ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສະໜັບສະໜຸນ ໂຄງການອາຫານ ສຳລັບ ໂຮງຮຽນ ໄລຍະໃໝ່ ອີກ 5 ປີ


ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກິລາ ແລະ ທ່ານນາງຊາຣາ ກໍດອນ-ກິບຊັນ ຜູ້ອຳນວຍການ ທັງເປັນຜູ້ຕາງໜ້າໂຄງ ການອາຫານໂລກ ຫຼື
WFP ປະຈໍາ ສປປ ລາວ ໄດ້ເປີດກອງປະຊຸມຖະແຫລງຂ່າວ, ວັນທີ 4 ມິຖຸນາ 2018.
ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະກິລາ ແລະ ທ່ານນາງຊາຣາ ກໍດອນ-ກິບຊັນ ຜູ້ອຳນວຍການ ທັງເປັນຜູ້ຕາງໜ້າໂຄງ ການອາຫານໂລກ ຫຼື WFP ປະຈໍາ ສປປ ລາວ ໄດ້ເປີດກອງປະຊຸມຖະແຫລງຂ່າວ, ວັນທີ 4 ມິຖຸນາ 2018.

ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ
ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ແລະ ທ່ານນາງ
ຊາຣາ ກໍດອນ- ກິບຊັນ ຜູ້ອຳນວຍການ ທັງເປັນຜູ້ຕາງໜ້າໂຄງ ການອາຫານໂລກ ຫຼື
WFP ປະຈໍາ ສປປ ລາວ ໄດ້ເປີດກິດຈະກໍາ ໂຄງການອາຫານ ສຳລັບໂຮງຮຽນ ຢ່າງ
ເປັນທາງການ ໃນໄລຍະໃໝ່ ເປັນເວລາ 5 ປີ ຂອງອົງການ WFP ທີ່ໄດ້ຮັບທຶນສະໜັບ
ສະໜູນ ຈາກລັດຖະບານສະຫະລັດ. ໂຄງການດັ່ງກ່າວ ຊຶ່ງໄດ້ເປີດ ເມື່ອວັນທີ 4 ມິຖຸນາ
ນີ້ ແມ່ນເພື່ອສຶບຕໍ່ ຜົນສຳເລັດໃນໄລະຍະ 9 ປີ ທີ່ຜ່ານມາໂດຍການສະໜອງທຶນ ຈາກ
ລັດຖະບານ ສະຫະລັດ ໃນການມອບຄາບອາຫານທ່ຽງໃຫ້ແກ່ນ້ອງນັກຮຽນຈຳນວນ
140,000 ຄົນ ແລະຍັງເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ໂຄງການອາຫານ ສຳລັບ
ໂຮງຮຽນ ຂອງລັດຖະບານ ສປປ ລາວ.

ບັນດາເຈົ້າໜ້າທີ່ ພະນັກງານ ປະຈຳ ສະຖານທູດ ສະຫະລັດ ແລະ ເຈົ້າໜ້າທີ່ຂອງທາງການລາວ ໄດ້ເຂົ້າຮ່ວມຖ່າຍຮູບ ກັບທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ແລະ ທ່ານນາງ ຊາຣາ ກໍດອນ- ກິບຊັນ ຜູ້ອຳນວຍການ ທັງເປັນຜູ້ຕາງໜ້າໂຄງ ການອາຫານໂລກ ຫຼື WFP ປະຈໍາ ສປປ ລາວ.
ບັນດາເຈົ້າໜ້າທີ່ ພະນັກງານ ປະຈຳ ສະຖານທູດ ສະຫະລັດ ແລະ ເຈົ້າໜ້າທີ່ຂອງທາງການລາວ ໄດ້ເຂົ້າຮ່ວມຖ່າຍຮູບ ກັບທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ແລະ ທ່ານນາງ ຊາຣາ ກໍດອນ- ກິບຊັນ ຜູ້ອຳນວຍການ ທັງເປັນຜູ້ຕາງໜ້າໂຄງ ການອາຫານໂລກ ຫຼື WFP ປະຈໍາ ສປປ ລາວ.

ກິດຈະກຳໂຄງການອາຫານ ສຳລັບໂຮງຮຽນນີ້ ແມ່ນໄດ້ຮັບທຶນຈາກໂຄງການສາກົນ
ດ້ານການສະບຽງອາຫານເພື່ອການສຶກສາ ແລະໂພຊະນາການແກ່ເດັກ (McGovern-
Dole International Food for Education and Child Nutrition Program)
ເຊິ່ງສະໜອງທຶນ ແລະ ສິນຄ້າດ້ານກະສິກໍາ ໃນມູນຄ່າ 27.4 ລ້ານ ໂດລາສະຫະລັດ
ໃຫ້ແກ່ໂຄງການອາຫານໂລກ ຂອງ ອົງການສະຫະປະຊາຊາດ ຢູ່ ສປປ ລາວ ເພື່ອຈັດ
ຕັ້ງປະຕິບັດ ໂຄງການໃນໄລຍະໃໝ່ ເປັນເວລາ 5 ປີ ຢູ່ພາຍໃນ 7 ແຂວງ ລວມທັງ
ແຂວງຜົ້ງສາລີ ຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ສາລະວັນ ເຊກອງ ແລະອັດຕະປື.
ທຶນເຫຼົ່ານີ້ ຈະໄດ້ໃຊ້ເຂົ້າໃນສະໜອງຄາບອາຫານ ທີ່ເປັນປະໂຫຍດ ເພື່ອຊ່ວຍເຂົ້າ
ໃນການພັດທະນາດ້ານການຮຽນຮູ້ໜັງສື ດ້ານໂພຊະນາການ ສໍາລັບ ເດັກນ້ອຍ
ນັກຮຽນ ໃນເຂດຊົນນະບົດ ໃນເວລາດຽວກັນບັນດາຊາວກະສິກອນ ໃນທ້ອງຖີ່ນ ຍັງຈະໄດ້ຜົນຮັບຜົນປະ ໂຫຍດຈາກໂຄງການດັ່ງກ່າວ ແລະຍັງມີສ່ວນຊ່ວຍໂດຍກົງ
ເຂົ້າໃນຜົນສຳເລັດ ຂອງການສຶກສາຂອງນ້ອງນັກຮຽນ ໃນຊຸມຊົນເຂົາເຈົ້າ ອີກດ້ວຍ.

ທ່ານທູດ ຣີນາ ບິດເຕີ ກ່າວວ່າ ພວກເຮົາມີຄວາມດີໃຈຫຼາຍ ທີ່ໄດ້ຮ່ວມມືກັບ ອົງການ
ອາຫານໂລກ ປະຈຳ ສປປ ລາວ ເພື່ອເປີດໂຄງການອາຫານ ສໍາລັບໂຮງຮຽນ ທີ່ສຳຄັນ
ໃນໄລຍະໃໝ່. ທ່ານໄດ້ກ່າວອີກວ່າ ບໍ່ມີສິ່ງໃດທີ່ສໍາຄັນເທົ່າກັບສຸຂະພາບຂອງເດັກນ້ອຍ
ແລະ ການສຶກສາຂອງເຂົາເຈົ້າ. ເດັກເຫຼົ່ານີ້ຈະເປັນຕົວແທນ ໃຫ້ແກ່ ສປປ ລາວ ໃນ
ອະນາຄົດ ແລະ ໂຄງການນີ້ຈະຊ່ວຍຮັບປະກັນ ວ່າ ຈະມີເດັກນ້ອຍ ໃນຈຳນວນຫຼາຍຂື້ນ
ທີ່ສາມາດເຂົ້າໂຮງຮຽນແລະ ຮຽນທັກສະໃໝ່ເພື່ອພວກເຂົາຈະປະສົບຜົນສຳເລັດໃນ
ອະນາຄົດ.

ໂຄງການອາຫານສຳລັບໂຮງຮຽນໃນສປປ ລາວ ໄດ້ສະແດງໃຫ້ເຫັນເຖິງການລົງທະ
ບຽນ ເຂົ້າໂຮງຮຽນເພີ້ມຂຶ້ນ ການປັບປຸງດ້ານໂພຊະນະການ ສົ່ງເສີມໃຫ້ນັກຮຽນ ມາ
ຮຽນເພີ້ມຂື້ນ ແລະ ສາມາດສຸມໃສ່ການຮ່ຳຮຽນ ແລະຊ່ວຍສະໜັບສະໜູນການຮຽນ.
ໂດຍການຮ່ວມມືກັບໂຄງການອາຫານໂລກ ຂອງສະຫະປະຊາຊາດ ກະຊວງສຶກສາ
ແລະກິລາ ກະຊວງກະສິກຳແລະປ່າໄມ້ ໂຄງການອາຫານໃຫ້ແກ່ໂຮງຮຽນ ໄດ້ຊ່ວຍ
ຂະຫຍາຍການບໍລິການ ໃຫ້ແກ່ຊາວກະສິກອນ ຂະໜາດນ້ອຍ ໂດຍສະເພາະແມ່ຍິງ
ເພື່ອໃຫ້ເພີ້ມການຜະລິດ ແລະຂາຍຜົນຜະລິດໂດຍກົງໃຫ້ແກ່ໂຮງຮຽນ ເພື່ອໃຫ້ນັກ
ຮຽນຈະໄດ້ກິນອາຫານທ້ອງຖິ່ນ ຫຼາກຫຼາຍຢ່າງ ແລະໃໝ່ສົດ ໃນທຸກໆມື້.

ໂຄງການນີ້ ແມ່ນສ່ວນຫນຶ່ງ ຂອງການລິເລີ່ມ ດ້ານການສຶກສາທີ່ສົມບູນແບບ ການເຮັດ
ວຽກຢ່າງໃກ້ຊິດ ກັບກະຊວງສຶກສາ ແລະກິລາ ແລະຄູ່ຮ່ວມງານອື່ນໆ ເຊິ່ງເດັກນ້ອຍຍັງ
ສາມາດເຂົ້າເຖິງນ້ຳສະອາດ ສຸຂະອະນາໄມ ການສຶກສາດ້ານໂພຊະນາການ ແລະ
ການຮູ້ຫນັງສື. ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ ການບໍ ລິຈາກຂອງກະຊວງກະສິກໍາ
ສະຫະລັດໂດຍຜ່ານໂຄງການ McGovern-Dole ໄດ້ຮັບປະກັນວ່າ ອາຫານໂພຊະນາ
ການຫຼາຍກວ່າ 25 ລ້ານຄົນ ໄດ້ຮັບການບໍລິການໃນທຸກໆປີເຂົ້າໂຮງຮຽນ 145.000
ຄົນໃນໂຮງຮຽນໃນ 30 ເມືອງໃນ 7 ແຂວງ. ໂຄງການອາຫານໂລກໃຫມ່ນີ້ ລວມທັງອີກ
ໂຄງການຫນຶ່ງ ທີ່ໂຄງການອາຫານໂລກ ກຳລັງດຳເນີນຢູ່ ແລະໂຄງການອາຫານ ໃຫ້
ໂຮງຮຽນທີ່ດໍາເນີນ ໂດຍ ອົງການບໍລິການບັນເທົາທຸກກາໂຕລິກ ໂຄງການທັງຫມົດ
ແມ່ນ ໄດ້ຮັບການສະຫນັບສະຫນູນໂດຍໂຄງການຂອງລັດຖະບານສະຫະລັດ ແລະ
ໄດ້ຮວມກັນເຂົ້າເປັນໜື່ງດຽວ ເພື່ອເປັນຕົວແທນຂອງໂຄງການຊ່ວຍເຫຼືອ ພົນລະເຮືອນ
ຂອງລັດຖະບານສະຫະລັດ ທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

XS
SM
MD
LG