ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກ່າວວ່າ ພວກກໍ່ການຮ້າຍຮູຕີ ຍິງລູກສອນໄຟໃສ່ກໍາປັ່ນນໍ້າມັນຂອງອາເມຣິກັນ

ແຟ້ມຮູບ—ຮູບພາບທີ່ໄດ້ຮັບການສະໜອງໃຫ້ຈາກກອງທັບເຮືອອິນເດຍ ສະແດງໃຫ້ເຫັນກໍາປັ່ນຂອງສະຫະລັດ ເຈັງໂກ ເພະກາດີ (Genco Picardy) ທີ່ຖືກໂຈມຕີຈາກເຮືອບິນບໍ່ມີຄົນຂັບ ທີ່ຍິງໂດຍພວກກໍ່ການຮ້າຍຮູຕີ ຢູ່ບໍລິເວນອ່າວເອເດັນ ໃນວັນພຸດແລ້ວນີ້, ວັນທີ 18 ມັງກອນ 2024. (Indian Navy via AP)

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກຸ່ມ​ກໍ່​ການ​ຮ້າຍຮູຕີ ທີ່​ໜຸນ​ຫຼັງ​ໂດຍ​ອີ​ຣ່ານກ່າວ​ວ່າ ຂະບວນເຮືອ​ຂອງ​ຈີນ ແລະ ຣັດ​ເຊຍ ຈະຜ່ານ​ທະ​ເລ​ແດງໄດ້ ດ້ວຍຄວາມປອດໄພ.

ທ້າວໂມຮໍາເມັດ ອາລ-ບັກຮາຍຕີ (Mohammed al-Bukhaiti), ສະມາຊິກຜູ້ ນໍາທາງດ້ານການເມືອງຂອງພວກກໍ່ການຮ້າຍຮູຕີ ກ່າວໃນການໃຫ້ສໍາພາດກັບອົງການຂ່າວ ອິສເວັສເຕຍ (Izvestia) ຂອງຣັດເຊຍວ່າ ເສັ້ນທາງການຂົນສົ່ງທີ່ອ້ອມບໍລິເວນດິນແດນຂອງເຢເມນແມ່ນປອດໄພສໍາລັບຂະບວນເຮືອຈາກ ຈີນ ແລະ ຣັດເຊຍ, ຖ້າຫາກຂະບວນເຮືອເຫຼົ່ານີ້ ບໍ່ມີການເຊື່ອມຕໍ່ ກັບອິສຣາແອລ, ອີງຕາມລາຍງານຂອງອົງການຂ່າວ AFP ໃນ​ວັນ​ສຸກ​ມື້​ນີ້ ໂດຍ​ອ້າງ​ອີງ​ຈາກອົງການຂ່າວອິສເວັສເຕຍ.

ພວກກໍ່ການຮ້າຍຮູຕີກ່າວວ່າ ພວກເຂົາກໍາລັງສະແດງອອກ ເຖິງຄວາມສາມັກຄີກັບຊາວປາແລສໄຕນ໌ ທ່າມກາງສົງຄາມຂອງອິສຣາແອລ ຕໍ່ຕ້ານກຸ່ມຮາມາສຢູ່ໃນຂົງເຂດກາຊາ ແລະໄດ້ທໍາການໂຈມຕີຫຼາຍກວ່າ 30 ຄັ້ງຢູ່ໃນຂົງເຂດທະເລແດງ.

ແຜນທີ່ກ່ຽວກັບຄວາມຮຸນແຮງຢູ່ໃນພາກພື້ນ ທີ່ເຊື່ອມຕໍ່ກັບອີຣ່ານ.
ແຜນທີ່ກ່ຽວກັບຄວາມຮຸນແຮງຢູ່ໃນພາກພື້ນ ທີ່ເຊື່ອມຕໍ່ກັບອີຣ່ານ.

ແນວໃດກໍ່ຕາມ, ພວກກໍ່ການຮ້າຍຮູຕີໄດ້ທຳການໂຈມຕີກຳປັ່ນທີ່ເບິ່ງຄືວ່າບໍ່ໄດ້ມີການພົວພັນກັບອິສຣາແອລກໍມີ, ສົ່ງຜົນເຮັດໃຫ້ບໍລິສັດຂົນສົ່ງບາງແຫ່ງ ຫຼີກ ລ່ຽງອອກຈາກເສັ້ນທາງຂົນສົ່ງ ທີ່ພວກກໍ່ການຮ້າຍຮູຕີກໍາລັງທຳການໂຈມຕີຢູ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG