ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ຊ່ວຍເຫຼືອລາວ ໃນການກະກຽມ ເປັນປະທານອາຊຽນ


ກົມອາຊຽນ ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດ ກອງປະຊຸມສຳມະນາ ກ່ຽວກັບການກະກຽມສຳລັບການເປັນ
ປະທານອາຊຽນ ຂອງ ສປປລາວ ໃນປີ 2016.
ກົມອາຊຽນ ກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດ ກອງປະຊຸມສຳມະນາ ກ່ຽວກັບການກະກຽມສຳລັບການເປັນ ປະທານອາຊຽນ ຂອງ ສປປລາວ ໃນປີ 2016.

ໃນວັນທີ 17 ກັນຍາຜ່ານມານີ້ ກົມອາຊຽນ ກະຊວງການຕ່າງ
ປະເທດໄດ້ເປັນເຈົ້າພາບຈັດ “ກອງປະຊຸມສຳມະນາ ກ່ຽວກັບ
ການກະກຽມ ສຳລັບການເປັນປະທານອາຊຽນ ຂອງ ສປປ
ລາວ ໃນປີ 2016” ໂດຍໄດ້ຮັບການສະໜັບສະໜູນຈາກສູນ
ການສຶກສາຄວາມໝັ້ນຄົງ ປະຈຳພາກພື້ນປາຊີຟິກ ຫຼື DKI
APCSS ແລະສະຖານເອກອັກຄະລັດຖະທູດສະຫະລັດອາ
ເມຣິກາປະຈຳ ສປປ ລາວ. ບັນດາເຈົ້າໜ້າທີ່ຂອງ ລັດຖະບານລາວຈາກ 15 ກະຊວງ
ແລະອົງການຈັດຕັ້ງຕ່າງໆ ໄດ້ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ທີ່ໄດ້ຈັດຂື້ນຢູ່ນະຄອນ
ຫລວງວຽງຈັນ.

ທ່ານຈະຕຸລົງ ບົວສີສະຫວັດ ຮອງຫົວໜ້າກົມອາຊຽນ ກະຊວງຕ່າງປະເທດ ແລະທ່ານ
Michael Toyryla ເລຂາເອກ ຮັບຜິດຊອບກ່ຽວກັບວຽກງານດ້ານການເມືອງ ແລະ
ເສດຖະກິດ ປະຈຳສະຖານທູດສະຫະລັດ ທີ່ວຽງຈັນ ໄດ້ກ່າວເປີດກອງປະຊຸມດັ່ງກ່າວ.
ທ່ານ Toyryla ໄດ້ກ່າວເນັ້ນເຖິງໂອກາດຕ່າງໆ ສຳ ລັບ ສປປ ລາວ ໃນລະຫວ່າງການ
ເປັນ ປະທານອາຊຽນຂອງຕົນ ແລະສາຍພົວພັນອັນແໜ້ນແກ່ນ ລະຫວ່າງ ສະຫະລັດ
ອາເມຣິກາ ແລະ ສປປ ລາວ. ນີ້ແມ່ນໜຶ່ງໃນບັນດາກອງປະຊຸມສຳມະນາ ແລະ ການຝຶກ
ອົບຮົມຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດຊຶ່ງກຳລັງດຳເນີນຢູ່ແລະຈະ
ໄດ້ຮັບການຈັດຂຶ້ນໃນປີ 2015 ເພື່ອຊ່ວຍເຫລືອ ສປປ ລາວໃນການເປັນປະທານອາ
ຊຽນ ໃນປີ 2016 ທີ່ຈະມາເຖິງນີ້. ຜ່ານກອງປະຊຸມສຳມະນາຕ່າງໆເຫລົ່ານີ້ ສະຫະ ລັດຍັງຈະສືບຕໍ່ ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເພື່ອໃຫ້ປະສົບຄວາມສຳເລັດ ໃນ
ຖານະທີ່ເປັນ ປະທານຂອງອາຊຽນ.

United States Supports Preparations for Lao PDR’s ASEAN Chairmanship

On September 17 the Association of Southeast Asian Nations (ASEAN) Department of the Ministry of Foreign Affairs hosted the “Seminar on the Preparations for the LAO PDR’s ASEAN Chairmanship 2016,” supported by the Daniel K. Inouye Asia Pacific Center for Security Studies (DKI APCSS) and the U.S. Embassy to the Lao PDR. Lao government officials from 15 ministries and organizations attended the meeting held in Vientiane Capital.

Mr. Chatoulong Bouasisavath, Deputy Director-General of ASEAN Department of Ministry of Foreign Affairs and Mr. Michael Toyryla, First Secretary for Political and Economic Affairs at the United States Embassy in Vientiane gave opening remarks. Mr. Toyryla highlighted the opportunities for Lao PDR during its ASEAN Chairmanship and the strong relationship between the United States and the Lao PDR.

This is one of a series of ongoing U.S.-supported seminars and trainings to be held in 2015 supporting Lao PDR’s upcoming chairmanship of ASEAN in 2016. Through these seminars the United States continues to show its support to Lao PDR as it seeks a successful year as the ASEAN chair.

XS
SM
MD
LG