ໃນໄຊຊະນະຂອງປະທານາທິບໍດີ ດໍໂນລ ທຣຳ ນັ້ນ ສານສູງສຸດສະຫະລັດ ໄດ້ຕັດສິນ
ໃນວັນຈັນວານນີ້ ຊຶ່ງໄດ້ອະນຸຍາດໃຫ້ ຄຳສັ່ງໂຈະການເດີນທາງຂອງທ່ານສະບັບ
ຫລ້າສຸດ ຍັງມີຜົນບັງຄັບໃຊ້ ໃນຂະນະທີ່ການຕໍ່ສູ້ທາງກົດໝາຍຍັງດຳເນີນຢູ່ ໃນລະດັບ
ສານລະດັບຕ່ຳ.
ຜູ້ພິພາກສາສານ 7 ທ່ານ ໄດ້ຕັດສິນເຫັນພ້ອມກັບລັດຖະບານ ໃນຂະນະທີ່ອີກ 2 ທ່ານ
ຄື ທ່ານນາງຣູຕທ໌ ເບເດີ ກິນສເບີກ ແລະທ່ານນາງໂຊເນຍ ໂຊໂຕເມເຢີ ໄດ້ກ່າວວ່າ
ບາງສ່ວນຄຳສັ່ງໂຈະການເດີນທາງ ຄວນຈະໃຫ້ດຳເນີນຕໍ່ໄປ.
ສານບໍ່ໄດ້ໃຫ້ເຫດຜົນກ່ຽວກັບການຕັດສິນທີ່ວ່ານີ້ ແຕ່ຢ່າງໃດ.
ຄຳສັ່ງໂຈະການເດີນທາງດັ່ງກ່າວ ແມ່ນໄດ້ຫ້າມພວກນັກທ່ອງທ່ຽວສ່ວນໃຫຍ່ ຈາກ 8
ປະເທດ ອັນມີ ແຊດ ອີຣ່ານ ລີເບຍ ເກົາຫຼີເໜືອ ໂຊມາເລຍ ຊີເຣຍ ເວເນຊູເອລາ
ແລະເຢເມນ ຊຶ່ງ 6 ປະເທດໃນນັ້ນ ແມ່ນມີຊາວມຸສລິມເປັນຊົນກຸ່ມໃຫຍ່.
ຜູ້ພິພາກສາສານຊັ້ນຕົ້ນ ໃນລັດແມຣີແລນດ໌ ແລະລັດຮາວາຍ ໄດ້ຂັດຂວາງ ບໍ່ໃຫ້
ຄຳສັ່ງດັ່ງກ່າວນີ້ ມີຜົນບັງຄັບໃຊ້ໄດ້.
ການຕັດສິນຂອງສານໃນວັນຈັນວານນີ້ ແມ່ນຄືວ່າ ໄດ້ຍົກເລີກການອະລຸ້ມອະລ່ວຍ
ທີ່ໄດ້ຍົກເວັ້ນ ພວກທີ່ກ່າວອ້າງວ່າ ຕົນມີຖານະທີ່ເອີ້ນວ່າຄວາມສຳພັນຢ່າງແທ້ຈິງ
ກັບຜູ້ໃດຜູ້ນຶ່ງທີ່ອາໄສ ຢູ່ໃນສະຫະລັດ ນັ້ນໝາຍເຖິງ ພໍ່ເຖົ້າແມ່ເຖົ້າ ປູ່ຍາຕາຍາຍ
ເອື້ອຍ ອ້າຍ ແລະນ້ອງໄພ້ ລຸງປ້າ ນ້າອາ ແລະພີ່ນ້ອງ ທັງຫຼາຍນັ້ນ.
ບັນດາທະນາຍຄວາມໃນລັດຮາວາຍ ໂຕ້ຖຽງວ່າ ມັນບໍ່ມີເຫດຜົນທີ່ທາງສານສູງສຸດ
ທີ່ຈະເຂົ້າມາກ່ຽວຂ້ອງກັບຄະດີດັ່ງກ່າວ ໃນຕອນນີ້ ແພາະວ່າ ທາງສານໄດ້ຮັບຮູ້ແລ້ວວ່າ
ພວກນັກທ່ອງທ່ຽວບາງຄົນຈາກ 8 ປະເທດດັ່ງກ່າວນີ້ ສາມາດທີ່ຈະກວດຂັນຢ່າງ
ລະອຽດໃນດ້ານປອດໄພ ແລະສາມາດຂໍວີຊາໄດ້.
ລັດຖະມົນຕີກະຊວງຍຸຕິທຳ ທ່ານເເຈັຟ ແຊສສັນ ໄດ້ເອີ້ນ ການຕັດສິນໃນວັນຈັນ
ວານນີ້ວ່າ “ນີ້ແມ່ນໄຊຊະນະອັນໃຫຍ່ຫຼວງ ຕໍ່ຄວາມປອດໄພສຳລັບຊາວອາເມຣິກັນທັງຫຼາຍ,” ແລະໄດ້ກ່າວວ່າ ຄຳສັ່ງໂຈະການເດີນທາງຂອງທ່ານທຣຳ ແມ່ນມີຄວາມ
ຈຳເປັນເພື່ີອການປົກປ້ອງປະເທດຈາກການຂົ່ມຂູ່ໃດໆ.
ທະນາຍຄວາມຂອງລັດຖະບານທ່ານທຣຳ ໂຕ້ຖຽງວ່າ ລັດຖະບານຕ່າງປະເທດ
ບາງປະເທດ ແມ່ນບໍ່ມີຂໍ້ມູນພຽງພໍທີ່ຈະແບ່ງປັນ ກ່ຽວກັບພວກທີ່ຂໍວີຊາ ເຂົ້າມາຍັງ
ສະຫະລັດ ແລະມີຄວາມອາດເປັນໄປໄດ້ທີ່ຈະເປັນການສ່ຽງຕໍ່ສະຫະລັດ.
ຮອງໂຄສົກຂອງທຳນຽບຂາວ ທ່ານໂຮກັນ ກີດລີ ໄດ້ກ່າວວ່າ ການຕັດສິນຂອງສານ
ສູງສຸດ ໃນວັນຈັນວານນີ້ ແມ່ນບໍ່ໄດ້ປະຫຼາດໃຈ ແລະກ່າວວ່າ ນັ້ນແມ່ນ “ສິ່ງທີ່
ຈຳເປັນຕໍ່ການປົກປ້ອງປະເທດຊາດຂອງພວກເຮົາ.”
ແຕ່ວ່າສະພາກ່ຽວກັບສາຍພົວພັນອິສລາມອາເມຣິກັນ ອີກຄັ້ງນຶ່ງ ເອີ້ນຄຳສັ່ງ
ໂຈະການເດີນ ທາງນີ້ວ່າ ແມ່ນເປັນການຫ້າມຕໍ່ຊາວມຸສລິມ.
“ການເອົາບາດກ້າວຂອງສານສູງສຸດສະຫະລັດ ມື້ນີ້ ແມ່ນເປັນການຢ້ຳເຕືອນ
ທີ່ວ່າ ພວກເຮົາ ບໍ່ສາມາດທີ່ຈະເພິ່ງພາບໍ່ພຽງແຕ່ສານເທົ່ານັ້ນ ທີ່ຈະເວົ້າເຖິງຄວາມພະຍາຍາມຂອງລັດຖະບານຂອງທ່ານທຣຳ ທີ່ໄດ້ຈຳແນກກີີດກັນ ສະເພາະແຕ່
ຊາວມຸສລິມ ແລະຊົນກຸ່ມນ້ອຍອື່ນໆ,” ນັ້ນຄືຄຳເວົ້າທ່ານ ກາເດຍຣ໌ ອັບບາສ ທະນາຍຄວາມຂອງອົງການທີ່ໄດ້ກ່າວໄປນັ້ນ.
ສານສູງສຸດ ໄດ້ຕົກລົງທີ່ຈະຮັບຟັງ ການໂຕ້ແຍ້ງທີ່ເຫັນພ້ອມແລະຄັດຄ້ານກ່ຽວກັບ
ຄຳສັ່ງໂຈະຄົນເຂົ້າເມືອງຂອງທ່ານທຣຳ ທັນທີທີ່ເລື່ອງດັ່ງກ່າວ ໄດ້ຜ່ານສານຂັ້ນຕໍ່າ
ແລ້ວນັ້ນ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ