ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ປະກາດສະໜັບສະໜຸນແກ້ໄຂຄວາມຫຍຸ້ງຍາກໃນບັນດາປະເທດໝູ່ເກາະປາຊີຟິກ


ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ພົບປະກັບບັນດາຜູ້ນໍາ ອາເມຣິກັນເຊື້ອສາຍເອເຊຍ, ຊາວພື້ນເມືອງຮາວາຍ ແລະຊາວໝູ່ເກາະປາຊີຟິກທີ່ທໍານຽບຂາວໃນນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ພົບປະກັບບັນດາຜູ້ນໍາ ອາເມຣິກັນເຊື້ອສາຍເອເຊຍ, ຊາວພື້ນເມືອງຮາວາຍ ແລະຊາວໝູ່ເກາະປາຊີຟິກທີ່ທໍານຽບຂາວໃນນະຄອນຫຼວງວໍຊິງຕັນ.

ອີງຕາມອົງການຂ່າວ AFP ລາຍງານຈາກນະຄອນຊິດນີໃນວັນທີ 6 ສິງຫາ, ປີ 2021 ນີ້. ທ່ານປະທານາທິບໍດີ ໂຈ ໄບເດັນໄດ້ເນັ້ນເຖິງການສະໜັບສະໜຸນຂອງ ສະຫະລັດ ສໍາລັບບັນດາປະເທດເກາະດອນທີ່ຕໍ່ສູ້ກັບພະຍາດ COVID-19 ແລະວິກິດການທາງດ້ານສະພາບອາກາດໃນວັນສຸກນີ້ ຂະນະທີ່ ວໍຊິງຕັນພະຍາຍາມທີ່ຈະຕອບໂຕ້ໃນການຂະຫຍາຍອິດທິພົນຂອງ ຈີນ ທີ່ເພີ້ມຂຶ້ນຢູ່ໃນພູມີພາກນີ້.

ໃນຂໍ້ຄວາມຂອງວີດີໂອທີ່ເປີດການປະຊຸມຂອງ 18 ປະເທດທີ່ເປັນເກາະດອນ ນັບຕັ້ງແຕ່ປະເທດນ້ອຍໆເຊັ່ນ ນາອູຣູ (Nauru) ໄປຈົນເຖິງ ອອສເຕຣເລຍ ແລະ ນິວຊີແລນ, ທ່ານ ໄບເດັນ ໄດ້ກ່າວເຕືອນຜູ້ນໍາໃນການບໍລິຈາກຢາວັກຊີນຂອງ ສະຫະລັດ ໃຫ້ກັບບັນປະເທດທີ່ກໍາລັງພັດທະນາ, ໂດຍ “ປາດສະຈາກເງື່ອນໄຂ”.

ແລະທ່ານ ໄບເດັນ ສັນຍາວ່າຈະເປັນຜູ້ນໍາການຕໍ່ສູ້ໃນການປ່ຽນແປງຂອງສະພາບອາກາດ. ທ່ານກ່າວວ່າ “ບັນດາປະເທດໃນໝູ່ເກາະປາຊີຟິກຮູ້ດີກວ່າຜູ້ອື່ນທີ່ການຫຼີກລ້ຽງຜົນກະທົບທີ່ບໍ່ດີທີ່ສຸດຂອງການປ່ຽນແປງສະພາບອາກາດແມ່ນຈະຊ່ວຍຊີວິດໄດ້.”

ນີ້ແມ່ນຄັ້ງທໍາອິດທີ່ປະທານາທິບໍດີຂອງ ສະຫະລັດ ໄດ້ກ່າວໃນການປະຊຸມສະແດງຄວາມຄິດເຫັນ, ເຊິ່ງມີອາຍຸຄົບ 50 ປີໃນປີນີ້.

ທ່ານ ໄບເດັນ ກ່າວວ່າ “ສະຫະລັດ ເປັນປະເທດມະຫາອໍານາດປາຊີຟິກທີ່ໜ້າພາກພູມໃຈ ແລະຈະຍັງຄົງດໍາເນີນເໝືອນເດີມຕໍ່ໄປ, ແລະຈະຍັງຄົງເປັນຫຸ້ນສ່ວນພາຄີຢູ່ໃນພູມີພາກນີ້ ແລະເປັນມິດກັບທຸກໆປະເທດຂອງທ່ານ,”

ທ່ານກ່າວຕື່ມວ່າ “ອິນໂດ-ປາຊີຟິກທີ່ເປີດກວ້າງ ແລະເສລີມີຄວາມສໍາຄັນຕໍ່ຄວາມໝັ້ນຄົງ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ ແລະ ຕໍ່ການມີອະນາຄົດຮ່ວມກັນທັງໝົດຂອງພວກເຮົາ.”

ນາຍົກລັດຖະມົນຕີຂອງປະເທດ ຟີຈິ ທ່ານ ແຟຣງ ໄບນິມາຣາມາ (Frank Bainimarama) ຍິນດີກັບຄໍາເວົ້າຂອງທ່ານ ໄບເດັນ ແລະກ່າວຂອບໃຈທ່ານ ໄບເດັນ ທີ່ “ນໍາ ອາເມຣິກາ ກັບຄືນມາສູ່ທາງທີ່ຖືກຕ້ອງຂອງປະຫວັດສາດສະພາບອາກາດທີ່ເຂັ້ມແຂງ.”

ທ່ານກ່າວຕື່ມວ່າ ນັ້ນຈະຕ້ອງມີ “ຂໍ້ແກ້ໂຕທີ່ເປັນສູນ” ສໍາລັບບັນດາປະເທດທີ່ບໍ່ໄດ້ກໍາໜົດເປົ້າໝາຍທີ່ເປັນສູນໃນປີ 2050.

ປະເທດ ອອສເຕຣເລຍ ທີ່ເປັນມະຫາອໍານາດໃນພູມິພາກໄດ້ງົດການໃຫ້ຄໍາໝັ້ນສັນຍາດັ່ງກ່າວນີ້, ໂດຍສະເພາະກັບຄາວມຜິດຫວັງຂອງບັນດາປະເທດໝູ່ເກາະທີ່ສູງຈາກລະດັບໜ້ານໍ້າທະເລພຽງບໍ່ເທົ່າໃດຟຸດທ໌.

ກ່ອນການປະຊຸມ, ຫົວໜ້າທໍານຽບ 5 ແຈທ່ານ ລອຍດ໌ ອອສຕິນ ໄດ້ພົບກັບປະທານາທິບໍດີຂອງປະເທດ ປາເລົາ (Palau) ທ່ານ ຊູແຣງເຈລ ວິປສ໌(Surangel Whipps) ເພື່ອຢືນຢັນເຖິງຄວາມມຸ້ງໝັ້ນຂອງ ສະຫະລັດ ໃນການປົກປ້ອງປະເທດໝູ່ເກາະເລົ່ານີ້.

ທັງສອງຝ່າຍເຫັນດີເຖິງຄວາມສໍາຄັນທາງກົນລະຍຸດຂອງພູມິພາກໝູ່ເກາະປາຊີຟິກ ແລະ “ບົດບາດສໍາຄັນ” ຂອງການມີຢູ່ຂອງ ສະຫະລັດ ແລະການລົງທຶນໃນ ປາເລົາ, ທ່ານ ຈອນ ເຄີບີ ໂຄສົກຂອງທໍານຽບ 5 ແຈກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG