ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານສູງສຸດ ສຫລ ບໍ່ຮັບຟັງ ຄະດີ ຜູ້ປ່ອນບັດ ຕ້ອງມີບັດປະຈຳໂຕ ຢູ່ລັດ North Carolina


ກອງເອກກະສານລັດຖະບານ ທີ່ອະທິບາຍເຖິງ ການໂຕ້ແຍ້ງ "ບັດປະຈຳໂຕປ່ອນບັດ" ຢູ່ທີ່ລັດ North Carolina.
ກອງເອກກະສານລັດຖະບານ ທີ່ອະທິບາຍເຖິງ ການໂຕ້ແຍ້ງ "ບັດປະຈຳໂຕປ່ອນບັດ" ຢູ່ທີ່ລັດ North Carolina.

ສານ​ສູງ​ສຸດ​ສະຫະລັດ ​ໄດ້​ປະຕິ​ເສດ​ການຕໍ່​ຄວາມ​ພະຍາຍາມ​ຂອງ​ບັນດາ​ສະມາ ຊິກ
ສະພາ​ພັກຣີພັບ​ບລິ​ກັນ ຢູ່ທີ່ລັດ North Carolina ​ທາງ​ພາກ​ຕາ​ເວັນ​ອອກ​ຂອງສະຫະ
ລັດ ​ທີີ່​ຈະດັດ​ແປງ​ແກ້​ໄຂກົດໝາຍຂອງ​ລັດທີ່​ບັງຄັບ​ໃຫ້​ບັນດາ​ຜູ້​ປ່ອນ​ບັດ​ສະ​ເໜີ​ບັດ
ປະຈຳ​ໂຕ​ຢູ່​ໜ່ວຍ​ປ່ອນ​ບັດ.

ສະພາ​ທີ່​ຄວບ​ຄຸມ​ໂດຍພັກຣີພັບ​ບລິກກັນ ໄດ້​ຮັບ​ຜ່ານກົດໝາຍ​ນີ້ ​ໃນ​ປີ 2013 ໂດຍທີ່
​ພວກ​ສະໜັບສະໜູນ​ກ່າວວ່າ ມາດ​ຕະການ​ໃໝ່​ທີ່​ຍັງ​ລົບ​ລ້າງ​ການ​ລົງ​ທະ ບຽ​ນຜູ້​ປ່ອນ​
ບັດ​ໃນ​ວັນ​ດຽວກັນ ​ແລະ​ຫລຸດ​ຈຳນວນ​ມື້ ​ໃນ​ການປ່ອນ​ບັດ​ລ່ວງໜ້າ ນັ້ນ​ວ່າ ​ມີ​ຄວາມ​
ຈຳ​ເປັນ​ເພື່ອ​ປ້ອງ​ກັນ​ການທີ່​ສໍ້​ໂກງຄະ​ແນນໃນ​ການ​ປ່ອນ​ບັດ.

​ແຕ່​ພວກ​ຄັດຄ້ານ ທີ່​ຮວມທັງ​ກຸ່ມ​ປົກ​ປ້ອງສິດທິ​ ​ແລະພັກເດ​ໂມ​ແຄຣັດກ່າວ​ວ່າ​ ບາດ
ກ້າວ​ຕ່າງໆ​ເຫລົ່າ​ນັ້ນ ​ແມ່ນ​ບໍ່​ຍຸ​ຕິທໍາ​ທີ່​ແນເປົ້າໝາຍໃສ່ຜູ້ປ່ອນ​ບັດ​ຊາວ​ອາ​ເມຣິກັນ​ເຊື້ອ
ສາຍ​ອາ​ຟຣິກາ ແລະຊາວ​ສະແປນ​ນິສ ຜູ້​ທີ່​ບໍ່​ມີ​ບັດປະຈຳ​ໂຕ ຫລື​ເຂົ້າເຖິງ​ໜ່ວຍ​ປ່ອນ
​ບັດ​ຕ່າງໆ​ໃນ​ວັນ​ເລືອກ​ຕັ້ງ.

ການ​ຕັດສິນ​ຂັ້ນ​ຕົ້ນ​ຂອງ​ສານລັດຖະບານ​ກາງ ​ໄດ້​ປະຕິ​ເສດຕໍ່​ຄວາມ​ເປັນ​ຫ່ວງ​ເຫລົ່າ
​ນັ້ນ ​ແຕ່ການຂໍ​ອຸທອນ​ ຕໍ່ສານ​ອຸທອນເຂດ 4 ກ່າວ​ວ່າ​ ສະພາ​ນິຕິ​ບັດຍັດ ​ໄດ້​ຜ່ານກົດ
ໝາຍ “ທີ່​ມີ​ຄວາມ​ຕັ້ງ​ໃຈ​ຈຳ​ແນ​ກກີດ​ກັນ.”

​ການ​ຕັດສິນ​ຂອງສານ​ອຸທອນ​ເຂດ 4 ​ໄດ້​ອ້າງ​ເຖິງ​ການ​ຄົ້ນຄວ້າ ທີ່​ເຮັດ​ຂຶ້ນໂດຍ​ບັນດາ​ສະມາຊິກສະພາ​ຮ່າງຮ່່າງ​ກົດໝາຍໂດຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງການຂໍ້ມູນ ໄຈ້​ແຍກ​
ອອກ​ໂດ​ຍຜິວ​ພັນ ​ໃນ​ການ​ໃຊ້​ປະຕິບັດ​ຄວາມ​ແຕກ​ຕ່າງ​ການ​ປ່ອນ​ບັດ.

ສານ​ກ່າວ​ວ່າ “​ເຖິງ​ແມ່​ນວ່າຂໍ້ກຳນົດແນ​ໃສ່ຊາວ​ອ​າ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ​ເກືອບ
ວ່າ​ແນ່ນອນ​ທີ່​ສຸດ ​ເຂົາ​ເຈົ້າ​ປະກອບ​ດ້ວຍ ການແກ້​ໄຂ​ທີ່​ບໍ່​ຖືກຕ້ອງ​ສຳລັບບັນຫາ ທີ່ປະ
ກາດວ່າ​ຖືກຕ້ອງ​ແກ່​ເຂົາ​ເຈົ້າ ​ແລະຄວາມ​ຈິງ​ແລ້ວ ​ແມ່ນ​ປົວແປງຕໍ່​ບັນ​ຫາທີ່​ບໍ່ເຄີຍມີ​.”

​ເວ​ນາ​ນັ້ນ ຜູ້​ປົກຄອງ​ລັດ North Carolina ​ໄດ້​ຮ້ອງ​ຂໍ​ໃຫ້ສານ​ສູງ​ສຸດຕ່າວ​ປີ້ນ​ການ​ຕັດ
ສິນ​ດັ່ງກ່າວ ​ແຕ່​ເວລາ​ຜູ້​ປົກຄອງ​ລັດຄົນ​ໃໝ່​ພັກ​ເດ​ໂມ​ແຄຣັດ​ໄດ້​ເຂົ້າກຳ​ຕຳ​ແໜ່ງ​ໃນ​
ເດືອນ​ມັງກອນ​ທີ່ຜ່ານ​ມານີ້ ທ່ານ​ແລະຫົວໜ້າ​ພະ​ແນ​ກ​ຍຸຕິ​ທຳ​ປະຈຳ​ລັດ ​ໄດ້​ຮ້ອງ​ຂໍ​ໃຫ້​
ສານ​ຍົກ​ເລີກຄະດີນີ້. ບັນດາ​ຜູ້ນຳຣີພັບ​ບລິ​ກັນ​ຢູ່​ໃນ​ສະພາ​ໄດ້​ຂໍ​ຮ້ອງໃຫ້​ເຂົາ​ເຈົ້າໄດ້​ຮັບອະນຸຍາດ​ໃຫ້​ເປັນຕາງໜ້າລັດ ຕໍ່​ສູ້ກັບ​ພວກ​ທີ່​ທ້າ​ທາຍ​ຕໍ່​ກົດໝາຍນີ້.

​ຫົວໜ້າ​ຜູ້​ພິ​ພາກ​ສາສານ​ສູງ​ສຸດ ທ່ານ John Roberts ​ໄດ້​ອ້າງເຖິງ​ຄວາມ​ສັບສົນຢູ່​ໃນ​
ຄຳ​ເຕືອນ​ສອງ​ໜ້າຂອງ​ທ່ານທີ່​ປະຕິ​ເສດ​ຕໍ່ການ​ອຸທອນໃນວັນ​ຈັນ ​ແລະ ​ເນັ້ນ​ໜັກ​ວ່າ
”ສານ​ໄດ້​ປະຕິ​ເສດ​ຕໍ່ການ​ຮັບ​ຟັງ​ຄະດີນີ້​ ຍ້ອນ​ບໍ່​ມີ​ຄຸນຄ່າ​ພຽງພໍ​ທາງດ້ານ​ກົດໝາຍ.

ຜູ້ປົກຄອງລັດ ທ່ານ Roy Cooper ໄດ້ສະ​ແດງ​ຄວາມຍິນດີກັບການຕັດສິນ ໃຈນີ້ວ່າ “ເປັນຂ່າວທີ່ດີ” ສຳລັບລັດ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG