ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໂຈມຕີ ສະຖານທີ່ແຫ່ງຕ່າງໆໃນ ເຢເມນ


ພາບນີ້ໄດ້ມາຈາກວິດີໂອ ທີ່ສະໜອງໃຫ້ໂດຍ ທະຫານເຮືອ ສະຫະລັດ ທີ່ສະແດງໃຫ້ເຫັນເຫດການຫຼັງຈາກ ລູກສອນໄຟ Tomahawk ຂອງ ສະຫະລັດ ໄດ້ຍິງຖືກສະຖານທີ່ຕັ້ງເຣດາ ໃນເຂດແດນທີ່ຖືກຄວບຄຸມໂດຍພວກກະບົດ Houthi ຕາມຊາຍຝັ່ງທະເລແດງ. 13 ຕຸລາ 2016.
ພາບນີ້ໄດ້ມາຈາກວິດີໂອ ທີ່ສະໜອງໃຫ້ໂດຍ ທະຫານເຮືອ ສະຫະລັດ ທີ່ສະແດງໃຫ້ເຫັນເຫດການຫຼັງຈາກ ລູກສອນໄຟ Tomahawk ຂອງ ສະຫະລັດ ໄດ້ຍິງຖືກສະຖານທີ່ຕັ້ງເຣດາ ໃນເຂດແດນທີ່ຖືກຄວບຄຸມໂດຍພວກກະບົດ Houthi ຕາມຊາຍຝັ່ງທະເລແດງ. 13 ຕຸລາ 2016.

ກອງທັບ​ສະຫະລັດ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ​ຕົນ​ໄດ້​ໂຈມ​ຕີ​ທີ່​ຕັ້ງ​ເຣດາ​ສາມ​ແຫ່ງ ​ໃນ​ເຢ​ເມນ​ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຍິງລູກ​ສອນ​ໄຟ​ຈາກ​ດິນ​ແດນ​ທີ່​ຄວບຄຸມ​ໂດຍ​ພວກ​ກະບົດ Houthi ທີ່​ແນ​ເປົ້າ​ໝາຍ​ໃສ່ເຮືອ​ພິຄາດ​ສະຫະລັດ.

ຖະ​ແຫລ​ງການ​ທຳນຽບຫ້າ​ແຈ​ກ່າວ​ວ່າ ​ເຮືອ​ພິຄາດສະຫະລັດ USS Nitze ​ໄດ້​ຍິງ​ລູກ​ສອນ​ໄຟນຳ​ວິຖີ Tomahawk ​ໃສ່​ບັນດາ​ທີ່​ຕັ້ງ​ເຣດາ​ຢູ່​ເລາະ​ລຽບ​ຝັ່ງ​ທະ​ເລ​ແດງ​ຂອງ​ເຢ​ເມນ ຢູ່​ທາງ​ພາກ​ເໜືອ​ຂອງ​ສ່ອງ​ແຄບ Bab-el-Mandeb. ຖະ​ແຫລ​ງການນັ້ນ​ກ່າວ​ວ່າ ການທຳ ລາຍ​ທີ່​ຕັ້ງ​ເຣດາ​ຈະ​ຫລຸດຜ່ອນ​ຄວາມ​ສາມາດ​ຂອງ​ພວກເຂົາ​ທີ່ຈຳຕິດຕາມ ​ແລະ​ ແນ​ເປົ້າ ໝາຍໃສ່​ພວກ​ກຳ​ປັ່ນ​ໃນ​ອະນາ​ຄົດ.

​ໂຄສົກ​ທຳນຽບຫ້າ​ແຈ ທ່ານ Peter Cook ບັນ​ລະ​ຍາຍ​ການ​ໂຈມ​ຕີນີ້ວ່າ ເປັນການ “ປ້ອງ​ກັນ​ໂຕ” ​ເພື່ອ​ປ້ອງ​ກັນ​ທະ​ຫານສະຫະລັດ ​ແລະກຳ​ປັ່ນທ່ັງ​ຫລາຍ.

ທ່ານ​ກ່າວ​ອີກ​ວ່່າ “ສະຫະລັດ​ຈະ​ຕອບໂຕ້ຕໍ່​ການ​ຂົ່ມຂູ່​ໃດໆ​ຕໍ່ກຳ​ປັ່ນ​ຂອງ​ພວກເຮົ​າ ​ແລະ​ ການ​ສັນຈອນ​ທາງ​ການ​ຄ້າ ​ເທົ່າ​ທີ່ເໜາະ​ສົມ ​ທັງ​ຈະ​ດຳ​ເນີນ​ຮັກສາ​ເສລີພາບ​ຂອ​ງກາ​ນ​ເດີນ​ເຮືອ​ໄວ້ ໃນ​ລະ​ເລ​ແດງ ສ່ອງແຄບ Bab el-Mandeb ​ແລະ​ແຫ່ງ​ອຶ່ນໆ​ຢູ່​ທົ່ວ​ໂລກ.

ເຮືອພິຄາດ ສະຫະລັດ USS Mason ເດີນທາງຜ່ານຄອງ Suez ໃນເມືອງ Ismailia ປະເທດ ອີຈິບ, ວັນທີ 12 ມີນາ 2011.
ເຮືອພິຄາດ ສະຫະລັດ USS Mason ເດີນທາງຜ່ານຄອງ Suez ໃນເມືອງ Ismailia ປະເທດ ອີຈິບ, ວັນທີ 12 ມີນາ 2011.


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ສັນ​ພຸດ​ວານ​ນີ້​ວ່າ ລູກ​ສອນ​ໄຟ​ທີ່​ຍິງ​ຢູ່ໃນ​ທະ​ເລ​ແດງ ແມ່ນ​ແນ​ໃສ່​ເຮື​ອພິຄາດ USS Mason ທີ່​ໄດ້​ຕິດຕາມ​ດ້ວຍ​ກຳ​ປັ່ນລົບ USS San Antonio ​ໃນ​ເວລາ​ນັ້ນ. ລູກ​ຈະຫຼວດດັ່ງກ່າວໄດ້​ພາດເປົ້າໝາຍ ບໍ່ໄດ້​ໄປ​ເຖິງ​ບັນດາກຳ​ປັ່ນ ​ຊຶ່ງ​ເຈົ້າ​ໜ້າ​ທີ່​ສະຫະລັດ ທີ່​ບໍ່ປະສົງ​ອອກ​ຊື່​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ.

​ເຮືອ​ພິຄາດດັ່ງກ່າວ ​ຖືກ​ສົ່ງ​ອອກ​ໄປ​ປະຕິບັດ​ງານ​ເວລາ​ໃດ​ທີ່​ພົບ​ເຫັນ​ວ່າມີການ​ຍິງ​ລູກ​ສອນ​ໄຟ ​ເຈົ້າ​ໜ້າ​ທີ່​ສະຫະລັດ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ ​ແຕ່​ມັນ​ບໍ່​ແຈ່ມ​ແຈ້ງວ່າ ການ​ປະຕິບັດ​ປ້ອງ​ກັນໂຕເທື່ອນີ້ ​ໄດ້​ເຮັດ​ໃຫ້​ລູກ​ສອນ​ໄຟຫັນເຫ​ອອກ​ນອກ​ເສັ້ນທາງ ຫລື​ມັນ​ຕົກລົງ​ສູ່​ທະ​ເລ​ແດງ​ດ້ວຍ​ເຫດ​ຜົນອື່ນ. ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຢືນຢັນ​ວ່າ ບໍ່​ມີ​ໃຜ​ຢູ່​ເທິງ​ເຮືອ​ພິຄາດ​ໄດ້​ຮັບ​ບາດ​ເຈັບ ​ແລະ​ເຮືອ​ກໍ​ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃດໆ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ ​ເທື່ອ​ທີສອງ​ໃນ​ສີ່​ມື້​ທີ່​ຜ່ານ​ມາ ​ໄດ້ຍິງມາ​ຈາກ​ເຂດຄວບ​ຄຸມ​ຂອງ Houthi ທາງ​ພາກ​ໃຕ້​ຂອງ Al Hudaydah.

​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາທຳນຽບຫ້າ​ແຈ​ໄດ້​ໃຫ້​ຮ່ອງ​ຮອຍກ່ຽວ​ກັບ​ການ​ອາດ​ເປັນ​ໄປ​ໄດ້ໃນ​ການຕອບ​ໂຕ້ໂຈ​ມຕີ​ຄືນ ດ້ວຍ​ຖະ​ແຫລ​ງການຂອງ​ໂຄສົກ​ທຳນຽບຫ້າ ​ແ​ຈ ຮ້ອຍ​ເອກ​ກອງ ທັບ​ເຮືອ ທ່ານ Jeff Davis ກ່າວ​ວ່າ ຜູ້ໃດ​ຍິງ​ໃ​ສ່ເຮືອ​ກອງທັບ ​ສະຫະລັດ ຢູ່​ນ່ານນໍ້າ​ສາກົນກໍແມ່ນວ່າຜູ້ນັ້ນ​ “ສ່ຽງ​ຕໍ່​ອັນຕະລາຍ."​

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Navy Yemen
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG