ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າທຳນຽບຫ້າແຈ ກ່າວວ່າ ສະຫະລັດ ໂຈມຕີສະຖານທີ່ ທີ່ກ່ຽວຂ້ອງກັບອີຣ່ານ ໃນຊີເຣຍຕາເວັນອອກ


ລັດຖະມົນຕີປ້ອງກັນປະເທດສະຫະລັດ​, ທ່ານ ລອຍ ອັອສຕິນ ກ່າວຢູ່ທີ່ທຳນຽບຫ້າແຈ ໃກ້ກັບວໍຊິງຕັນ, ວັນທີ 18 ກໍລະກົດ 2023
ລັດຖະມົນຕີປ້ອງກັນປະເທດສະຫະລັດ​, ທ່ານ ລອຍ ອັອສຕິນ ກ່າວຢູ່ທີ່ທຳນຽບຫ້າແຈ ໃກ້ກັບວໍຊິງຕັນ, ວັນທີ 18 ກໍລະກົດ 2023

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ ລອຍ ອອສຕິນ ກ່າວໃນວັນອາທິດວານນີ້ວ່າ ສະຫະລັດໄດ້ໂຈມຕີສອງສະຖານທີ່ ທີ່ກ່ຽວຂ້ອງກັບອີຣ່ານ ຢູ່ໃນຊີເຣຍ ໃນວັນອາທິດວານນີ້ ເພື່ອຕອບໂຕ້ຕໍ່ການໂຈມຕີຕໍ່ເຈົ້າໜ້າທີ່ສະຫະ ລັດ.


ມັນເປັນເທື່ອທີ 3 ໃນບໍ່ຮອດ 3 ອາທິດ ທີ່ກອງທັບສະຫະລັດ ໄດ້ແນເປົ້າໃສ່ທີ່ຕັ້ງຕ່າງໆຢູ່ໃນຊີເຣຍ ທີ່ຕົນ ກ່າວວ່າ ມີຄວາມກ່ຽວຂ້ອງກັບອີຣ່ານ ຊຶ່ງໃຫ້ການສະໜັບສະໜຸນ ແກ່ກຸ່ມຕິດອາວຸດຕ່າງໆທີ່ວໍຊິງຕັນຖິ້ມໂທດໃສ່ວ່າ ເປັນຕົ້ນເຫດຂອງການໂຈມຕີກອງກຳລັງຂອງຕົນຢູ່ໃນຕາເວັນອອກກາງ ທີ່ເພີ້ມຂຶ້ນຢ່າງວ່ອງ ໄວ.


“ກອງກຳລັງທະຫານສະຫະລັດ ໄດ້ທຳການໂຈມຕີທີ່ແນ່ນອນໃນມື້ນີ້ ໃສ່ບັນດາ ສະຖານຕ່າງໆ ໃນພາກຕາເວັນອອກຂອງຊີເຣຍ ທີ່ນຳໃຊ້ໂດຍກອງກຳລັງພິທັກປະຕິວັດອິສລາມ ຂອງອີຣ່ານ (IRGC) ແລະກຸ່ມພັນທະມິດໃນອີຣ່ານ ເພື່ອຕອບໂຕ້ຕໍ່ການໂຈມຕີໃສ່ບຸກຄະລາກອນສະຫະລັດ ຢູ່ໃນອີຣັກ ແລະຊີເຣຍ," ທ່ານ ອອສຕິນ ກ່າວໃນຖະແຫຼງການ.


“ການໂຈມຕີດັ່ງກ່າວ ເກີດຂຶ້ນກັບສະຖານທີ່ຝຶກອົບຮົມ ແລະບ່ອນຫຼົບລີ້ ໃກ້ກັບເມືອງ ອັລບູ ຄາມາລ (Albu Kamal) ແລະ ມາຢາດີນ (Mayadeen) ຕາມລຳດັບ," ທ່ານກ່າວ.


ສະຫະລັດໄດ້ແນເປົ້າໃສ່ສະຖານທີ່ເກັບມ້ຽນອາວຸດທີ່ກ່ຽວຂ້ອງກັບເຕຫະຣ່ານ ຢູ່ໃນຊີເຣຍ ໃນວັນພຸດທີ່ຜ່ານມາ, ແລະຍັງໄດ້ໂຈມຕີສະຖານທີ່ສອງແຫ່ງໃນປະເທດດັ່ງກ່າວ ໃນວັນທີ 26 ຕຸລາ ທີ່ລະບຸວ່າພວກມັນຖືກນຳໃຊ້ໂດຍອີຣ່ານ ແລະອົງການຈັດຕັ້ງທີ່ກ່ຽວຂ້ອງ.


ວໍຊິງຕັນກ່າວວ່າ ການໂຈມຕີເຫຼົ່ານີ້ ມີຂຶ້ນເພື່ອເປັນການຕອບໂຕ້ຕໍ່ການໂຈມຕີ ໃສ່ກອງກຳລັງອາເມຣິກັນ ໃນອີຣັກ ແລະ ຊີເຣຍ ຊ້ຳແລ້ວຊ້ຳອີກ ຫຼາຍກວ່າ 45 ຄັ້ງ ນັບແຕ່ວັນທີ 17 ຕຸລາເປັນຕົ້ນມາ ເຊິ່ງໄດ້ເຮັດໃຫ້ທະຫານສະຫະລັດຫລາຍສິບຄົນໄດ້ຮັບບາດເຈັບ.


ການໂຈມຕີໃສ່ທະຫານສະຫະລັດ ທີ່ເພີ້ມຂຶ້ນຢ່າງວ່ອງໄວ ໃນຫຼາຍອາທິດທີ່ຜ່ານມານີ້ ແມ່ນກ່ຽວຂ້ອງກັບສົງຄາມລະຫວ່າງອິສຣາແອລ ແລະກຸ່ມ ຮາມາສ ຊຶ່ງໄດ້ເລີ້ມຂຶ້ນໃນເວລາທີ່ກຸ່ມຫົວຮຸນແຮງປາແລັສໄຕນ໌ ໄດ້ທໍາການໂຈມຕີຂ້າມຊາຍແດນແບບບໍ່ໄດ້ຄາດຄິດ ຈາກເຂດກາຊາ ໃນວັນທີ 7 ຕຸລາທີ່ຜ່ານມາ ຊຶ່ງເຈົ້າໜ້າທີ່ອິສຣາແອລ ກ່າວວ່າໄດ້ສັງຫານປະມານ 1,200 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG