ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດສະຫະລັດ ຍັງບໍ່ທັນໄດ້ ລົງຄວາມເຫັນ ສິດທິພວກະເທີຍ ແລະຫ້າມການເດີນທາງ


ສານສູງສຸດທີ່ນະຄອນຫຼວງ ວໍຊິງຕັນ.
ສານສູງສຸດທີ່ນະຄອນຫຼວງ ວໍຊິງຕັນ.

ສານ​ສູງ​ສຸດ​ສະຫະລັດ​ກຳລັງ​ກ້າວ​ເຂົ້າສູ່​ເດືອນ​ສຸດ​ທ້າຍ​ການ​ຕັດສິນສຳລັບ​ສົກ​ປີ 2017-
2018. ຄະ​ດີ​ທັງ​ໝົດ​ຊ້ອງໜ້າ​ສານ​ສູງ​ສຸດ​ສະຫະລັດ​ທີ່ໄດ້ໂຕ້​ຖຽງ​ກັນ​ມາ ​ທີ່​ຍັງ​ຕົກຄ້າງ​ຢູ່​ເພື່ອລົງຄວາມເຫັນໃນຫົວຂໍ້ໃຫຽ່ໆກໍມີຄື ເລື້ອງ ​ສິດທິ​ຂອງພວກກະເທີຍ ສິດທິໃນການ
​ແທ້ງ​ລູກ ການ​ຫ້າມ​ເດີນທາງ​ຂອງ​ປະທານາທິບໍດີ ​ດໍ​ໂນ​ລ ທຣໍາ ການຊອກຫາວິທີເອົາ
ລັດເອົາປຽບ ໃນການ​ປ່ອນ​ບັດລົງ​ຄະ​ແນນ​ສຽງ ​ແລະການໝູນໃຊ້ກົດໝາຍ​ຂອງສະຫະ
ພັນແຮງ​ງານ.ນີ້​ແມ່ນ​ຄະ​ດີ​ໃຫຍ່​ຈຳນວນ​ນຶ່ງ​ ທີ່​ລໍຖ້າ ການ​ຕັດສິນ​ໃຈຂອງ​ສານດັ່ງກ່າວ
​ກ່ອນທ້າຍເດືອນ​ມິຖຸນາ​ທີ່ຈະ​ມາ​ເຖິງ​ນີ້.

ສິດທິ​ທາງ​ສາສະໜາ ກັບ ສິດ​ທິຂອງພວກກ​ະ​ເທີຍ ຫຼື LGBTQ.

ແມ່ຍິງຄົນນຶ່ງຖືລໍ້ກິ້ງແປ້ງເຮັດເຂົ້າໜົມ ໃຫ້ການສະໜັບສະໜູນທ່ານ ແຈັກ ຟິລິຟ ຢູ່ນອກສານສູງສຸດ ມັນທີ 5 ທັນວາ 2017.
ແມ່ຍິງຄົນນຶ່ງຖືລໍ້ກິ້ງແປ້ງເຮັດເຂົ້າໜົມ ໃຫ້ການສະໜັບສະໜູນທ່ານ ແຈັກ ຟິລິຟ ຢູ່ນອກສານສູງສຸດ ມັນທີ 5 ທັນວາ 2017.

ຄະ​ດີນຶ່ງໃນຈຳນວນຄະດີ​ທີ່​ຮູ້ກັນ​ດີທັງຫຼາຍ ຊ້ອງໜ້າສານດັ່ງກ່າວ​ກໍແມ່ນ​ສິດທິດ້ານ​ສາສະໜາຂອງບັນດາເຈົ້າ​ຂອງທຸລະ​ກິດ​ສ່ວນບຸກຄົນ ສູ້ກັບກົດໝາຍຕ້ານການຈຳແນກ
ລຳ​ອຽງ​ຂອງ​ລັດ.

ຄະດີກົດໝາຍ​ນຶ່ງຂອງ​ລັດ​ໂຄ​ໂລຣາ​ໂດ ໄດ້ໂຍນ​ສິດທິໃຫ້​ເຈົ້າ​ຂອງ​ຮ້ານ​ເຮັດ​ເຂົ້າໜົມ​
ເຄກ ​ແຈັກ ຟິລິ​ຟສ໌ ຊາວ​ຄຣິສຄົນ​ນຶ່ງ​ຜູ້​ທີ່ປະຕິ​ເສດບໍ່​ເຮັດ​ເຂົ້າໜົມເຄກ​ແຕ່ງງານ​ໃຫ້​ແກ່​
ຄູ່ຮ່ວມເພດ​ດຽວ​ກັນ ຕ້ານ​ກົດໝາຍ​ຂອງ​ລັດ​ທີ່​ຫ້າມ​ບໍ່​ໃຫ້ເຮັດ​ທຸລະ​ກິດ ​ເປີດ​ແກ່​ສາທາ
ລະນະ​ຊົນ​ຍ້ອນ​ການລຳອຽງ ໂດຍຖືເອົາເພດມາເປັນພື້ນຖານ​.

ພະນັກງານແມ່ຍິງ ສົນທະນາກ່ຽວກັບວິກິດການຖືພາ ທີ່ສູນກາງ ກຣຽວຣອຍ ລັດຄາລີຟໍເນຍ ທີ 8 ກຸມພາ 2018.
ພະນັກງານແມ່ຍິງ ສົນທະນາກ່ຽວກັບວິກິດການຖືພາ ທີ່ສູນກາງ ກຣຽວຣອຍ ລັດຄາລີຟໍເນຍ ທີ 8 ກຸມພາ 2018.

ຄະ​ດີ​ທີ່​ຄ້າຍຄື​ກັນ​ກຳລັງ​ລໍຖ້າ​ຢູ່່ ​ໃນ 21 ລັດ ທີ່​ຕ້ານກົດໝາຍ​ການ​ລຳອຽງ ທີ່​ສະ​ເພາະ
​ເຈາະ​ຈົງ​ໃສ່ປະຊາ​ຄົມກະ​ເທີຍ. ຮ້ານ​ຂາຍ​ດອກ​ໄມ້ ນັກ​ຖ່າຍ​ພາບ​ວີ​ດີ​ໂອ ​ແລະ​ນັກ​ສິນ
ລະປິນ​ອອກ​ແບບ ພາກັນ​ຮວມຢູ່ໃນ​ບັນດາ​ທຸລະ​ກິດ​ທີ່​ກຳລັງ​ຖືກຟ້ອງ​ຮ້ອງ ​ໃ​ນການ​ປະ
ຕິ​ເສດ ​ບໍ່ໃຫ້ການ​ບໍລິການ​ແກ່​ຄູ່ຮ່ວມ​ເພດ​ດຽວ​ກັນ ທີ່​ອີງ​ຕາມ​ພື້ນຖານ​ທາງ​ສາສໜາ.
ບັນດາ​ສູນ​ກາງ​ແທ້ງ​ລູກ ​ຕໍ່ສູ້​ກັບ ​ເສລີພາບ​ໃນການ​ປາ​ກ​ເວົ້າ.

ພະນັກງານດັບເພີງຄົນນນຶ່ງ ຖືປ້າຍສະນັນສະໜູນສະຫະພັນ ທີ່ເມືອງໂອລິມເປຍ ທີ 26 ກຸມພາ 2011.
ພະນັກງານດັບເພີງຄົນນນຶ່ງ ຖືປ້າຍສະນັນສະໜູນສະຫະພັນ ທີ່ເມືອງໂອລິມເປຍ ທີ 26 ກຸມພາ 2011.

ສານ​ຈະ​ຕັດສິນ​ວ່າ ລັດ​ຄາ​ລີ​ຟໍ​ເນຍ ສາມາດເຮັດ​ໃຫ້​ບັນດາ​ສູນ​ກາງ​ວິກິ​ດ ການຄວາ​ມ
​ເຊື່ອ​ຖື ຕິດ​ປ້າຍ​ບອກໃຫ້​ລູກ​ຄ້າເຂົາ​ເຈົ້າ​ຮູ້​ວ່າ ລັດ​ບໍລິການ​ໂດຍ​ບໍ່​ເສຍ​ຄ່າ ຫຼືແທ້ງ​ລູກໃນ​ລາຄາຍ່ອມເຍົາ ​ແລະ​ການ​ບໍລິການ​ປ້ອງ​ກັນ ເຮັດ​ບໍ່ໃຫ້​ມິ​ລູກ. ລັດ​ບົ່ງວ່າ ໃຫ້ສະຖານ​ທີ່
ທີ​ມີ​ໃບ​ອະນຸຍາດ​ທັງ​ໝົດ​ນີ້ ​ໃຫ້ມີການບໍລິການ​ສຸຂະພາບກ່ອນອອກລູກ ຫຼື​ບໍລິການ​ວາງ
​ແຜນ​ຄອບຄົວ.

ອ່ານຂ່າວນີ້ິເພີ້ມເປັນພາສາອັງກິດ

XS
SM
MD
LG