ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ະ​ຫະ​ລັດ: ພັກ​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ ໃນ​ຊູ​ດານ ບໍ່​ໄດ້​ສວຍ​ໃຊ້ ການ​ເຈ​ລະ​ຈາ​ຢູ່​ເຈັດ​ດາ ເພື່ອ​ເປົ້າ​ໝາຍ​ໃນ​ການ​ຕົກ​ລົງ​ຢຸດ​ຍິງ


ຜູ້​ຄົນ​ໄປ​ກວດ​ເບິ່ງ​ເຮືອນ​ຊານ​ ທາງ​ພາກ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ຄາຣ໌​ທູມ ເມື່ອ​ວັນ​ທີ 12 ມິ​ຖຸ​ນາ 2023 ໃນ​ຂະ​ນະ​ທີ່​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ ແລະ​ການ​ຕໍ່​ສູ້​ກັນ​ເລີ້ມ​ຄືນ​ອີກ ຫຼັງ​ຈາກ​ການ​ຢຸດ​ຍິງ ເປັນ​ເວ​ລາ 24 ຊົ່ວ​ໂມງ​ຢູ່​ຊູ​ດານ ​ສິ້ນ​ສຸດ​ລົງ.
ຜູ້​ຄົນ​ໄປ​ກວດ​ເບິ່ງ​ເຮືອນ​ຊານ​ ທາງ​ພາກ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ຄາຣ໌​ທູມ ເມື່ອ​ວັນ​ທີ 12 ມິ​ຖຸ​ນາ 2023 ໃນ​ຂະ​ນະ​ທີ່​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ ແລະ​ການ​ຕໍ່​ສູ້​ກັນ​ເລີ້ມ​ຄືນ​ອີກ ຫຼັງ​ຈາກ​ການ​ຢຸດ​ຍິງ ເປັນ​ເວ​ລາ 24 ຊົ່ວ​ໂມງ​ຢູ່​ຊູ​ດານ ​ສິ້ນ​ສຸດ​ລົງ.

ພັກ​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ຢູ່​ໃນ​ຊູ​ດານ ບໍ່​ໄດ້​ສວຍ​ໃຊ້​ການ​ເຈ​ລະ​ຈາ ​ທີ່​ໄກ່​ເກ່ຍ​ໂດຍ​ສະ​ຫະ​ລັດ ​ແລະ​ຊາ​ອຸ​ດີ ​ອາ​ຣາ​ເບຍ​ ເພື່ອ​ໃຫ້​ບັນ​ລຸ​ການ​ຢຸດ​ຍິງ​ຢ່າງ​ເປັນ​ການ​ຖາ​ວອນ ຕາມທີ່​ພວກ​ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ກັນ​ໃນ​ຂັ້ນ​ຕົ້ນ​ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ສະ​ຫະ​ລັດ ໃນ​ເວ​ລານີ້ ພວມ​ປຶກ​ສາ​ຫາ​ລື​ກັບ​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ພາ​ຄີ​ອື່ນໆ ຮວມ​ທັງ​ບັນ​ດາ​ປະ​ເທດ​ອາ​ຣັບ ແລະ​ອາ​ຟ​ຣິ​ກາ ກ່ຽວ​ກັບ​ ເສັ້ນ​ທາງ​ໃນ​ອະ​ນ​າ​ຄົດ ແລະ​ຄວາມ​ຫວັງ​ທີ່​ຈະ​ປະ​ກາດຄຳ​ແນະ​ນຳ ພາຍ​ໃນ​ສອງ​ສາມມື້​ຂ້າງ​ໜ້ານີ້ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ທີ່​ຂໍ​ສະ​ຫງວນ​ຊື່ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ວໍ​ຊິງ​ຕັນ.

“ພວກ​ເຮົາ​ຄິດ​ວ່າ ພວກ​ເຮົາ​ໄດ້​ເປີດ​ທຸກໆ​ໂອ​ກາດ​ໃຫ້​ແກ່​ພວກ​ເຂົາ. ພວກ​ເຮົາ​ໄດ້​ໃຫ້​ເສັ້ນ​ທາງ​ແກ່​ພວກ​ເຂົາ​ເພື່ອ​ພະ​ຍາ​ຍາມ​ລອງ​ເບິ່ງ​ແລະ​ເຮັດ​ວຽກ​ຮ່ວມ​ກັນແລະ​ພະ​ຍາ​ຍາມ​ຫາ​ທາງ​ໄປ​ໜ້າ ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ບັນ​ລຸ​ຜົນ​ທີ່​ອີງ​ຕາມ​ຄວາມ​ຮຸນ​ແຮງ​ຫຼື​ການ​ຄອບ​ງຳ​ທາງ​ທະ​ຫານ” ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ.

“ມັນ​ເປັນ​ທີ່​ຈະ​ແຈ້ງ ພວກ​ເຂົາ​ບໍ່​ໄດ້​ສວຍ​ໂອ​ກາດ​ຂອງ​ສູດ​ທີ່​ພວກ​ເຮົາ​ໄດ້​ເອົາ​ໃຫ້​ພວກ​ເຂົາ. ມັນ​ບໍ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ ໃນ​ວິ​ທີ​ທີ່​ພວກ​ເຂົາ​ໄດ້​ຕົກ​ລົງ​ກັນ​ໃນ​ຂັ້ນ​ຕົ້ນ ເມື່ອ​ເວົ້າ​ເຖິງ​ບາດ​ກ້າວ​ແຕ່​ລະ​ຂັ້ນເພື່ອ​ໃຫ້​ບັນ​ລຸ​ການ​ຍຸ​ຕິ​ຄວາມ​ເປັນ​ປໍ​ລະ​ປັກ​ຢ່າງ​ເປັນ​ການ​ຖາ​ວອນ.”

ສົງ​ຄາມ​ລະ​ຫວ່າງກອງ​ທັບ​ບົກ​ຂອງ​ຊູ​ດານ ແລະ​ກຳ​ລັງ​ພິ​ເສດ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງວ່ອງ​ໄວ RSF ​ດຳ​ເນີນ​ມາ​ໄ​ດ້​ເກືອບ 2 ເດືອນ​ແລ້ວ ຊຶ່ງ​ໄດ້​ບັງ​ຄັບ​ໃຫ້​ປະ​ຊາ​ຊົ​ນ​ເກືອບ 2 ລ້ານ​ຄົນ​ຕ້ອງ​ໄດ້​ອົບ​ພະ​ຍົບ​ຫຼົບ​ໜີແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ປະ​ເທດ ເຮັດ​ໃຫ້​ໄຟ​ຟ້າ​ແລະ​ນ້ຳ​ປະ​ປາ ຢຸດ​ການ​ບໍ​ລິ​ການ
ຢູ່​ເລື້ອຍໆ​ເປັນ​ປະ​ຈຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG