ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສານສູງສຸດ ຮັບຟັງຄະດີ ຈຳແນກກີດກັນ ຈາກແມ່ຍິງ ມຸສລິມ ໃສ່ຜ້າປົກຫົວ


US Supreme Court Hears Hijab Discrimination Case
please wait

No media source currently available

0:00 0:01:15 0:00

ສານ​ສູງ​ສຸດ​ຂອງ​ສະຫະລັດ ​ໄດ້​ຮັບ​ຟັງ​ຄຳ​ໂຕ້​ແຍ້​ງຕ່າງໆ​ໃນ​ວັນ​
ພຸດ​ວານ​ນີ້ ກ່ຽວ​ກັບ​ຄຳ​ກ່າວ​ອ້າງ​ວ່າ ​ຖືກ​ຈຳ​ແນ​ກກີດ​ກັນ ​ໂດຍ
​ແມ່ຍິງ​ມຸສລິ​ມຄົນ​ນຶ່ງ ທີ່​ໄດ້​ຖືກ​ປະຕິ​ເສດ​ໃນ​ການ​ໄປ​ສະ​ໝັກ​ເຮັດ​
ວຽກ​ຢູ່​ໃນ​ຮ້ານ​ຂາຍ​ເຄື່ອງນຸ່ງ​ທີ່​ມີ​ຊື່​ສຽງ​ແຫ່ງ​ນຶ່ງ ຍ້ອນ​ວ່າ​ຜູ້ກ່ຽວ​
ໃສ່​ຜ້າ​ປົກ​ຫົວຫຼື hijab ຂ​ອງ​ຊາວ​ມຸສລິ​ມນັ້ນ.

ນາງ Samantha Elauf ​ໄວ 17 ປີ ​ເວລາ​ລາວ​ໄປ​ສະໝັກ​
ເຮັດ​ວຽກ​ເປັນຄົນຂາຍ​ເຄື່ອງ​ໃນ​ປີ 2008 ທີ່​ຮ້ານ​ຂາຍ​ເຄື່ອງ
ນຸ່ງ Abercrombie & Fitch ​ໃນ​ເມືອງ Tulsa ລັດ Okla
homa ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດ. ບັນດາ
​ເຈົ້າ​ໜ້າ​ທີ່​ຂອງ​ຮ້ານ​ດັ່ງກ່າວ ​ໄດ້​ຕັດສິນ​ໃຈ​ວ່າ​ລາວ ​ບໍ່​ໄດ້ມາດ
ຕະຖານ ໃນການ “ແຕ່ງໂຕ ​ແລະ​ທ່າອຽງຂອງ ສະໄຕລ໌”ຂອງຮ້ານຂາຍຍ່ອຍ​ດັ່ງກ່າວ.

​ແຕ່​ທາງຮ້ານ​ຂາຍຍ່ອຍ​ດັ່ງກ່າວ ​ເວົ້າ​ວ່າ ຕັ້ງ​ແຕ່​ນັ້ນ​ມາ ຕົນ​ໄດ້​ໃຫ້​ຄວາມ​ສະດວກ​ທາງ​ດ້ານ​ສາສະໜາ​ແກ່​ພວກ​ພະນັກງານ​ຂອງ​ຕົນ ​ເວລາ​ ​ຖືກ​ຮ້ອງ​ຂໍ ທີ່​ຈະ​ອະນຸມັດ​ໃຫ້​ພວກ​ແມ່ຍິງ
ໃສ່​ຜ້າ​ປົກ​ໜ້າ​ນັ້ນ​ໄດ້.

ຫຼັງ​ຈາກຄະດີ​ຮ້ອງ​ຟ້ອງ​ກ່ຽວກັບການຈຳ​ແນ​ກກີດ​ກັນ​ດັ່ງກ່າວ​ນີ້​ແລ້ວ ຄະນະ​ຕຸລາການໄດ້​ຕັດ​ສິນ​ໃຫ້​ເງິນ 20 ພັນ​ດອນ​ລາ​ແກ່​ນາງ Elauf ​ແຕ່ສານ​ອຸທອນ​ໄດ້​ຕ່າວ​ປີ້ນ​ຄຳ​ຕັດສິນ​ນັ້ນ ​ໂດຍ​ລົງ​ຄວາມ​ເຫັນ​ວ່າ ບໍລິສັດ Acrombie ບໍ່​ມີ​ສ່ວນ​ຮັບຜິດຊອບ ​ນຳ​ຄ່າ​ເສຍ​ຫາຍ​ນັ້ນ ​ເພາະວ່າ​ນາງ Elauf ບໍ່​ເຄີຍຂໍ​ຮ້ອງ​ສຳລັບ​ຄວາມ​ສະດວກ​ໃນ​ດ້ານ​ສາສະໜາ​ນັ້ນ​ຈັກ​ເທື່ອ.

ສານ​ສູງ​ສຸດ​ກຳລັງ​ພິຈາລະນາ​ວ່າ ພວກ​ພະນັກງານ​ທີ່​ຈະ​ມາ​ເຮັດ​ວຽກນັ້ນທີ່​ຕ້ອງການ​ຄວາມ​ສະດວກ​ທາງ​ສາສະໜາ​ຈະ​ຕ້ອງຮ້ອງ​ຂໍ ຫຼື​ວ່າທາງ​ທຸລະ​ກິດ​ຈຳ​ເປັນ​ຕ້ອງ​ຕັດສິນ​ໃຈ​ວ່າ ພະ
ນັກງານ​ນີ້​ຕ້ອງ​ການ​ຫຼື​ບໍ?

​ເບິ່ງ​ຄື​ວ່າ ສານ​ສູງ​ສຸດຈະ​ອອກ​ຄຳ​ຕັດສິນ​ໃນ​ຄະດີ​ດັ່ງກ່າວ ພາຍ​ໃນ​ທ້າຍ​ເດືອນ​ມິຖຸນາ​ປີ​ນີ້.

ushijabdiscrimination26february15
please wait

No media source currently available

0:00 0:01:23 0:00

XS
SM
MD
LG