ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານສູງສຸດ ສະຫະລັດ ຕັດສິນຄັດຄ້ານ ຕໍ່ກົດໝາຍຈຳກັດສິດ ໃນການເຮັດແທ້ງລູກ


ເທີຣີຊາ ບູໂຄວີແນກ, ຜູ້ກໍ່ຕັ້ງ ອົງການເພື່ອຊີວິດ ຈາກນະຄອນ ແຊນ ແຟຣນຊິສໂກ, ຖືຮູບປັ້ນຈຳລອງຂອງທາລົກ ໃນຂະນະທີ່ ທ່ານນາງ ແລະພວກຕໍ່ຕ້ານການເຮັດແທ້ງລູກ ຄົນອື່ນໆ ພາກັນປະທ້ວງຄັດຄ້ານຕໍ່ຄຳຕັດສິນຂອງສານສູງສຸດ ຢູ່ດ້ານນອກສານສູງສຸດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 29 ມິຖຸນາ 2020.
ເທີຣີຊາ ບູໂຄວີແນກ, ຜູ້ກໍ່ຕັ້ງ ອົງການເພື່ອຊີວິດ ຈາກນະຄອນ ແຊນ ແຟຣນຊິສໂກ, ຖືຮູບປັ້ນຈຳລອງຂອງທາລົກ ໃນຂະນະທີ່ ທ່ານນາງ ແລະພວກຕໍ່ຕ້ານການເຮັດແທ້ງລູກ ຄົນອື່ນໆ ພາກັນປະທ້ວງຄັດຄ້ານຕໍ່ຄຳຕັດສິນຂອງສານສູງສຸດ ຢູ່ດ້ານນອກສານສູງສຸດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 29 ມິຖຸນາ 2020.

ສານສູງສຸດສະຫະລັດ ໃນວັນຈັນວານນີ້ ໄດ້ຕັດສິນມອບໄຊຊະນະແກ່ພວກນັກເຄື່ອນໄຫວ ເພື່ອສິດທິໃນການເຮັດແທ້ງລູກ ໂດຍຄັດຄ້ານຕໍ່ກົດໝາຍທີ່ຈຳກັດການແທ້ງລູກໃນລັດຫລຸຍເຊຍນາທີ່ຈະເຮັດໃຫ້ລັດທາງພາກໃຕ້ນີ້ ມີພຽງສຸກສາລາຫຼືຄລີນິກ ພຽງແຫ່ງດຽວເທົ່ານັ້ນ ທີ່ເຮັດແທ້ງລູກໄດ້.

ການລົງຄະແນນສຽງ 5 ຕໍ່ 4 ໂດຍມີ ປະທານຜູ້ພິພາກສາ ທ່ານຈອນ ໂຣເບີດສ໌ ລົງຄະແນນສຽງເຂົ້າຂ້າງກັບສະມາຊິກສານອີກສີ່ທ່ານທີ່ເປັນຝ່າຍເສລີນິຍົມ. ການຕັດສິນດັ່ງກ່າວ ໄດ້ລົບລ້າງກົດໝາຍທີ່ບັງຄັບໃຫ້ບັນດາທ່ານໝໍທຳແທ້ງລູກ ຕ້ອງໄດ້ຮັບສິດທິພິເສດກ່ອນຈະເອົາຄົນປ່ວຍເຂົ້າໂຮງໝໍແຫ່ງຕ່າງໆທີ່ຢູ່ໃກ້ຄຽງນັ້ນໄດ້ ເຖິງແມ່ນພວກນັກເຄື່ອນໄຫວເພື່ອສິດທິໃນການທຳແທ້ງ ກ່າວວ່າ ພວກຄົນປ່ວຍບໍ່ຄ່ອຍຈຳເປັນທີ່ຈະຕ້ອງເຂົ້າໂຮງໝໍຫຼັງຈາກການທຳແທ້ງແລ້ວ.

ທຳນຽບຂາວໄດ້ຕ້ອງຕິຕໍ່ການຕັດສິນຂອງສານ. ໂຄສົກທຳນຽບຂາວທ່ານນາງ ເຄລີ ແມັກເອັນນານີ ໄດ້ກ່າວວ່າ ມັນ “ໄດ້ຫລຸດຄຸນຄ່າທັງດ້ານສຸຂະພາບຂອງຜູ້ທີ່ເປັນແມ່ທັງຫຼາຍແລະຊີວິດຂອງທາລົກທີ່ຍັງບໍ່ທັນເກີດ. ແທນທີ່ຈະໃຫ້ຄຸນຄ່າທາງຫລັກການຂັ້ນພື້ນຖານດ້ານປະຊາທິປະໄຕ ບັນດາຜູ້ພິພາກສາທີ່ບໍ່ໄດ້ຖືກເລືອກເຂົ້າມານັ້ນ ໄດ້ລ່ວງລ້ຳຕໍ່ອະທິປະໄຕໃນສິດທິຂອງລັດຖະບານຂັ້ນລັດດ້ວຍການວາງນະໂຍບາຍຕາມຄວາມເພິ່ງພໍໃຈຂອງພວກເພິ່ນເອງ ໃນການສະ ໜັບສະໜຸນການແທ້ງລູກ ເພື່ອລົບລ້າງກົດລະບຽບດ້ານຄວາມປອດໄພໃນການແທ້ງລູກທີ່ຖືກຕ້ອງແລະສອດຄ່ອງນັ້ນ.”

ໃນການຕັດສິນຕໍ່ຄະດີການແທ້ງລູກຄັ້ງທຳອິດນັ້ນ ຜູ້ພິພາກສາອານຸລັກນິຍົມ ທ່ານນີລ ກໍຊັດຈ໌ ແລະທ່ານແບຣັດຕ໌ ຄາວານໍ ຊຶ່ງປະທານາທິບໍດີ ດໍໂນລ ທຣຳ ໄດ້ສະເໜີຊື່ແຕ່ງຕັ້ງນັ້ນ ແມ່ນຢູ່ໃນຖານະເປັນສຽງສ່ວນນ້ອຍ ໂດຍການລົງຄະແນນສຽງຢືນຢັນຕາມກົດໝາຍຂອງລັດຫລຸຍເຊຍນາທີ່ຈະຕາວປີ້ນການຕັດສິນໃນປີ 2016 ໂດຍກຸ່ມຜູ້ພິພາກສາສານອີກຊຸດນຶ່ງຕ່າງຫາກ ທີ່ໄດ້ລົບລ້າງກົດໝາຍຈຳກັດການແທ້ງລູກທີ່ເກືອບວ່າຄ້າຍຄືກັນນີ້ໃນລັດເທັກຊັສ.

ໃນການເຫັນພ້ອມນຳກັນກັບສານຝ່າຍເສລີນິຍົມ ທ່ານໂຣເບີດສ໌ ໄດ້ກ່າວວ່າ ໃນການເຄົາລົບຕໍ່ການຕັດສິນເມື່ອກ່ອນທີ່ບໍ່ເຄີຍມີມາກ່ອນຂອງສານ “ຈຶ່ງບັງຄັບໃຫ້ພວກເຮົາ ປາສະຈາກກໍລະນີພິເສດໃດໆ ໃຫ້ປະຕິບັດຄືກັບຄະດີອື່ນໆແບບດຽວກັນ. ກົດໝາຍຂອງລັດຫລຸຍເຊຍນາ ທີ່ເຮັດໃຫ້ການເຂົ້າຫາການແທ້ງລູກນັ້ນຍາກລຳບາກຫຼາຍກວ່າກົດໝາຍທີ່ລັດເທັກຊັສ ໄດ້ວາງອອກໄປແລ້ວນັ້ນ ໂດຍໃຊ້ເຫດຜົນແບບດຽວກັນ. ສະນັ້ນແລ້ວ ກົດໝາຍຂອງລັດຫລຸຍເຊຍນາບໍ່ສາມາດປະຕິບັດໄດ້ພາຍໃຕ້ແບບຢ່າງທີ່ເຄີຍມີມາຂອງພວກເຮົາ.”

ການວາງແນວທາງຂອງທ່ານໂຣເບີດສ໌ ກັບຜູ້ພິພາກສາເສລີນິຍົມຂອງສານສີ່ທ່ານນັ້ນ ແມ່ນບໍ່ໜ້າເຊື່ອ ເພາະວ່າ ທ່ານໄດ້ປະກາດວ່າ ທ່ານຍັງສືບຕໍ່ເຊື່ອວ່າ ຄະດີປີ 2016 ຂອງລັດເທັກຊັສນັ້ນ ເປັນ “ການຕັດສິນທີ່ຜິດພາດ” ແຕ່ວ່າ ເຖິງຢ່າງນັ້ນກໍຕາມ ຄວນຍຶດໝັ້ນໃນຄະດີຂອງລັດຫລຸຍເຊຍນາ.

ການຕັດສິນຂອງສານ ເປັນໄຊຊະນະທີ່ສຳຄັນສຳລັບພວກນັກເຄື່ອນໄຫວເພື່ອສິດທິໃນການແທ້ງລູກແລະເປັນການຜ່າຍແພ້ສຳລັບພວກທີ່ຄັດຄ້ານຕໍ່ການແທ້ງລູກ ຜູ້ທີ່ໄດ້ຫວັງວ່າ ທ່ານກໍຊັດຈ໌ ແລະທ່ານຄາວານໍ ຈະນຳພາສານສູງສຸດໃຫ້ວາງອອກຂໍ້ຈຳກັດຕ່າງໆຕໍ່ການແທ້ງລູກຫຼາຍຂຶ້ນ ແລະໃນທີ່ສຸດລົບລ້າງຄຳຕັດ ສິນທີ່ເປັນຂີດໝາຍຂອງ ຄະດີ ໂຣ ສູ້ກັບ ເວດ ໃນປີ 1973 ທີ່ຮັບປະກັນສິດທິໃນການແທ້ງລູກຢູ່ໃນສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG