ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ສະຫະລັດ ປະຕິເສດບໍ່ຮັບພິຈາລະນາ ຄະດີຟ້ອງຮອງ ຕໍ່ກົດໝາຍປະກັນສຸຂະພາບ ອີກຄັ້ງນຶ່ງ


ໃນພາບນີ້ ຖ່າຍເມື່ອວັນທີ 29 ມິຖຸນາ 2020, ຫໍສານສູງສຸດສະຫະລັດ ແມ່ນເຫັນໄດ້ ຢູ່ໃນບໍລິເວນ Capitol Hill ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.
ໃນພາບນີ້ ຖ່າຍເມື່ອວັນທີ 29 ມິຖຸນາ 2020, ຫໍສານສູງສຸດສະຫະລັດ ແມ່ນເຫັນໄດ້ ຢູ່ໃນບໍລິເວນ Capitol Hill ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.

ສານສູງສຸດສະຫະລັດ ນັບເປັນຄັ້ງທີສາມ ທີ່ໄດ້ປະຕິເສດບໍ່ຮັບພິຈາລະນາຄະດີຟ້ອງຮ້ອງ ຕໍ່ກົດໝາຍວ່າດ້ວຍປະກັນໄພສຸຂະພາບອັນສຳຄັນຂອງປະເທດ ທີ່ສະໜອງການຄຸ້ມຄອງ ເພື່ອຊ່ອຍຈ່າຍຄ່າປິ່ນປົວທັງຫຼາຍໃຫ້ແກ່ຊາວອາເມຣິກັນຫຼາຍລ້ານຄົນ.

ສານສູງສດ ໃນການຕັດສິນ 7 ສຽງຕໍ່ 2 ສຽງ ເມື່ອວັນພະຫັດວານນີ້ ບໍ່ຮັບພິ ຈາລະນາຂໍ້ສະເໜີຂອງ 18 ລັດ ທີ່ນຳພາໂດຍພັກຣີພັກພັບບລີກັນ ແລະລັດຖະ ບານອະດີດປະທານາທິບໍດີ ດໍໂນລ ທຣຳ ເພື່ອຍົກເລີກກົດໝາຍວ່າດ້ວຍປະກັນສຸຂະພາບລາຄາຖືກ ຫຼື Affordable Care Act ນັ້ນ.

ມັນເປັນຜົນສຳເລັດດ້ານນິຕິບັນຍັດທີ່ລົງນາມໂດຍອະດີດປະທານາທິບໍດີ ບາຣັກ ໂອບາມາ ຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານທຣຳ ແລະເປັນທີ່ນິຍົມຊົມຊອບ ໂດຍທົ່ວໄປໃນສະຫະລັດ ຄື Obamacare.

ສານສູງສຸດຂອງປະເທດ ຍັງໄດ້ປະຕິເສດຕໍ່ການຟ້ອງຮ້ອງກົດໝາຍດັ່ງກ່າວໃນ ປີ 2012 ແລະ 2015 ມາແລ້ວ ໂດຍການຕັດສິນທັງໝົດສາມຄັ້ງ ໃຫ້ຮັກສາມັນໄວ້ຄືເກົ່າ ເຊັ່ນຂໍ້ກຳນນົດຕ່າງໆ ທີ່ໄດ້ຮັບຄວາມນິຍົມທາງການເມືອງ ຄືມັນອະນຸຍາດໃຫ້ພວກຊາວໜຸ່ມທັງຫຼາຍຢູ່ໃນປະກັນສຸຂະພາບຂອງພໍ່ແມ່ເຂົາເຈົ້າໄດ້ ຈົນກວ່າພວກເຂົາ ຮອດອາຍຸ 26 ປີ ແລະການຮັບປະກັນການຄຸ້ມຄອງສຳລັບພວກຄົນປ່ວຍ ທີ່ມີໂຣກປະຈຳຕົວມາແຕ່ກ່ອນແລ້ວ.

ຕາມທີ່ລັດຖະສະພາໄດ້ຮັບຮອງເອົາມັນໃນຂັ້ນຕົ້ນ ກົດໝາຍດັ່ງກ່າວ ໄດ້ກຳນົດໃຫ້ປະຊາຊົນຈ່າຍຄ່າປັບໃໝ ຖ້າພວກເຂົາເລືອກທີ່ຈະບໍ່ຊື້ປະກັນສຸຂະພາບ. ແຕ່ລັດຖະສະພາ ໃນປີ 2017 ກຳນົດຄ່າປັບໃໝ ໃນອັນທີ່ເອີ້ນວ່າ ຂໍ້ບັງຄັບສ່ວນ ບຸກຄົນ ໃຫ້ຫຼຸດລົງເຫຼືອສູນ.

ບັນດາໄອຍະການທັງຫຼາຍຂອງລັດ ທີ່ນຳພາໂດຍພັກຣີພັບບລີກັນ ແລະລັດຖະ ບານທ່ານທຣຳ ໄດ້ໂຕ້ແຍ້ງວ່າ ການຖອນຂໍ້ກຳນົດຄ່າປັບໃໝນັ້ນ ເຮັດໃຫ້ກົດໝາຍທັງໝົດນັ້ນ ຂັດຕໍ່ລັດຖະທຳມະນູນ.

ສານດັ່ງກ່ວ ບໍ່ໄດ້ພິຈາລະນາກ່ຽວກັບຄວາມຖືກຕ້ອງຂອງຂໍ້ອ້າງຕໍ່ກົດໝາຍນັ້ນ ແຕ່ໄດ້ລົງຄວາມເຫັນທີ່ວ່າ ການຄັດຄ້ານຂອງລັດທັງຫຼາຍນັ້ນ ບໍ່ມີຖານະດ້ານກົດໝາຍ ທີ່ຈະຟ້ອງຮ້ອງໄດ້.

ການຕັດສິນດ້ວຍສຽງສ່ວນຫຼາຍ ແມ່ນໄດ້ຂຽນໂດຍ ຜູ້ພິພາກສາຫົວເສລີນິຍົມ ທ່ານສຕີບເວັນ ບຣາຍເອີ (Stephen Breyer) ແລະຮ່ວມດ້ວຍ ຜູ້ພິພາກສາອະນຸລັກນິຍົມ ສອງໃນສາມຄົນ ຜູ້ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານໂດຍທ່ານທຣຳ ກໍຄື ທ່ານແບຣັຕ ຄາວານໍ ແລະທ່ານນາງເອມີ ໂຄນີ ບາເຣັຕ.

ຜູ້ທີສາມທີ່ທ່ານທຣຳແຕ່ງຕັ້ງ ກໍຄື ທ່ານນີລ ກໍຊັດຈ໌ (Neil Gorsuch) ຮ່ວມກັນກັບທ່ານແຊມມຽວ ອາລີໂຕ (Samuel Alito) ບໍ່ເຫັນພ້ອມນຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG