ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີຂອງສະຫະລັດ ເຮັດໃຫ້ເກີດມີຄວາມເຄັ່ງຕຶງ ກັບ ອີຣັກ 


ຊາວອີຣັກ ຢູ່ທີ່ຫໍບູຊາ ອາລີ ໃນເມືອງ ນາຈີຟ ເຂົ້າຮ່ວມພິທີສົ່ງສະການບັນດານັກລົບຂອງກອງກຳລັງເຄື່ອນໄຫວທີ່ມີຊື່ສຽງ ຫຼື Popular Mobilization Forces ທີ່ເສຍຊີວິດໃນການໂຈມຕີທາງອາກາດຂອງສະຫະລັດ, ວັນທີ 4 ກຸມພາ 2024.
ຊາວອີຣັກ ຢູ່ທີ່ຫໍບູຊາ ອາລີ ໃນເມືອງ ນາຈີຟ ເຂົ້າຮ່ວມພິທີສົ່ງສະການບັນດານັກລົບຂອງກອງກຳລັງເຄື່ອນໄຫວທີ່ມີຊື່ສຽງ ຫຼື Popular Mobilization Forces ທີ່ເສຍຊີວິດໃນການໂຈມຕີທາງອາກາດຂອງສະຫະລັດ, ວັນທີ 4 ກຸມພາ 2024.

ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຫລ້າ​ສຸດ ​ຂອງ​ສະຫະລັດ​ໃນ​ອີຣັກ ​ທີ່​ແນເປົ້າໃສ່​ສະ​ຖານ​ທີ່ກ່ຽວ​ຂ້ອງ​ກັບ​ການ​ໂຈມ​ຕີ​ເກືອບ 170 ຄັ້ງ ໂດຍ​ກອງ​ກຳລັງ​ຕິດອາວຸດທີ່ໜູນຫຼັງໂດຍອີຣ່ານ ໃສ່ກອງກຳລັງສະຫະລັດ ​ໃນ​ພາກ​ພື້ນດັ່ງກ່າວ, ປາກົດ​ວ່າ​ຈະ​ຂະຫຍາຍ​ຄວາມ​ແຕກ​ແຍກ​ ລະຫວ່າງ​ວໍ​ຊິງ​ຕັນ ​ກັບ​ແບັກ​ແດດ ອອກ.

ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ວັນ​ສຸກ ​ໄດ້​ແນ​ເປົ້າ​ໃສ່​ 3 ສະຖານທີ່​ໃນ​ອີຣັກ ​ແລະ​ອີກ​ສີ່ສະຖານທີ່ໃນ​ຊີ​ເຣຍ ​ແລະ​ໄດ້​ທຳລາຍ​ເປົ້າ​ໝາຍ​ ​ຫຼາຍ​ກວ່າ 80 ​ເປົ້າໝາຍ ​ນັບ​ແຕ່​ສູນ​ບັນຊາ​ການ ​ແລະ​ສູນ​ຄວບ​ຄຸມ ​ແລະ​ສູນສືບລັບ ​ໄປຈົນ​ເຖິງ​ບ່ອນ​ເກັບ​ມ້ຽນລູກ​ສອນ​ໄຟ ​ແລະ​ເຮືອບິນ​ບໍ່ມີຄົນຂັບ, ອີງຕາມການປະເມີນການຄັ້ງຫຼ້າສຸດຂອງສະຫະລັດ.

ທຳນຽບຫ້າ​ແຈ ກ່າວ​ໃນ​ວັນ​ຈັນວານນີ້​ວ່າ ສະມາຊິກຂອງກຳລັງຕິດອາວຸດ ​ທີ່​ບໍ່​ໄດ້​ລະບຸ​ຈຳນວນ ກໍມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ຈະເສຍຊີວິດ ຫລື​ໄດ້​ຮັບ​ບາດ​ເຈັບ ເຊັ່ນກັນ, ​ເຖິງ​ແມ່ນ​ວ່າ​ ຈະປະຕິ​ເສດກ່ຽວກັບ​ການ​ເສຍ​ຊີວິດ​ຂອງ​ເຈົ້າໜ້າ​ທີ່​ຫຼື​ພວກ​ປະຕິບັດ​ການ​ຂອງ​ອີຣ່ານ ກໍຕາມ.

​ແຕ່​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ປ້ອງ​ກັນ​ການ​ໂຈມ​ຕີ​ດັ່ງກ່າວ​ຕາມ​ຄວາມ​ຈຳ​ເປັນ ຫລັງ​ຈາກ​ການ​ໂຈມ​ຕີໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ທີ່​ໄດ້​ສັງຫານ​ທະຫານ​ສະຫະລັດ 3 ຄົນ ຢູ່​ທີ່​ຖານ​ທັບ​ໃນ​ຈໍ​ແດນ​ໃນ​ເດືອນ​ແລ້ວ​ນີ້, ​ເຈົ້າໜ້າ​ທີ່​ອີຣັກ ​ໄດ້​ສະແດງ​ຄວາມ​ຄຽດ​ແຄ້ນ​ທີ່​ເພີ່ມ​ຂຶ້ນ, ​ໂດຍໄດ້​ຮຽກ​ຮ້ອງ​ໃຫ້ອຸປະທູດສະຫະລັດ ໃນ​ນະຄອນຫຼວງແ​ບັກແດດ (Baghdad) ​ເພື່ອ​ປະ​ທ້ວງ ​ຕໍ່ການ​ໂຈມ​ຕີ ​ຂອງ​ສະຫະລັດ ຫລັງ​ຈາກ​ກ່າວ​ຫາ​ວ່າ ບາງສ່ວນຂອງເປົ້າ​ໝາຍ​ດັ່ງ​ກ່າວ ​ແມ່ນເປັນ​ສ່ວນນຶ່ງ​ຂອງ​ກຳ​ລັງ​ຮັກ​ສາ​ຄວາມໝັ້ນຄົງ ​ຂອງ​ລັດ​ຖະ​ບານ​.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG