ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ໂຈມ​ຕີ​ສະ​ຖານ​ທີ່​ຍິງ​ລູກ​ສອນ​ໄຟ​ຂອງ​ກຸ່ມ ຮູ​ຕີ ໃນ​ປະ​ເທດ ເຢ​ເມນ


ຜູ້​ສະ​ໜັບ​ສະ​ໜູນ​ກຸ່ມ ຮູ​ຕີ ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ຕໍ່​ຕ້ານ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ນຳ​ພາ​ໂດຍ ສະ​ຫະ​ລັດ ໃນ ເຢ​ເມນ ແລະ ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຊາວ ປາ​ແລັ​ສ​ໄຕ​ນ໌ ໃນ​ເຂດ ກາ​ຊາ, ນະ​ຄອນຫຼວງ ຊານ​າ​, ເຢ​ເມນ, 9 ກຸມ​ພາ 2024.
ຜູ້​ສະ​ໜັບ​ສະ​ໜູນ​ກຸ່ມ ຮູ​ຕີ ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ຕໍ່​ຕ້ານ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ນຳ​ພາ​ໂດຍ ສະ​ຫະ​ລັດ ໃນ ເຢ​ເມນ ແລະ ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຊາວ ປາ​ແລັ​ສ​ໄຕ​ນ໌ ໃນ​ເຂດ ກາ​ຊາ, ນະ​ຄອນຫຼວງ ຊານ​າ​, ເຢ​ເມນ, 9 ກຸມ​ພາ 2024.

ກອງ​ທັບ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ 4 ຄັ້ງ​ໃນ​ວັນ​ພຸດ​ວານນີ້ ໂດຍ​ແນ​ເປົ້​າ​ໃສ່​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຕໍ່​ຕ້ານ​ກຳ​ປັ່ນ​ໃນ​ເຂດ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ກຸ່ມ​ກະ​ບົດ​ຮູ​ຕີຂອງ​ປະ​ເທດ ເຢ​ເມນ.

ກອງ​ບັນ​ຊາ​ການ​ສູນ​ກາງ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ​ການ​ໂຈມ​ຕີ​ຕ່າງໆ​ໄດ້​ຖືກ​ລູ​ກ​ສອນ​ໄຟ​ນຳ​ວິ​ຖີ​ເຄື່ອນ​ທີ່ 7 ລູກ ແລະ ເຄື່ອງ​ຍິງ​ລູກ​ສອນ​ໄຟ ​ທີ່​ພ້ອມ​ຈະ​ຍິງ​ໄປ​ໃສ່​ທະ​ເລ​ແດງ.

ກອງ​ກຳ​ລັງ ສະ​ຫະ​ລັດ ຍັງ​ໄດ້​ຍິງ​ໂດ​ຣນ​ທີ່​ທຳ​ການ​ໂຈມ​ຕີ​ທາງ​ດຽວ​ຕົກ, ອີງ​ຕາມກອງ​ບັນ​ຊາ​ການ​ສູນ​ກາງ ສະ​ຫະ​ລັດ.

ການ​ໂຕມ​ຕີ​ຕ່າງໆ​ແມ່ນ​ຖືກ​ດຳ​ເນີນ​ຂຶ້ນ​ເພື່ອ​ຕອບ​ໂຕ້​ຕໍ່​ສິ່ງ​ທີ່ກອງ​ບັນ​ຊາ​ການ​ສູນ​ກາງ​ ສະ​ຫະ​ລັດ ເອີ້ນ​ວ່າ “ໄພ​ຂົ່ມ​ຂູ່​ທີ່​ໃກ້​ຈະ​ເກີດ​ຂຶ້ນ ​ຕໍ່​ກຳ​ປັ່ນ​ການ​ຄ້າ​ທັງຫຼາຍ ແລະ ຕໍ່​ກຳ​ປັ່ນ​ກອງ​ທັບ​ເຮືອ ສະ​ຫະ​ລັດ ໃນ​ພາກ​ພື້ນ​ດັ່ງ​ກ່າວ.”

ພວກ​ຫົວ​ຮຸນ​ແຮງ ຮູ​ຕີ ໄດ້​ດຳ​ເນີນ​ການ​ໂຈມ​ຕີຫຼາຍ​ສິບ​ຄັ້ງ ​ນັບ​ຕັ້ງ​ແຕ່​ເດືອ​ນ​ພະ​ຈິກ​ເປັນ​ຕົ້ນ​ມາ, ຂັດ​ຂວາງ​ເສັ້ນ​ທາງ​ການ​ຂົນ​ສົ່ງ​ທີ່​ສຳ​ຄັນ​ໃນ​ທະ​ເລ​ແດງ. ຫຼາຍ​ບໍ​ລິ​ສັດ​ຂົນ​ສົ່ງ​ໄດ້​ເລືອກ​ທີ່​ຈະ​ຫຼີກ​ລ່ຽງ​ເຂດ​ດັ່ງ​ກ່າວ, ໂດຍ​ໃຊ້​ເສັ້ນ​ທາງ​ທີ່​ຍາວ​ກວ່າ ແລະ ແພງກວ່າ​ເພື່ອ​ສົ່ງ​ກຳ​ປັ່ນ​ອອ​ກ​ໄປ​ອ້ອມ ອາ​ຟ​ຣິ​ກາ.

ການ​ໂຈມ​ຕີ​ຂອງວັນ​ພຸດ​ວານນີ້​ໄດ້​ເກີດ​ຂຶ້ນ​ນຶ່ງວັນ ຫຼັງ​ຈາກ​ທຳ​ນຽບ​ຫ້າ​ແຈ​ໄດ້​ຢືນ​ຢັນ​ວ່າ​ກຸ່ມ​ຮູ​ຕີ ທີ່​ໄດ້​ຮັບ​ການ​ໜູນຫຼັ​ງ​ໂດຍ​ອີ​ຣ່ານ ໄດ້​ຍິງ​ໂດ​ຣນ MQ-9 Reaper ຕົກ​ຢູ່ນອກ​ຊາຍ​ຝັ່ງ​ຂອງ ເຢ​ເມນ.

ອ່ານ​ຂ່າວນີ້ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG