ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະຫະລັດ ຊ່ວຍເຫຼືອ ການໃຫ້ບໍລິການ ເລືອດ ທີ່ປອດໄພ ແກ່ອົງການກາແດງລາວ


ຊຸດອົບຮົມວິຊາການ ກ່ຽວກັບການຮັບປະກັນ ຄຸນນະພາບ ເລືອດປອດໄພ ຂອງອົງການກາແດງລາວ (ຮູບ: ສະຖານທູດ ສຫລ)
ຊຸດອົບຮົມວິຊາການ ກ່ຽວກັບການຮັບປະກັນ ຄຸນນະພາບ ເລືອດປອດໄພ ຂອງອົງການກາແດງລາວ (ຮູບ: ສະຖານທູດ ສຫລ)

ສະຖານເອກອັກຄະລັດຖະທູດສະຫະລັດຮ່ວມກັບສູນບໍລິຈາກເລືອດແຫ່ງຊາດໄດ້ໃຫ້
ການຊ່ວຍເຫລືອ ໃນການຝຶກອົບຮົມ ເພື່ອຍົກລະດັບການບໍລິການເລືອດທີ່ປອດໄພຢູ່
ໃນ ສປປ ລາວ.

ລາຍງານຂ່າວຂອງສະຖານທູດ ແຈ້ງວ່າ ການຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ
5 ແຕ່ວັນທີ 27 ກຸມພາຫາ 3 ມີນາພ້ອມໆກັບກອງປະຊຸມປະຈໍາປີຂອງອົງການກາແດງ
ລາວ ທີ່ໄດ້ຈັດຂື້ນຢູ່ແຂວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມ ຫລາຍກວ່າ 60
ຄົນ ຮວມທັງ ນັກວິຊາການວິໄຈເລືອດ ພະຍາບາ ແລະຫົວໜ້າສູນເລືອດທີ່ມາຈາກທັງ
ໝົດ 18 ແຂວງ ໃນທົ່ວປະເທດ.

ການຝຶກອົບຮົມ ໄດ້ສຸມໃສ່ການຈັດຕັ້ງປະຕິບັດ ກິດຈະກຳຕ່າງໆ ໃນໄລຍະທີ່ຜ່ານມາ ແລະແຜນຍຸດທະສາດແຫ່ງຊາດ ແຕ່ປີ 2016 ຫາ 2020. ໂດຍສະເພາະຢ່າງຍິ່ງຜູ້ໃຫ້
ການຝຶກອົບຮົມ ໄດ້ເລັ່ງໃສ່ວິທີການປະຕິບັດຕົວຈິງ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພໃນຂະບວນການເລືອດປອດໄພ ປັບປຸງຄຸນນະພາບ ການໃຫ້ບໍລິການ
ແລະເພີ້ມຂີດຄວາມສາມາດ ໃຫ້ແກ່ພະນັກງານສູນເລືອດໃນແຕ່ລະແຂວງໂດຍການ
ປະຕິບັດງານ ຮ່ວມກັບອົງການແຫ່ງຊາດ ແລະ ງການສາກົນ ທີ່ເຮັດວຽກ ກ່ຽວກັບ
ເລືອດປອດໄພ. ການຝຶກອົບຮົມນີ້ຈະຊ່ວຍໃຫ້ ສປປ ລາວກຳນົດນະໂຍບາຍເພື່ອຮັບ
ປະກັນ ຄຸນນະພາບ ດ້ານເລືອດ ປອດໄພ ແລະພັດທະນາທີມງານ ຮັບປະກັນຄຸນນະ
ພາບ ຢູ່ໃນແຕ່ລະແຂວງ ທີ່ຈະໄດ້ກວດສອບ ແລະ ຮັບປະກັນທາງດ້ານການປະຕິບັດ
ທີ່ປອດໄພ ແລະ ການສະໜອງເລືອດທີ່ປອດໄພໃນທົ່ວປະເທດ.

ທ່ານ ຮສ ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ດຣ. ຈັນທະ
ລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດແລະທ່ານພັນຕີ Steven Clifford ຫົວ
ໜ້າຫ້ອງການໂຄງການເລືອດຮ່ວມ ຂອງສູນບັນຊາການ ກອງທັບສະຫະລັດ ປະຈຳ
ພາກພື້ນປາຊີຟິກ ກໍໄດ້ເຂົ້າຮ່ວມໃນພິທີເປີດການຝຶກອົບຮົມຄັ້ງນີ້. ໃນຄຳປາໄສເປີດ
ພິທີນັ້ນ ດຣ. ສິງ ເມໂນລາດ ໄດ້ເວົ້າເຖິງຄວາມສຳຄັນໃນການຈັດເກັບເລືອດທີ່ປອດ
ໄພ ແລະ ເຊື່ອຖືໄດ້ ແລະ ຂະບວນການບໍລິການເລືອດເພື່ອຫລຸດຜ່ອນຄວາມສ່ຽງໃຫ້
ໜ້ອຍທີ່ສຸດຕໍ່ຜູ້ຮັບເລືອດ.

XS
SM
MD
LG