ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງຂອງສະຫະລັດ ອາດຈະ​ທຳ​ການຕັດສິນທີ່ສໍາຄັນ ກ່ຽວກັບທ່ານທຣໍາ ໃນອີກບໍ່ດົນ


ແຟ້ມຮູບ-ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວປາໄສໃນການຖະແຫຼງຂ່າວຢູ່ນະຄອນອໍແລນໂດ, ລັດຟລໍຣິດາ, ວັນທີ 26 ກຸມພາ 2022.
ແຟ້ມຮູບ-ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວປາໄສໃນການຖະແຫຼງຂ່າວຢູ່ນະຄອນອໍແລນໂດ, ລັດຟລໍຣິດາ, ວັນທີ 26 ກຸມພາ 2022.

ສິບເດືອນຫຼັງຈາກນີ້, ບັນດາຜູ້ມີສິດລົງຄະແນນສຽງ ຂອງສະຫະລັດ ຈະເລືອກຕັ້ງປະທານາທິບໍດີອີກຄັ້ງນຶ່ງ, ແຕ່ກ່ອນທີ່ພວກເຂົາເຈົ້າຈະໄປຍັງສະຖານທີ່​ປ່ອນ​ບັດນັ້ນ, ສານສູງສຸດຂອງສະຫະລັດ ໃນອີກບໍ່ເທົ່າໃດອາທິດຂ້າງຫນ້າ ອາດມີບົດບາດທີ່ສໍາຄັນ ໃນຊະຕາກໍາທາງດ້ານການເມືອງຂອງອະດີດປະທານາທິບໍດີ ດໍໂນລ ທຣໍາ ເຊິ່ງເປັນຜູ້ສະຫມັກ ທີ່ມີຄະແນນນໍາໜ້າຈາກພັກຣີພັບບລີກັນ.

ເປັນເວລາຫຼາຍກວ່າສາມປີ ລຸນຫຼັງທີ່​ໄດ້ເສຍ​ໄຊການແຂ່ງຂັນເລືອກຕັ້ງຄືນໃຫມ່, ທ່ານທຣໍາ ປະເຊີນກັບອຸປະສັກທີ່ຈະທວງຄືນທໍານຽບຂາວ, ເຊິ່ງທັງຫມົດນີ້ສານສູງສຸດຂອງປະເທດທີ່ມີສະມາຊິກ 9 ທ່ານ, ສາມາດຊັ່ງຊາເຖິງຄວາມເສຍຫາຍ ຫຼື ຜົນປະໂຫຍດຂອງ ທ່ານ ທຣໍາ.

ທ່ານທຣໍາ ກໍາລັງອ້າງເອົາການຍົກເວັ້ນ ຈາກການດໍາເນີນຄະດີ ໃນຂໍ້ກ່າວຫາທາງອາຍາທີ່ບໍ່ເຄີຍມີມາກ່ອນ 4 ຄັ້ງ ເຊິ່ງໄດ້ກວມເອົາ 91 ຂໍ້ກ່າວຫາ ທີ່ທ່ານອາດຖືກດໍາເນີນຄະດີ ໃນອີກບໍ່ເທົ່າໃດເດືອນຂ້າງຫນ້ານີ້.

ທ່ານທຣໍາ ຍັງໄດ້ຕໍ່ສູ້ກັບການຕັດສິນ ໂດຍສອງລັດ ເພື່ອຕັດທ່ານອອກຈາກການລົງຄະແນນສຽງເລືອກຕັ້ງປະທານາທິບໍດີຂັ້ນຕົ້ນໃນປີ 2024 ຂອງພັກຣີພັບບລິກັນ ສໍາລັບການກະທໍາຂອງທ່ານ ໃນຂໍ້ກ່າວຫາທີ່ວ່າ ທ່ານໄດ້ຍຸຍົງໃຫ້ເກີດການກໍ່ຈະລາຈົນ ໂດຍຜູ້ສະໜັບສະໜຸນຂອງທ່ານ ຢູ່ທີ່ຫໍລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນ ປີ 2021, ເນື່ອງຈາກພວກເຂົາເຈົ້າພະຍາຍາມບໍ່ໃຫ້ລັດຖະສະພາຮັບຮອງ ທ່ານໂຈ ໄບເດັນ ຊະນະທ່ານທຣໍາໃນການເລືອກຕັ້ງປະທານາທິບໍດີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG