ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສະໜັບສະໜູນ ການສຶກສາ ຂັ້ນປະຖົມ ຢູ່ແຂວງສະຫວັນນະເຂດ


ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ
ສຶກສາທິການ ກັບອົງການ CRS ​ເມື່ອ​ວັນ​ທີ 15 ສິງ​ຫາ​ຜ່ານ​ມາ.
ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ສຶກສາທິການ ກັບອົງການ CRS ​ເມື່ອ​ວັນ​ທີ 15 ສິງ​ຫາ​ຜ່ານ​ມາ.

ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ​ນາງ ຣີນາ ບິດເຕີ ຮ່ວມກັບ
ທ່ານບຸນກອງ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການແລະ ກິລາ ແລະ ທ່ານ
ເບີນີ ເອຟ໌ ຊາເວຊ໌ ຜູ້ຕາງຫນ້າອົງການບັນເທົາທຸກກາໂຕລິກ ຫຼື CRS ປະຈຳ ສປປ
ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ກັບອົງການ
CRS ​ເມື່ອ​ວັນ​ທີ 15 ສິງ​ຫາ​ຜ່ານ​ມາ ອີງ​ຕາມລາຍ​ງານ​ຂ່າວ​ຂອງ​ສະຖານທູດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນເພື່ອເລີ່ມຕົ້ນຢ່າງເປັນທາງການ ໄລຍະ
ທີສອງຂອງໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ ຫຼື
LEAPS ໂດຍແນ່ໃສ່ປັບປຸງການສຶກສາໃນຊັ້ນປະຖົມ ໃຫ້ແກ່ບັນດານັກຮຽນຢູ່ແຂວງ
ສະຫວັນນະເຂດ.

ກະຊວງກະສິກຳສະຫະລັດ ໂຄງການອາຫານເພື່ອການສຶກສາ McGovern -Dole ໄດ້
ໃຫ້ການຊ່ວຍເຫຼືອ ເປັນມູນຄ່າ 27 ລ້ານໂດລາສະຫະລັດ ແກ່ອົງ ການບັນເທົາທຸກ CRS ເພື່ອຂະຫຍາຍໂຄງການ ໄລຍະ 5 ປີ ຢູ່ທີ່ແຂວງສະ ຫວັນນະເຂດ. ອົງການ CRS ຍັງໄດ້
ຈະໄດ້ຂະຫຍາຍວຽກງານອື່ນໆທີ່ກ່ຽວພັນກັບນໍ້າສະອາດ, ສຸຂາພິບານ, ສຸຂາອະນາໄມ ເພື່ອຮັບປະກັນວ່າ ບັນດາເດັກ ນ້ອຍຈຳນວນ 40,000 ຄົນ ໃນທົ່ວແຂວງດັ່ງກ່າວ ຈະ
ໄດ້ສືບຕໍ່ຮັບອາຫານທີ່ມີປະໂຫຍດ ແລະ ໃນຂະນະດຽວກັນພວກເຂົາຍັງໄດ້ມີໂອກາດ ສຶກສາຮໍ່າຮຽນ ແລະ ເຕີບໃຫຍ່ຂະຫຍາຍຕົວອີກດ້ວຍ.

ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ກ່າວວ່າ ການສະໜອງອາຫານສຳຮັບໂຮງ
ຮຽນໃນເຂດຫ່າງໄກສອກຫຼີກ ຂອງໂຄງການ LEAPS ແມ່ນເພື່ອຊ່ວຍເພີ່ມອັດຕາການ
ເຂົ້າຮຽນຂອງພວກ​ນັກຮຽນ ແລະ ເພື່ອຮັບປະກັນໃຫ້ພວກເຂົາ ມີຄວາມຫ້າວຫັນ ແລະ ມີສ່ວນຮ່ວມຫຼາຍຂຶ້ນໃນເວລາທີ່ພວກເຂົາຮຽນໜັງສືໃນຫ້ອງຮຽນ. ນັ້ນໄດ້ໝາຍຄວາມວ່າ
ນັກຮຽນທີ່ແຂວງສະຫວັນນະເຂດຈະໄດ້ມີໂອກາດ ໃນການສຶກສາຮໍ່າຮຽນແລະການອ່ານ
ຫຼາຍຂຶ້ນ. ພວກ​ນັກຮຽນຍັງຈະໄດ້ຮຽນໜັງສືຢູ່ ໃນທ້ອງຖິ່ນຂອງພວກເຂົາເອງ ແລະຍັງ
ຈະໄດ້ຮຽນຮູ້ທັກສະທີ່ຈຳເປັນ ເພື່ອຄວາມສຳເລັດໃນອະນາຄົດ.

ທ່ານ ເບີນີ ເອຟ໌ ຊາເວຊ໌ ໄດ້ກ່າວຕື່ມວ່າ ພວກເຮົາເຫັນວ່າໂຄງການນີ້ ເປັນໂຄງການໜຶ່ງ ທີ່ຈະສາມາດແກ້ໄຂບັນຫາຫລາຍໆດ້ານ ກ່ຽວກັບການຮຽນຮູ້ຂອງເດັກ ໃນຊັ້ນປະຖົມ.

ນັບຕັ້ງແຕ່ປີ 2012 ​ເປັນຕົ້ນມາ ໂດຍການໃຫ້ທຶນສະໜັບສະໜູນຂອງລັດຖະ ບານສະ
ຫະລັດ ຜ່ານກະຊວງກະສິກຳສະຫະລັດ ໂຄງການອາຫານເພື່ອການສຶກສາ McGo-
vern-Dole, ກະຊວງສຶກສາທິການ ແລະກິລາ ແລະອົງການ​ CRS ໄດ້ຮ່ວມກັນ ໃນການນຳເອົາອາຫານ ແລະ ໂອກາດທາງດ້ານການສຶກສາໄປສູ່ເຂດທີ່ຫ່າງໄກສອກ
ຫຼີກ ຢູ່ທີ່ແຂວງສະຫວັນນະເຂດ.

XS
SM
MD
LG