣຳ, ເຊິ່ງໄດ້ຂະຫຍາຍຂອບເຂດຂອງຜູ້ທີ່ຖືກພິຈາລະ ນາວ່າມີຄວາມເປັນໄປໄດ້ທີ່ຈະກາຍເປັນ “ຜູ້ໄດ້ຮັບຜົນປະໂຫຍດສາທາລະນະ.”

ລັດຖະບານຂອງທ່ານ ໂຈ ໄບເດັນ ໄດ້ຍົກເລີກການປ້ອງກັນ ນະໂຍບາຍດັ່ງກ່າວຂອງລັດຖະບານ, ຈົນກໍ່ໃຫ້ເກີດການດຳເນີນການໂດຍລັດຕ່າງໆ. ກົດລະບຽບທີ່ວ່ານັ້ນໄດ້ມີຜົນບັງຄັບໃຊ້ໃນເດືອນກຸມພາ 2020.

ບັນດາຜູ້ພິພາກສາເສລີນິຍົມ ແລະ ຫົວອະນຸລັກນິຍົມ ໄດ້້ມີຄວາມສົງໄສວ່າເປັນຫຍັງລັດຖະບານຈຶ່ງໄດ້ຍົກເລີກນະໂຍບາຍດັ່ງກ່າວໃນເດືອນມີນາ 2021 ອີງໃສ່ການຕັດສິນໃນເດືອນພະຈິກ 2020 ໂດຍຜູ້ພິພາກສາປະຈຳເຂດ ສະ ຫະລັດ ທ່ານ ແກຣີ ຟາຍເນີແມນ (Gary Feinerman) ໃນລັດ ອີລີນອຍ ທີ່ໄດ້ສັ່ງຍົກເລີກມັນທົ່ວປະເທດໃນກໍລະນີອື່ນ, ແທນທີ່ຈະໃຊ້ຂະບວນການສ້າງກົດລະ ບຽບຢ່າງເປັນທາງການເພື່ອທົດແທນມັນ ໃນຂະນະທີ່ມັນຍັງມີຜົນບັງຄັບໃຊ້ຢູ່.

ຜູ້ພິພາກສາເສລີນິຍົມ ທ່ານນາງ ເອເລນາ ເຄແກນ (Elena Kagan) ໄດ້ສະ ເໜີໃຫ້ລັດຖະບານ ຫຼີກລ່ຽງການຮຽກຮ້ອງພາຍໃຕ້ກົດໝາຍ ສະຫະລັດ ທີ່ເອີ້ນວ່າ ກົດໝາຍຂັ້ນຕອນການບໍລິຫານ ແລະ ໄດ້ສະແດງຄວາມສົງໄສວ່າສານດັ່ງ ກ່າວຄວນໃຫ້ “ໄຟຂຽວ” ສຳລັບການດຳເນີນການດັ່ງກ່າວຫຼືບໍ່. ຫົວໜ້າຜູ້ພິພາກ ສາຫົວອະນຸລັກນິຍົມ ທ່ານ ຈອນ ໂຣເບີດສ໌ ໄດ້ກ່າວວ່າການຫຼີກລ່ຽງກົດໝາຍດັ່ງກ່າວ “ແມ່ນເປັນບັນຫາທີ່ໃຫຍ່ຫຼາຍ.”

ຜູ້ພິພາກສາບາງຄົນໄດ້ກ່າວຢໍ້າວ່າລັດຖະບານປະທານາທິບໍດີມັກຈະຢຸດການປ້ອງກັນນະໂຍບາຍບາງຢ່າງ ທີ່ເຂົາເຈົ້າຄັດຄ້ານຢູ່ໃນສານ.

ຜູ້ພິພາກສາຫົວອະນຸລັກນິຍົມ ທ່ານ ເບຣັດ ຄາວານໍ ໄດ້ກ່າວວ່າ “ມັນບໍ່ແມ່ນວ່າບໍ່ເຄີຍມີມາກ່ອນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG