ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ໂຈມຕີເປົ້າໝາຍ ໃນອີຣັກ ແລະຊີເຣຍ ທີ່ໃຊ້ໂດຍພວກທະຫານບ້ານ ທີ່ໄດ້ຮັບການໜູນຫລັງຈາກອີຣ່ານ


ພາບຖ່າຍໃນວັນທີ 28 ຕຸລາ, 2019, ສະແດງໃຫ້ເຫັນວ່າທະຫານສະຫະລັດ ກໍາລັງລາດຕະເວນເຂດທີ່ມີນໍ້າມັນໃນພາກຕາເວັນອອກຂອງຊີເຣຍ.
ພາບຖ່າຍໃນວັນທີ 28 ຕຸລາ, 2019, ສະແດງໃຫ້ເຫັນວ່າທະຫານສະຫະລັດ ກໍາລັງລາດຕະເວນເຂດທີ່ມີນໍ້າມັນໃນພາກຕາເວັນອອກຂອງຊີເຣຍ.

ກອງທັບສະຫະລັດໃນຊີເຣຍໄດ້ຍິງໂຕ້ຕອບຄືນຫຼັງຈາກໄດ້ມີການໂຈມຕີດ້ວຍລູກສອນໄຟ ຕໍ່ກອງກຳລັງທະຫານອາເມຣິກັນຢູ່ທີ່ນັ້ນໃນວັນຈັນວານນີ້, ອີງຕາມຄຳເວົ້າຂອງໂຄສົກປະຈໍາກອງທັບ.

"ກອງກຳລັງທະຫານສະຫະລັດຢູ່ໃນຊີເຣຍ ເຖິງແມ່ນຈະຢູ່ພາຍໃຕ້ການໂຈມຕີດ້ວຍລູກສອນໄຟ ຫຼາຍຄັ້ງກໍຕາມ ແຕ່ກໍຍັງໄດ້ປະຕິບັດໜ້າທີ່ປ້ອງກັນຕົວເອງ ແລະໄດ້ຍິງປືນໃຫຍ່ໄປໃສ່ບ່ອນທີ່ລູກສອນທີ່ຍິງມານັ້ນອີກ,” ນັ້ນຄືຄໍາເວົ້າຂອງນາຍພັນເອກ ເວນ ມາຣອດໂຕ (Wayne Marotto), ໂຄສົກສໍາລັບທະການສາກົນເພື່ອຕ້ານກຸ່ມລັດອິສລາມ ຂຽນລົງໃນທວີດເຕີ.

ລູກສອນໄຟ ໄດ້ແນເປົ້າໝາຍໃສ່ຖານທີ່ໝັ້ນຂອງທະຫານຢູ່ບ້ານແດ ເອ-ຊວກ (Deir ez-Zour) ທີ່ຮູ້ກັນໃນຊື່ວ່າບ້ານສີຂຽວ, ອີງຕາມຫລາຍແຫຼ່ງຂໍ້ມູນທີ່ຮູ້ກ່ຽວກັບການໂຈມຕີດັ່ງກ່າວໄດ້ຢືນຢັນຕໍ່ວີໂອເອ. ທ່ານມາຣອດໂຕ (Marotto) ກ່າວຕໍ່ວີໂອເອວ່າ ສະຫະລັດໄດ້ຕອບໂຕ້ກັບຕໍ່ລູກສອນໄຟດັ່ງກ່າວດ້ວຍການຍິງປືນໃຫຍ່ 155 ມມ ຫລາຍຄັ້ງ.

ການໂຈມຕີດ້ວຍລູກສອນໄຟ ບໍ່ໄດ້ເຮັດໃຫ້ມີຜູ້ບາດເຈັບ, ແລະຄວາມເສຍຫາຍຍັງກໍາລັງຖືກປະເມີນຢູ່, ອີງຕາມທ່ານມາຣອດໂຕຂຽນຢູ່ໃນທວີດເຕີ.

ການຍິງຕອບໂຕ້ກັນລະຫວ່າງລູກສອນໄຟ ແລະປືນໃຫຍ່ໄດ້ເກີດຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈາກກອງທັບສະຫະລັດກ່າວວ່າຕົນໄດ້ໂຈມຕີເປົ້າໝາຍ 3 ແຫ່ງ ໃກ້ຊາຍແດນ ລະຫວ່າງຊີເຣຍກັບອີຣັກ ທີ່ໃຊ້ໂດຍພວກທະຫານບ້ານທີ່ໄດ້ຮັບການໜູນຫລັງຈາກອີຣ່ານປະຕິບັດການໂຈມຕີໃຊ້ເຮືອບິນບໍ່ມີຄົນຂັບໃສ່ພະນັກ ງານ ແລະສະຖານທີ່ຕ່າງໆຂອງສະຫະລັດ.

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນກ່າວໃນວັນຈັນວານນີ້ ຢູ່ທີ່ຫ້ອງ ການຮູບຊົງໄຂ່ວ່າ "ຂ້າພະເຈົ້າໄດ້ຊີ້ນຳ ໃຫ້ທໍາການໂຈມຕີທາງອາກາດໃນຄືນວານນີ້ ທີ່ແນເປົ້າໝາຍໃສ່ ສະຖານທີ່ຕ່າງໆ ທີ່ໃຊ້ໂດຍກຸ່ມທະຫານບ້ານທີ່ປະ ກອບອາວຸດທີ່ເປັນຜູ້ຮັບຜິດຊອບຕໍ່ການໂຈມຕີພະນັກງານສະຫະລັດຢູ່ໃນອີຣັກ.”

ໃນຕອນກາງຄືນ, ສະຫະລັດໄດ້ໂຈມຕີສາງເກັບອາວຸດ ແລະສະຖານທີ່ປະຕິບັດງານທີ່ໃຊ້ໂດຍກຸ່ມທະຫານບ້ານເຊັ່ນ ກະຕາອິບ ເຮສໂບຣາ (Kata'ib Hezbollah) ຫລື KH ແລະ ກະຕາອິບ ຊາຍຢິດ ອາລ-ຊູຮາດາ (Kata'ib Sayyid al-Shuhada) ຫລື KSS, ອີງຕາມໂຄສົກປະຈໍາທໍານຽບຫ້າແຈ, ທ່ານ ຈອນ ເຄີບີ. ສອງບ່ອນທີ່ນອນໃນເປົ້າໝາຍທັງຫລາຍ ແມ່ນຢູ່ໃນປະເທດຊີເຣຍ ແລະອີກເປົ້າໝາຍນຶ່ງ ແມ່ນຢູ່ໃນອີຣັກ.

ອ່ານຂ່າວນນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG