ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈັດການຝຶກອົບຮົມ ແລກປ່ຽນ ວິຊາການ ກ່ຽວກັບ ການປ້ອງກັນ ພະຍາດ


ສະຫະລັດ ໃຫ້ການຊ່ວຍເຫຼືອ ຈັດການຝືກອົບຮົມ ແລກປ່ຽນວິຊາການ ໃນການປ້ອງກັນພະຍາດ
ສະຫະລັດ ໃຫ້ການຊ່ວຍເຫຼືອ ຈັດການຝືກອົບຮົມ ແລກປ່ຽນວິຊາການ ໃນການປ້ອງກັນພະຍາດ

ສະຖານທູດສະຫະລັດ ແລະກອງບັນຊາການກຳລັງສະຫະລັດ ​ໃນ​ເຂດພາກພື້ນ
ປາຊີຟິກ ຮ່ວມກັບກະຊວງສາທາລະນະສຸກ ແລະກະຊວງປ້ອງກັນປະເທດ ໄດ້
ຊ່ວຍເຫຼືອຈັດ​ໃຫ້​ມີການຝືກອົບຮົມແລກປ່ຽນວິຊາການກ່ຽວກັບການປ້ອງກັນພະ
ຍາດຂື້ນທີ່ເມືອງປາກເຊ ແຂວງຈຳປາສັກ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ສະຖານ
ທູດ​ສະຫະລັດ.

ການ​ຝຶກ​ອົບຮົມ​ດັ່ງກ່າວ ​ແມ່ນ​ຈັດ​ຂຶ້ນລະຫວ່າງວັນທີ 31 ກໍລະກົດຫາ 4 ສິງຫາ
ຜ່ານ​ມານີ້​ ​ແລະ​ກໍ​ເປັນ​ການ​ຝຶກ​ອົບຮົມ ​ແລກປ່ຽນ​ວິຊາ​ການ ກ່ຽວ​ກັບ​ການ​ປ້ອງ
ກັນ​ພະຍາດຄັ້ງທີ 2 ລະຫວ່າງ​ກອງທັບ​ອາກາດ​ສະຫະລັດ ​ໃນ​ເຂດ​ພາກພື້ນປາ
ຊີ​ຟິກ ​ແລະຕາງໜ້າ​ຂອງ​ກອງ​ທັບ​ປະຊາຊົນ​ລາວ.

ການແລກປ່ຽນວິຊາການ ຄັ້ງທຳອິດ ແມ່ນຈັດຂື້ນ ໃນປີ 2015 ທີ່ຜ່ານມາໃນປີ
2013, ທັງສອງຝ່າຍກໍ່ໄດ້ມີການແລກປ່ຽນຂໍ້ມູນ ກ່ຽວກັບການເຝົ້າລະວັງ ການ
ແຜ່ເຊື້ອຂອງພະຍາດໄຂ້ເລືອດອອກທີ່ຈັດຂື້ນຢູ່ນະຄອນຫຼວງວຽງຈັນໂດຍການ
ເຂົ້າຮ່ວມຂອງກະຊວງສາທາລະນະສຸກແລະກົມເສນາຮັກສຸມໃສ່ການກັບການ
ເຝົ້າລະວັງ ການແຜ່ເຊື້ອ ຂອງພະຍາດໄຂ້ເລືອດອອກ ແລະການຄວມຄຸມ. ນັບ
ຕັ້ງແຕ່ນັ້ນມາ ການມີສ່ວນຮ່ວມ ແມ່ນເພີ່ມທະວີຂື້ນ ເຊີ່ງລວມທັງຈາກກະຊວງ ແລະຫຼາຍກົມກອງທີ່ກ່ຽວຂ້ອງພາຍໃນກະຊວງສາທາລະນະສຸກ ກອງທັບເຮືອ
ສະຫະລັດ ສະຖາບັນຄົ້ນຄົ້ວາວິທະຍາສາດການແພດກອງທັບສະຫະລັດ. ຫົວ
ຂໍ້ກ່ຽວກັບການປ້ອງກັນພະຍາດແມ່ນລວມທັງການຄວບຄຸມພາຫະນຳເຊື້ອທົ່ວ
ໄປແລະການຄວບຄຸມພາຫະນຳເຊື້ອທີ່ມາຈາກນ້ຳ ສຸກຂະອານາໄມ ແລະການ
ຮັກສາຄວາມສະອາດນ້ຳ ແລະອາຫານທີ່ປອດໄພ ພ້ອມດ້ວຍບັນຫາອື່ນໆ ໃນ ການຮັກສາສະພາບສິ່ງແວດລ້ອມ.

ທ່ານພັນໂທ ເຈີເລມີ້ ແບັກດ້ອນ ຈາກຫ້ອງການເສນາຮັກຝ່າຍການຮ່ວມມືທາງ
ສາທາລະນະສຸກສາກົນໄດ້ກ່າວວ່າພາຍໃນໜື່ງອາທິດຂອງການຝຶກອົບຮົມຄັ້ງນີ້
ບັນດາຜູ້ເຂົ້າຮ່ວມ ຈະສືບຕໍ່ການຮ່ວມມືກັນບົນພື້ນຖານການຮ່ວມກັນເພື່ອພັດທະ
ນາແລະສ້າງຄວາມອາດສາມາດລະບົບປ້ອງກັນສາທະລະນະສຸກ. ເປົ້າໝາຍຫຼັກ
ແມ່ນບໍ່ພຽງແຕ່ແລກປ່ຽນຄວາມຮູ້ເຊິ່ງກັນ ແລະກັນຜ່ານບົດນຳສະເຫນີ ການສົນ
ທະນາ ພ້ອມກັນນັ້ນຍັງມີນຳສະເໜີແບບຢ່າງປະຕິບັດຕົວຈິງ. ການແລກປ່ຽນວິ
ຊາການຄັ້ງນີ້ ລວມມີຕາງໜ້າຈາກບັນດາ 5 ກະຊວງທີ່ກ່ຽວຂ້ອງລວມມີກະຊວງ
ວິທະຍາສາດແລະເຕັກໂນໂລຈີກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດ
ລ້ອມກະຊວງພະລັງງານ ແລະບໍ່ແຮ່ ນີ້ເປັນສິ່ງທີ່ສະແດງໃຫ້ເຫັນວ່າ ຫລາຍພາກ
ສ່ວນ ທາງພາກລັດມີຄວາມພະຍາຍາມທີ່ຈະເຂົ້າເຖິງການແລກປ່ຽນຄວາມຮູ້ເຊິ່ງ
ກັນແລະກັນ ແລະປັບປຸງການການຮ່ວມມືທາງຂະແໜງການແພດ.

XS
SM
MD
LG