ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດພົບ ສານກົ່ວ ໃນລະດັບສູງ ຢູ່ໃນເຂົ້າ ທີ່ມາຈາກຕ່າງປະເທດ (ວີດິໂອລາວ/ອັງກິດ)


US Study Finds High Levels of Lead in Imported Rice
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ

ເບິ່ງລາຍງານວີດິໂອ ພາສາອັງກິດຂອງ Robert Raffaele ກ່ຽວກັບເລື້ອງນີ້.

ການພົບເຫັນເຂົ້າທີ່ເຈືອປົນດ້ວຍສານພິດເຄມີ ກໍາລັງສ້າງ
ຄວາມເປັນຫ່ວງ ອີກ​ຄັ້ງ​ນຶ່ງ ​ໃຫ້​ແກ່ພວກຊາວນາແລະຜູ້ບໍລິ
ໂພກໄປຕາມໆກັນ. ຜົນການສຶກສາຄົ້ນຄວ້າບັ້ນນຶ່ງ ໂດຍ
ບັນດານັກວິທະນາສາດໃນລັດ New Jersey ພາກຕາເວັນ
ອອກຂອງສະຫະລັດ ​ໄດ້ພົບເຫັນທາດກົ່ວໃນລະດັບສູງ ເຈືອ
ປົນຢູ່​ໃນ​ເຂົ້າທີ່ມາ​ຈາກ​ຕ່າງປະ​ເທດ ໂຮມທັງຢູ່​ໃນອາຫານ
ເດັກບາງຊະນິດ. ການ​ພົບ​ເຫັນ​ດັ່ງກ່າວນີ້ ​ແມ່ນຕິດຕາມມາ​
ຫຼັງຈາກການສຶກສາຄົ້ນຄວ້າ ຫຼາຍໆບັ້ນເມື່ອປີຜ່ານມາ ທີ່ໄດ້
ພົບເຫັນສານໜູຢູ່ໃນເຂົ້າ ແລະຜະລິດຕະພັນທີ່ເຮັດຈາກເຂົ້າ.
Robert Raffaele ຜູ້ສື່ຂ່າວວີໂອເອອະທິບາຍວ່າ ບັນຫາດັ່ງ
ກ່າວນີ້ ​ແມ່ນຮ້າຍແຮງ​ເປັນ​ພິ​ເສດ ຍ້ອນວ່າທົ່ວໂລກກໍາລັງອາ
​ໄສ ເຂົ້າເປັນອາຫານຫຼັກ ຫຼາຍຂຶ້ນນັບມື້. ດາຣາມີເລຶ່ອງນີ້ມາ
ສະເໜີທ່ານ.

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:


ການສຶກສາຄົ້ນຄວ້າ ໂດຍບັນດານັກວິທະຍາສາດຈາກມະຫາວິທະຍາໄລ Monmouth
ລັດ New Jersey ​ໄດ້ພົບເຫັນວ່າ ເຂົ້າທີ່ສັ່ງ​ມາ​ຈາກ​ຕ່າງປະ​ເທດ​ນັ້ນ ມີສານກົ່ວເຈືອປົນຢູ່
ໃນລະດັບສູງ ພໍທີ່ຈະສາມາດເປັນອັນຕະລາຍຕໍ່ສຸຂະພາບໄດ້ ໂດຍສະເພາະໃນກຸ່ມເດັກ
ທາລົກ ແລະເດັກນ້ອຍ.

ພວກນັກວິທະຍາສາດໄດ້ກວດເບິ່ງຕົວຢ່າງເຂົ້າຈາກຂົງເຂດເອເຊຍ ຢູໂຣບ ແລະອະເມຣິ
ກາໃຕ້. ​ເຂົາ​ເຈົ້າເວົ້າວ່າ ເຂົ້າທີ່ມາຈາກ ໄຕ້ຫວັນ ແລະຈີນ ມີລະດັບກົ່ວ ສູງກວ່າໝູ່.

ປັດຈຸບັນນີ້ ເຂົ້າ​ແມ່ນເປັນອາຫານຫຼັກຂອງປະຊາຊົນ ສາມພັນລ້ານຄົນໃນທົ່ວໂລກ ​ແຕ່
ຫົວໜ້າທີມສຶກສາຄົ້ນຄວ້າເວົ້າວ່າ ​ເຂົ້າ​ທີ່ສະຫະລັດນໍາເຂົ້ານັ້ນ ປະກອບ​ເປັນ​ສັດສ່ວນ
ພຽງ 7 ເປີເຊັນ​ເທົ່າ​ນັ້ນ ຂອງເຂົ້າທີ່ປະຊາຊົນບໍລິໂພກກັນ ຢູ່​ໃນ​ປະ​ເທດ​ນີ້.

ແຕ່ວ່າ ເຂົ້າແລະແປ້ງເຂົ້າ ທີ່ສະຫະລັດສັ່ງ​ເຂົ້າ​ມາ​ນັ້ນ ​ໄດ້​ມີປະລິມານເພີ່ມຂຶ້ນ ຫຼາຍກວ່າ
200 ເປີເຊັນ ນັບຕັ້ງແຕ່ປີ 1999​ ເປັນຕົ້ນມາ.

ພວກຊາວນາທາງພາກໃຕ້ຂອງໄທ ພາກັນວິຕົກກັງວົນນໍາຜົນການສຶກສາຄົ້ນຄວ້າໃໝ່ນີ້.
ຊາວນາ ປຣະວັດ ກລອງຣົວ ເວົ້າວ່າ:

“ບັນຫານີ້ສາມາດກະທົບພວກເຮົາ 100 ເປີເຊັນ. ພວກຜູ້ອຸບປະໂພກ
ບໍລິໂພກ
​ເລີ່​ມຫັນ​ມາ​ນິຍົມເຂົ້າຂອງພວກເຮົາຫຼາຍຂຶ້ນ ແຕ່ມາບັດນີ້
ມີ​ການພົບ​ເຫັນວ່າ ເຂົ້າຊຸມອື່ນມີສານພິດເຄມີ ເຈືອປົນຢູ່ໃນເຂົ້າ ຊຶ່ງ
ນັ້ນຈະເຮັດໃຫ້ຍອດຂາຍເຂົ້າຂອງພວກເຮົາຕົກຕໍ່າ
ລົງໄປ ແລະກໍາໄລ
ກໍອາດຕົກເຊັ່ນກັນ.”


ສ່ວນນາງ ອະຣີນາ ເວົ້າວ່າ:

“ຂ້ອຍເປັນຫ່ວງຫຼາຍທີ່ສຸດກ່ຽວກັບບັນຫານີ້ ຍ້ອນວ່າເວລາພວກເຂົາ
ເຈົ້າສົ່ງເຂົ້າອອກນອກ ພວກເຂົາເຈົ້າຕ້ອງໄດ້ເກັບມ້ຽນເຂົ້າໃນປະລິ
ມານຫຼວງຫຼາຍ​ໄວ້ຢູ່ໃນສາງ ແລະກໍໃຊ້ຢາເຄມີເພື່ອໃຫ້ເຂົ້າມີສະພາບ
ສົດດີຢູ່ຕະຫຼອດ ຖ້າບໍ່ດັ່ງນັ້ນ ເຂົ້າກໍຈະເໜົ່າ ຫຼືເສຍຄຸນນະພາບ.”


ລາຍງານຜົນ​ການ​ຄົ້ນ​ຄ້ວາເວົ້າວ່າ ການທີ່​ພວກເດັກທາລົກ ແລະເດັກນ້ອຍ ​ໃນ​ສະຫະລັດ
ກິນຜະລິດຕະພັນເຂົ້າທຸກໆມື້ນັ້ນ ຈະ​ເຮັດ​ໃຫ້ປະລິມານສານ​ກົ່ວ​ຢູ່​ໃນ​ຮ່າງກາຍ​ຂອງເຂົາເຈົ້າ
ມີສູງກວ່າລະດັບທີ່ ຫ້ອງການອາຫານແລະຢາຂອງສະຫະລັດ ຫຼື USDA ອະນຸຍາດ​ໃຫ້ນັ້ນ ​
ເຖິງ 30 ຫາ 60 ​ເທົ່າ. ຫົວໜ້າຄະນະຄົ້ນຄວ້າດັ່ງກ່າວເວົ້າວ່າ ເດັກນ້ອຍເອເຊຍແມ່ນປະເຊີນ
ກັບຄວາມສ່ຽງຕໍ່ສານພິດໃນເຂົ້າ ສູງເຖິງສອງເທົ່າຕົວ ຍ້ອນວ່າມີການບໍລິໂພກເຂົ້າໃນ
ລະດັບສູງກວ່າ ຢູ່ໃນເຂດ​ເອ​ເຊຍ​.

ການສຶກສາຄົ້ນຄວ້າບັ້ນຫລ້າສຸດນີ້ ​ແມ່ນຕິດຕາມມາ​ ຫລັງ​ຈາກການສຶກສາຄົ້ນຄວ້າຫຼາຍ
ບັ້ນເມື່ອປີຜ່ານມາ ທີ່ໄດ້ພົບເຫັນສານໜູຢູ່ໃນຕົວຢ່າງເຂົ້າ ແລະຜະລິດຕະພັນເຂົ້າ ທີ່ເອົາ
ມາກວດ​ເບິ່ງ ໂຮມທັງຂະໜົມ cereal ແລະອາຫານເສີມຂອງເດັກ.

Caroline Smith DeWaal ປະຈໍາສູນກາງວິທະຍາສາດ​ເພື່ອຜົນປະໂຫຍດຂອງສາທາ
ລະນະ ຊຶ່ງເປັນສູນກາງທີ່ບໍ່ຫວັງຜົນກໍາໄລ ຢູ່ວໍຊິງຕັນ ດີຊີ ເວົ້າວ່າ:

“ຫຼັກຖານທີ່ພົບເຫັນກ່ຽວກັບລະດັບຂີ້ກົ່ວນັ້ນ ຍັງໃໝ່ເກີນກ່ວາທີ່ຈະຮູ້ໄດ້
ວ່າ ມັນເກີດຂຶ້ນຢູ່ໃນຂັ້ນ​ຕອນສີ​ເຂົ້າ ຫຼືວ່າການແປຮູບເຂົ້າປຸງ​ແຕ່ງ​ເປັນ​
ອາຫານອີກຕໍ່ນຶ່ງ ແຕ່ຂ້າພະເຈົ້າຄິດວ່າ ມີຫຼາຍໆຄົນທີ່ເປັນຫ່ວງວ່າ ມັນ
ອາດສະທ້ອນ ມາຈາກສະພາບການ ໃນທົ່ງນາ ຕອນປູກເຂົ້າກໍໄດ້.”


ບັນດານັກຄົ້ນຄວ້າພົບເຫັນລະດັບສານຂີ້ກົ່ວສູງ ຢູ່ໃນຕົວຢ່າງເຂົ້າຈາກ ສາທາລະນະລັດ Czech, ພູຖານ ອິຕາລີ ອິນເດຍ ແລະໄທ.
XS
SM
MD
LG