ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສະໜັບສະໜຸນ ລັດຖະບານ ລາວ ໃນການສ້າງ ແອັບພລິເຄຊັນ ກົດໝາຍລາວ ຫຼື Lao Law App

ທ່ານ ຄໍລິນ ຄຣອສບີ, ຮອງເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ຮ່ວມກັບ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ພ້ອມດ້ວຍ ບັນດາເຈົ້າໜ້າທີ່ ຈາກພາກສ່ວນຂອງລັດ ຫຼາຍກວ່າ 70 ທ່ານ ໄດ້ພ້ອມກັນເປີດໂຕ “ແອັບພລິເຄຊັນກົດໝາຍລາວ ຫຼື Lao Law App” ສະບັບປັບປຸງໃໝ່ ໃນນະຄອນຫຼວງ ວຽງຈັນ, ວັນທີ 2 ພະຈິກ 2018.

ອີງຕາມຖະແຫລງຂ່າວ ຈາກສະຖານທູດ ສະຫະລັດ ປະຈຳ ສປປ ລາວ ໃນວັນທີ 02
ພະຈິກ 2018, ບັນດາເຈົ້າໜ້້າທີ່ຈາກ ລັດຖະບານ ສະຫະລັດ ອາເມລິກາ ແລະກະຊວງ
ຍຸຕິທຳ ຂອງ ສປປ ລາວ ໄດ້ເຂົ້າຮ່ວມໃນພິທີເປີດໂຕ ແອັບພລິເຄຊັນ ກົດໝາຍລາວ
ສຳລັບ ໂທລະສັບມືຖື ເປົ້າໝາຍໃນການສ້າງແອັບດັ່ງກ່າວ ແມ່ນເພື່ອອຳນວຍຄວາມ
ສະດວກ ໃນການພັດທະນາເສດຖະກິດ ແລະ ນຳເອົາຫຼັກນິຕິທຳ ຂອງ ສປປ ລາວ
ເຂົ້າສູ່ລະບົບດີຈິດໂຕລ.

ທ່ານ ຄໍລິນ ຄຣອສບີ, ຮອງເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ
ລາວ ຮ່ວມກັບ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ພ້ອມ
ດ້ວຍ ບັນດາເຈົ້າໜ້າທີ່ ຈາກພາກສ່ວນຂອງລັດ ຫຼາຍກວ່າ 70 ທ່ານ ໄດ້ພ້ອມກັນເປີດ
ໂຕ “ແອັບພລິເຄຊັນກົດໝາຍລາວ ຫຼື Lao Law App” ສະບັບປັບປຸງໃໝ່. ແອັບ
ປລີເຄຊັນ ທີ່ທັນສະໄໝ ສຳລັບໂທລະສັບມືຖື ນີ້ ຈະຊ່ວຍໃຫ້ບັນດານັກລົງທຶນ ແລະ
ຜູ້ປະກອບທຸລະກິດ ເຂົ້າເຖິງນິຕິກຳໄດ້ໄວຂຶ້ນ ແລະ ເຂົ້າໃຈເຖິງກົດລະບຽບ ແລະ
ກົດໝາຍຂໍ້ບັງຄັບທຸລະກິດຕ່າງໆ.

ທ່ານ ຄໍລິນ ຄຣອສບີ, ຮອງເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ຮ່ວມກັບ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ພ້ອມ ດ້ວຍ ບັນດາເຈົ້າໜ້າທີ່ ຈາກພາກສ່ວນຂອງລັດ ຫຼາຍກວ່າ 70 ທ່ານ ໄດ້ພ້ອມກັນເປີດ ໂຕ “ແອັບພລິເຄຊັນກົດໝາຍລາວ ຫຼື Lao Law App” ສະບັບປັບປຸງໃໝ່.

ແອັບພລິເຄຊັນກົດໝາຍລາວ ໄດ້ສ້າງຂຶ້ນມາ ດ້ວຍການສະໜັບສະໜູນທຶນ ຈາກ
ລັດຖະບານ ສະຫະລັດ ອາເມຣິກາ ໂດຍການຮ່ວມມືກັບ ລັດຖະບານລາວ ເຊິ່ງ
ກະຊວງ ຍຸຕິທຳເປັນຄູ່ຮ່ວມງານ. ແອັບກົດໝາຍລາວ ນີ້ ປະກອບມີ ນິຕິກຳທັງໝົດ
ທີທ່ານສາມາດຄົ້ນຫາໄດ້ ໃນເວັບໄຊ ຈົດໝາຍເຫດທາງລັດຖະການ ຂອງກະຊວງ
ຍຸຕິທຳ ຫຼື (EOG), ທີ່ຈະຊ່ວຍໃຫ້ບັນດານັກລົງທຶນ, ຜູ້ປະກອບທຸລະກິດ, ແລະ
ສາທາລະນະຊົນ ທົ່ວໄປ ສາມາດເຂົ້າເຖິງບັນດານິຕິກຳເຫຼົ່ານີ້ໄດ້ ງ່າຍຂຶ້ນກວ່າເກົ່າ
ພ້ອມກັບຮູບແບບການໃຊ້ງານທີ່ງ່າຍ ໃນການຮຽນຮູ້ ແລະ ຜູ້ນຳໃຊ້ຍັງສາມາດ
ປະກອບຄຳເຫັນຂອງທ່ານ ກ່ຽວກັບນິຕິກຳຕ່າງໆ ນຳດ້ວຍ.

ສິ່ງທີ່ເຮັດໃຫ້ແອັບກົດໝາຍລາວ ເປັນນະວັດຕະກຳໃໝ່ ກໍຄື ມັນອຳນວຍໃຫ້ຜູ້ຊົມໃຊ້
ສາມາດຄົ້ນຫາ,​ ອ່ານ ແລະ ປະກອບຄໍາຄິດເຫັນ ກ່ຽວກັບ ກົດໝາຍທີ່ມີຢູ່ແລ້ວ ແລະ
ຮ່າງກົດໝາຍໃໝ່ ແລະ ກົດລະບຽບຕ່າງໆ ນັ້ນໄດ້.

ຮອງເອກອັກຄະລັດຖະທູດ, ທ່ານ ຄໍລິນ ຄຣອສບີ ກ່າວວ່າ “ແອັບກົດໝາຍນີ້ ເປັນ
ເຄື່ອງມື ທີ່ຈະຊ່ວຍໃຫ້ ບັນດາຜູ້ປະກອບທຸລະກິດ, ນັກລົງທຶນ ແລະ ປະຊາຊົນລາວ
ໃນທົ່ວປະເທດ ສາມາດຮຽນຮູ້ ບັນດາກົດລະບຽບ ແລະຂໍ້ບັງຄັບ ທີ່ສຳຄັນ. ແອັບນີ້
ເຮັດໃຫ້ ສປປ ລາວ ເປັນທີ່ໜ້າສົນໃຈຫຼາຍຂຶ້ນ ສຳລັບບັນດານັກລົງທຶນ ຕ່າງປະ
ເທດ ທີ່ຈະເຂົ້າມາລົງທຶນ ແລະ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ
ໃຫ້ມີຄຸນະພາບສູງ ໂດຍສ້າງເສດຖະກິດ ທີ່ປະກອບດ້ວຍຫຼາຍພາກສ່ວນ ບົນພື້ນ
ຖານຂອງຕົວບົດກົດໝາຍ.”

ລັດຖະບານສະຫະລັດອາເມຣິກາ ໃຫ້ທຶນຊ່ວຍເຫຼືອລ້າ ສຳລັບ ໂຄງການ ນີ້ ໂດຍຜ່ານ
ອົງການ USAID LUNA 2, ເຊິ່ງເປັນໂຄງການໄລຍະ 5 ປີ ທີ່ອອກແບບກິດຈະກຳ
ຂອງໂຄງການ ເພື່ອຊ່ວຍໃຫ້ ລັດຖະບານ ສປປ ລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ
ໂດຍການສະໜັບສະໜູນ ລັດຖະບານ ສປປ ລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ
ໃຫ້ບັນດານະໂຍບາຍ ດ້ານການພັດທະນາເສດຖະກິດ ທີ່ມີຫຼາຍໆພາກສ່ວນ ປະກອບ
ສ່ວນ ແລະ ໃຫ້ທັນສະໄໝ ໃຫ້ລະບຽບຫຼັກການ ມີຄວາມໂປ່ງໃສ ແລະ ໃຫ້ໄດ້ມາດຕະ
ຖານສາກົນ.

ແອັບພລິເຄຊັນ ກົດໝາຍລາວ ສາມາດດາວໂຫຼດໄດ້ແລ້ວ ທີ່ ແອັບສຕໍ ແລະ ກູເກີລ
ເພລສຕໍ.

XS
SM
MD
LG