ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຕາງ​ໜ້າ​ສະ​ຫະ​ລັດ​ ປະ​ຈຳ​ຊູ​ດານ ຖືກ​ຕິ​ຕຽນ​ຍ້ອນການຮັບ​ປະ​ທານ​ອາ​ຫານ​ກັບ​ຂຸນ​ເສິກດາ​ຟົວ

​ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານບ້ານ ທ້າວ​​ໂມ​ຮຳ​ເມັດ ຮຳ​ດານດາ​ໂກ​ໂລ (ຊ້າຍ ເຄື່ອງ​ແບບ​ກາ​ກີ) ຮັບ​ປະ​ທານ​ອາ​ຫານ Iftar ກັບອຸບ​ປະ​ທູດ ສະ​ຫະ​ລັດ ທ່ານສະ​ຕີ​ເວີນ ກຸດ​ຊິ​ສ ວັນ​ທີ 18 ພຶດ​ສະ​ພາ 2019.
​ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານບ້ານ ທ້າວ​​ໂມ​ຮຳ​ເມັດ ຮຳ​ດານດາ​ໂກ​ໂລ (ຊ້າຍ ເຄື່ອງ​ແບບ​ກາ​ກີ) ຮັບ​ປະ​ທານ​ອາ​ຫານ Iftar ກັບອຸບ​ປະ​ທູດ ສະ​ຫະ​ລັດ ທ່ານສະ​ຕີ​ເວີນ ກຸດ​ຊິ​ສ ວັນ​ທີ 18 ພຶດ​ສະ​ພາ 2019.

ປະ​ຊາ​ຊົນ​ຊູ​ດານຕິ​ຕຽນ​ຜູ້​ຕາງ​ໜ້າອາ​ເມ​ຣິ​ກັນ ​ຢູ່ໃນປະ​ເທດ​ຂອງ​ເຂົາ​ເຈົ້າ ທີ່​ຮັບ​ປະ​ທານ
​ອາ​ຫານ​ຮ່ວມ​ກັບຂຸນ​ເສິກ ​ທີ່​ມີຊື່ສຽງທີ່ເໜົ່າເໝັນ​ທີ່​ສຸດ​ຂອງ​ຊູ​ດານ.

ຜູ້​ຕາງ​ໜ້າ​ສະ​ຫະ​ລັດ​ປະຈຳ​ຊູ​ດານ ອຸບ​ປະ​ທູດ ສະ​ຕີ​ເວີນ ກຸດ​ຊິ​ສ ໄດ້​ຮ່ວ​ມ​ຮັບ​ປະ​ທານ​ອາຫານສະ​ຫຼອງ​ບຸນ Iftar ເພື່ອຢຸດ​ພັກ​ຜ່ອນ​ປະ​ຈຳ​ວັນ​ຂອງ​ເດືອນອົດ​ອາ​ຫານ​ຣາ​ມາ​
ດານ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ກັບ​ທ້າວໂມ​ຮຳ​ເມັດ ຮຳ​ດານ ດາ​ໂກ​ໂລ ​ຊຶ່ງ​ກອງ​ທະ​ຫານ​
ຂອງລາວໄດ້​ຖືກ​ກ່າວ​ຫາວ່າຂ້າ​ລ້າງຜານ​ຢູ່​ໃນ​ດາ​ຟົວ ແລະ​ບັນ​ດາເຂດອື່ນໆ ຮວມ​ທັງ
ເຂດໄກ້ຄຽງ ​ຫວ່າງ​ມໍ່​ໆມາ​ໃນ​ອາ​ທິດ​ນີ້.

ທ້າວ​ດາ​ໂກ​ໂລ ຮູ້​ກັນ​ໃນ​ຊື່​ຫລິ້ນ​ຂອງລາວວ່າ “ຮີ​ມີ​ຕີ” ເປັນ​ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ
​ບ້ານ ກອງ​ກຳ​ລັງທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນທີ່ວອ​ງ​ໄວ (RSF). ກ່ອນ​ໜ້າ​ນັ້ນ ທ້າວ​ຮີ​ມີ​ຕີ
ໄດ້​ເປັນ​ຜູ້​ບັນ​ຊາ​ການ​ທະ​ຫານ​ບ້ານ​ແຈ​ນ​ຈາ​ວີດ ທີ່​ໄດ້​ຖືກ​ກ່າວ​ຫາ​ວ່າ​ຂ້າ​ລ້າງ​ຢູ່​ໃນ​ດາ​ຟົວ ກວ່ານຶ່ງ​ທົດ​ສະ​ວັດ​ກ່ອນ.

ຜູ້​ຕາງ​ໜ້າ​ສະ​ຫະ​ລັດ​ປະຈຳ​ຊູ​ດານ ອຸບ​ປະ​ທູດ ສະ​ຕີ​ເວີນ ກຸດ​ຊິ​ສ ໄດ້​ຮ່ວ​ມ​ຮັບ​ປະ​ທານ​ອາຫານສະ​ຫຼອງ​ບຸນ Iftar (ຂວາ ຊຸດ​ສາ​ກົນ) ຍົກ​ມື​ຂຶ້ນ ໃນ​ການ​ເຕົ້າ​ໂຮມຮັບ​ປະ​ທານ​ອາ​ຫານ ໃຫ້​ກຽດ​ແກ່ ຜູ້​ບັນ​ຊາ​ການ​ທະ​ຫານ​ບ່​້ານ​ ທ້າວ​ໂຮ​ຮໍ​າ​ເມັດ ຮຳ​ດານ ດາ​ໂກ​ໂລ (ຊ້າຍ​ສຸດ).

ໃນ​ເວ​ລາ​ນັ້ນ ສະ​ຫະ​ລັດ​ໄດ້​ນຳ​ພາ​ປະ​ຊາ​ຄົມ​ສາ​ກົນ ໃນ​ການ​ປະ​ນາມ​ການ​ສັງ​ຫານ​ຢູ່​ໃນ
​ດາ​ຟົວ ແລະໄດ້​ຮ້ອງຂໍໃຫ້ນຳໂຕ​ຜູ້​ກະ​ທຳ​ຜິດ​ມາປະ​ເຊີນ​ໜ້າ​ກັບ​ຄວາມຍຸ​ຕິ​ທຳ.

ທ່ານ​ກຸດ​ຊິ​ສ ແລະ​ທ້າວ​ຮີ​ມີ​ຕີ ໄດ້​ຢຸດ​ພັກ​ຜ່ອນ​ການ​ອົດ​ອາ​ຫານ​ບຸນ​ຣາ​ມາ​ດານ​ຮ່ວມໂຕະ
ດຽວ​ກັນ ທີ່​ມີ​ສອງ​ຄົນ​ນັ່ງ​ຂັ້ນ​ລະ​ຫວ່າງ​ເຂົາ​ເຈົ້​າ. ພິ​ທີ​ດັ່ງກ່າວໄດ້​ຈັດ​ຂຶ້ນ​ໂດຍ ​ຊອນ​ຕັນ
ອາຣ​ເມດ ອາ​ລີ ດີ​ນາ​ຣ ເຫລັນ​ຊາຍຂອງກະ​ສັດ​ດາ​ຟົວ.

ລະ​ຫວ່າງ​ພິ​ທີ​ດັ່ງ​ກ່າວ ບັນ​ດາ​ແຂກ​ພາ​ກັນ​ຮ້ອງ​ໂຮ​ສັນ​ລະ​ເສີນ​ທ້າວ​ຮີ​ມີ​ຕີ ແລະ RFS.
ມີ​ປ້າຍ​ໃຫຍ່​ປ້າຍ​ນຶ່ງ​ມີ​ຮູບ

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG