ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ຟ້ອງ​ຮ້ອງ ທ້າວ ເອັດ​ເຫວີດ ສ​ໂນ​ເດັນ ກ່ຽວ​ກັບ ປື້ມ​ຫົວ​ໃໝ່ ອ້າງ​ເຖິງ ຂໍ້​ຕົ​ກ​ລົງ​ລັບ


ທ້າວ ເອັດ​ເຫວີດ ສ​ໂນ​ເດັນ ເວົ້າ​ຜ່ານ​ວິ​ດີ​ໂອ ໃນ​ຂະ​ນະ​ທີ່​ລາວ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໂຕະ​ມົນ ກ່ຽວ​ກັບ ການ​ປົກ​ປ້ອງຜູ້​ເປີດ​ເຜີຍ​ການ​ກະ​ທຳ​ຜິດຢູ່​ສະ​ພາ ຢູ​ໂຣບ ໃນ​ເມືອງ ສ​ຕ​ຣາ​ສບວກ, ປະ​ເທດ ຝ​ຣັ່ງ. 15 ມີ​ນາ, 2019. REUTERS/Vincent Kessler
ທ້າວ ເອັດ​ເຫວີດ ສ​ໂນ​ເດັນ ເວົ້າ​ຜ່ານ​ວິ​ດີ​ໂອ ໃນ​ຂະ​ນະ​ທີ່​ລາວ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໂຕະ​ມົນ ກ່ຽວ​ກັບ ການ​ປົກ​ປ້ອງຜູ້​ເປີດ​ເຜີຍ​ການ​ກະ​ທຳ​ຜິດຢູ່​ສະ​ພາ ຢູ​ໂຣບ ໃນ​ເມືອງ ສ​ຕ​ຣາ​ສບວກ, ປະ​ເທດ ຝ​ຣັ່ງ. 15 ມີ​ນາ, 2019. REUTERS/Vincent Kessler

ສະ​ຫະ​ລັດ ໄດ້​ຟ້ອງ​ຮ້ອງອະ​ດີດ​ພະ​ນັກ​ງານ​ອົງ​ການ​ສືບ​ລັບ CIA ແລະ ​ຮັກ​ສາ​ຄວາມ
ປອດໄພແຫ່ງຊາດຫຼື NSA, ທ້າວ ເອັດເຫວີດ ສໂນເດັນ ໂດຍກ່າວຫາວ່າ ລາວລະເມີດ
ຂໍ້ຕົກລົງລັບທີ່ລາວໄດ້ເຊັນ ກ່ອນພິມເຜີຍແຜ່ປື້ມຫົວໃໝ່ຂອງລາວ.

ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ກ່າວ​ຫາ​ທ້າວ ສ​ໂນ​ເດັນ ກ່ຽວ​ກັບ ການບໍ່​ສາ​ມາດ​ທີ່​ຈະ​ປະ​ຕິ​ບັດ​ຕາມ​
ຂໍ້ຕົກລົງມອບສຳເນົາຂອງປື້ມ “Permanent Record” ໃຫ້ສອງອົງການດັ່ງກ່າວ, ແລະ
ກ່າວຄຳປາໄສຕໍ່ສາທາລະນະ ກ່ຽວກັບ ບັນຫາທີ່ກ່ຽວຂ້ອງກັບຂໍ້ມູນລັບດ້ວຍ.

ປື້ມ “Permanent Record” ໄດ້​ອອກວາງ​ຂາຍ​ໃນ​ວັນ​ອັງ​ຄານ​ວານນີ້. ໃນຂ​ະ​ນະ​ທີ່​ສານ​
ສູງສຸດ ໄດ້ຕັດສິນໃນປີ 1980 ວ່າ ລັດຖະບານບໍ່ສາມາດຢຸດການພິມ ແລະ ຂາຍປື້ມ
ແບບທີ່ວ່ານັ້ນ, ແຕ່ເຂົາເຈົ້າສາມາດຍຶດລາຍໄດ້ທັງໝົດ ທີ່ທ້າວ ສໂນເດັນ ໄດ້ມາຈາກ
ມັນ.

ພາຍ​ໃນ​ຂໍ້​ຕົກ​ລົງ​ລັບນັ້ນ, ທ້າວ ສ​ໂນ​ເດັນ ຄວນ​ທີ່​ຈະ​ມອບ​ສຳ​ເນົາ​ຂອງ​ປື້ມ​ດັ່ງ​ກ່າວ​ໃຫ້​
ອົງການສືບລັບ CIA ແລະ ອົງການຄວາມປອດໄພແຫ່ງຊາດ ເພື່ອ ທົບທວນກ່ອນຕີ
ພິມເຜີຍແຜ່. ບໍລິສັດ ແມັກມິລລານ (Macmillan) ເຊິ່ງແມ່ນ ຜູ້ພິມປຶ້ມຂອງລາວນັ້ນກໍ
ມີຊື່ຢູ່ໃນການຟ້ອງຮ້ອງເຊັ່ນກັນ.

ຜູ້​ຊ່ວຍ​ໄອ​ຍະ​ການ ທ່ານ ໂຈ​ດີ ຮັ້ນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ຄວາມ​ສາ​ມາດ​
ຂອງ ສະຫະລັດ ທີ່ຈະປົກປ້ອງຂໍ້ມູນດ້ານຄວາມປອດໄພແຫ່ງຊາດທີ່ມີຄວາມລະອຽດ
ອ່ອນນັ້ນ ແມ່ນຂຶ້ນກັບການປະຕິບັດຕາມຂໍ້ຕົກລົງລັບຂອງພະນັກງານ ແລະ ສັນຍາ
ຈ້າງຂອງເຂົາເຈົ້າ. ທ່ານເວົ້າວ່າ “ການຟ້ອງຮ້ອງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ກະ
ຊວງຍຸຕິທຳບໍ່ໄດ້ອະນຸຍາດໃຫ້ລະເມີດຄວາມໄວ້ວາງໃຈທີ່ວ່ານີ້. ພວກເຮົາຈະບໍ່ອະນຸ
ຍາດໃຫ້ບຸກຄົນໃດສ້າງຄວາມຮັ່ງມີໃຫ້ຕົນເອງຈາກການທຳລາຍ ສະຫະລັດ.”

ທ້າວ ສ​ໂນ​ເດັນ ໄດ້ຫຼົບ​ໜີ​ໄປ​ປະ​ເທດ ຣັດ​ເຊຍ ໃນ​ປີ 2013 ຫຼັງ​ຈາກ​ໄດ້​ເຜີຍ​ແຜ່​ເອ​ກະ
ສານຫຼາຍພັນສະບັບ ກ່ຽວກັບ ການສືບລັບພາຍໃນລັດຖະບານ ສະຫະລັດ ແລະ ການ
ປະຕິບັດການສືບລັບອື່ນໆ.

ລາວ​ໄດ້​ອອກ​ມາ​ຕອບ​ຕໍ່​ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ ​ດ້ວຍ​ການ​ຂຽນ​ຄຳ​ເຫັນ​ໃນ​ທວິດ​ເຕີ
ຫຼາຍຄັ້ງ, ໂດຍເວົ້າວ່າ “ຂ້ອຍບໍ່ແນ່ໃຈວ່າ ຂ້ອຍເຄີຍເຫັນປື້ມຫົວນັ້ນ ທີ່ອົງການ CIA
ແລະ NSA ພິຈາລະນາວ່າອັນຕະລາຍໂພດທີ່ຈະອ່ານ.”

ທ້າວ ສ​ໂນ​ເດັນ ໄດ້​ກ່າວ​ວ່າ “ມັນ​ຍາກ​ທີ່​ຈະ​ຄິດ​ ກ່ຽວ​ກັບ ການ​ຈ້ຳ​ກາ​ຂອງ​ແທ້ ກວ່າ​ການ
ຮ່າງຄຳຟ້ອງຮ້ອງຂອງລັດຖະບານ ສະຫະລັດ ທີ່ອ້າງວ່າປື້ມຂອງເຈົ້າແມ່ນມີຄວາມຈິງ
ຫຼາຍ ທີ່ວ່າມັນເປັນສິ່ງຜິດກົດໝາຍ ທີ່ຈະຂຽນມັນຂຶ້ນມາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG