ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ​ໂຈມ​ຕີ ກຸ່ມ​ອາ​ລ-ຊາ​ບັບ ຢູ່ໃນ ​ໂຊ​ມາ​ເລຍ ເກື່ອບ​ເທົ່າ​ກັນ​ ກັບການ​ໂຈມ​ຕີ ຢູ່​ໃນ​ ອີ​ຣັກ ແລະ ຊີ​ເຣຍ


ພວກ​ນັກ​ລົບ​ກຸ່ມ​ອາ​ລ-ຊາ​ບັບ ອິ​ສ​ລາມ ແບກ​ອາ​ວຸດ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນ​ນະ​ຄອນຫຼວງ ໂມ​ກາ​ດິ​ສ​ຊູ, ວັນ​ທີ 1 ມັງ​ກອນ 2010.
ພວກ​ນັກ​ລົບ​ກຸ່ມ​ອາ​ລ-ຊາ​ບັບ ອິ​ສ​ລາມ ແບກ​ອາ​ວຸດ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນ​ນະ​ຄອນຫຼວງ ໂມ​ກາ​ດິ​ສ​ຊູ, ວັນ​ທີ 1 ມັງ​ກອນ 2010.

ຄວາມ​ຖີ່​ໃນ​ການ​ໂຈມ​ຕີ​ຂອງກອງ​ທັບ​ສະ​ຫະ​ລັດ​ ຕໍ່​ກຸ່ມ​ອາ​ລ-ຊາ​ບັບ ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ພວກ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ​ໃນ​ໂຊ​ມາ​ເລຍ ​ປີນີ້ ແມ່ນ​ເທົ່າ​ກັນ​ກັບ​ຈຳ​ນວນ​ການ​ໂຈມ​ຕີ​ຕໍ່​ກຸ່ມ​ລັດ​ອິ​ສ​ລາມ​ໃນ​ອີ​ຣັກ​ແລະ​ຊີ​ເຣຍ.

ສະ​ຫະ​ລັດ​ໄດ້​ທຳ​ການ​ໂຈມ​ຕີ 25 ເທື່ອ​ຕໍ່​ກຸ່ມ​ອາ​ລ-ຊາ​ບັບ ໃນ​ປີ 2020 ນີ້ ຮວມທັງ​ການ​ໂຈມ​ຕີ​ໃນ​ມື້​ວັນ​ຈັນ​ຜ່ານ​ມາ ຢູ່​ໃນ​ເຂດ​ຈາ​ນາ​ເລ ຂອງ​ປະ​ເທດ​ໂຊ​ມາ​ເລຍ ທີ່ກອງ​ບັນ​ຊາ​ການ ​ກຳ​ລັງ​ສະ​ຫະ​ລັດ​ໃນ​ອາ​ຟ​ຣິ​ກາ ກ່າວ​ວ່​າ ໄດ້​ສັງ​ຫານ​ພວກ​ກໍ່​ການ​ຮ້າຍ 4 ຄົນ.

ຂໍ້ມູນ​ທີ່​ເປີດ​ເຜີຍ​ຕໍ່​ວີ​ໂອ​ເອ ໂດຍ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ​ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ຫະ​ລັດ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ 29 ເທື່ອຕໍ່ກຸ່ມ​ລັດ​ອິ​ສ​ລາມ​ໃນ​ອີ​ຣັກ​ ແລະ​ຊີ​ເຣຍ ແຕ່​ວັນ​ທີ 1 ມັງ​ກອນ ຫາ​ວັນ​ທີ 1 ມີ​ນາຊຶ່ງ​ເປັນ​ຂໍ້​ມູນ​ຫຼ້າ​ສຸດ​ໃນ​ການ​ໂຈມ​ຕີ​ທີ່​ເປີດ​ເຜີຍ​ໃຫ້​ຮູ້. ລາຍ​ງານ​ກ່ຽວ​ກັບ​ການ​ໂຈມຕີ​ຢ່າງ​ລະ​ອຽດ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ຢູ່​ໃນອີ​ຣັກ​ແລະ​ຊີ​ເຣຍ ຊຶ່ງ​ຄາດ​ວ່າ​ຈະເປີດ​ເຜີຍ​ໃຫ້​ຮູ້​ໃນ​ອາ​ທິດ​ນີ້.

ການ​ໂຈມ​ຕີ​ຢູ່​ໃນ​ອີ​ຣັກ​ແລະ​ຊີ​ເຣຍ ໄດ້​ຫລຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ນັບ​ແຕ່​ກຸ່ມ​ລັດ​ອິ​ສ​ລາມ​ໄດ້​ສູນ​ເສຍດິນ​ແດນ​ທີ່​ເອີ້ນວ່າ​ທີ່​ໝັ້ນ​ຂອງ​ຕົນ ​ໃນ​ເດືອນ​ມີ​ນາ​ປີ​ກາຍນີ້. ໃນ​ປີ 2019 ສະ​ຫະ​ລັດ​ໄດ້​ທຳ​ການ​ໂຈມ​ຕີ 2,000 ກວ່າ​ເທື່ອໃສ່​ເຂດ​ດັ່ງ​ກ່າວ ​ແລະ 1,600 ກວ່າ​ເທື່ອໃນ​ໄລ​ຍະ​ສອງ​ສາມ​ເດືອນທຳ​ອິດເມື່ອ​ຕົ້ນ​ປີ​ກາຍ. ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງມອງ​ເຫັນ​ວ່າ ການ​ເພີ້ມ​ຂຶ້ນ​ຂອງ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ​ຢູ່​ໃນ​ຂົງ​ເຂດ ແມ່ນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຈາກ​ອີ​ຣ່ານ ໃນ​ຂະ​ນະ​ທີ່​ຈຳ​ນວນ​ທະ​ຫານ​ໄດ້​ຫລຸດ​ລົງ ​ຢູ່​ໃນ​ຊີ​ເຣຍ ບ່ອນ​ທີ່
​ມີ​ການກະ​ປະ​ມານ​ກັນ​ວ່າພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ​ຫຼາຍ​ພັນ​ຄົນຍັງ​ປະ​ຈຳ​ການ​ຢູ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG