ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ໂຈມ​ຕີ ຂອງ ສ​ຫລ ແນ​ເປົ້າໃສ່ ​ຜູ້​​ວາງ​ລະ​ເບີດ ​​ກຳ​ປັ່ນ​ລົບ ຢູ່ ເຢ​ເມນ


ກຳ​ປັ່ນ​ລົບ ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ USS Cole ກຳ​ລັງ​ຖືກ​ແກ່ ໄປ​ຈາກ​ເມືອງ​ທ່າ​ເອ​ເດັນ ໃນ​ປະ​ເທດ​ເຢ​ເມນ ເມື່ອ​ວັນ​ທີ 29 ຕຸ​ລາ ປີ 2000.
ກຳ​ປັ່ນ​ລົບ ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ USS Cole ກຳ​ລັງ​ຖືກ​ແກ່ ໄປ​ຈາກ​ເມືອງ​ທ່າ​ເອ​ເດັນ ໃນ​ປະ​ເທດ​ເຢ​ເມນ ເມື່ອ​ວັນ​ທີ 29 ຕຸ​ລາ ປີ 2000.

ການ​ໂຈມ​ຕີ​ ທາງ​ອາ​ກາດ ​ຂອງ​ສະ​ຫະ​ລັດ ​ຢູ່​ເຢ​ເມນ ແມ່ນ​ແນ​ໃສ່​ນຶ່ງ​ໃນ​ບັນ​ດາ​ກຸ່ມ​ທີ່​ວາງ
ແຜນ​ໂຈມ​ຕີ​ກຳ​ປັ່ນ​ລົບ USS Cole ຂອງ​ສະ​ຫະ​ລັດ ທີ່​ເຮັດ​ໃຫ້​ທະ​ຫານເຮືອ 17 ຄົນ​ເສຍ
​ຊີ​ວິດ ໃນ​ປີ 2000.

ກັບ​ຕັນ ​ບິ​ລ ເອີ​ແບັນ ຈາກກອງ​ທັບ​ເຮືອ​ສະ​ຫະ​ລັດ ທີ່​ເປັນ​ໂຄ​ສົກ​ໃຫ້​ແກ່ກອງ​ບັນ​ຊາ​ການ​
ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ວ່າ ການ​ໂຈມ​ຕີທາງ​ອາ​ກາດ ດ້ວຍ​ລະ
​ເບີດ​ນຳ​ທິດ​ທາງ ໃນ​ແຂວງ​ມາ​ຣິບ ຂອງ​ເຢ​ເມນ​ໃນ​ວັນອັງ​ຄານ​ຜ່ານ​ມາ ແມ່ນ​ແນ​ໃສ່​ທ້າວ​
ຈາ​ມາ​ລ ອາ​ລ-ບາ​ດາ​ວີ ນຶ່ງ​ໃນ 6 ​ຜູ້ປະ​ຕິ​ບັດ​ງານ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ​ ທີ່​ຖືກ
​ພົບ​ເຫັນວ່າ​ ມີ​ຄວາມ​ຜິດ​ໃນ​ການ​ວາງ​ລະ​ເບີດ​ໂຈມ​ຕີແລະ​ເປັນ​ບຸກ​ຄົນ​ທີ່​ຫຼົບ​ລີ້​ໜີ​ກົດ​ໝາຍ
ທີ່​ທາງ​ອົງການ​ສັນ​ຕິ​ບານ​ກາງ​ຫຼື FBI ຂອງ​ສະ​ຫະ​ລັດ ຕ້ອງ​ການ​ຕົວ​ທີ່​ສຸດ.

ກັບ​ຕັນ​ເອີ​ແບັນກ່າວ​ໃນ​ວັນ​ສຸກວານນີ້​ວ່າ “ກຳ​ລັງ​ສະ​ຫະ​ລັດ​ພວມ​ຊັ່ງ​ຊາ​ເບິ່ງ​ຜົນຂອງ​ການ
​ໂຈມ​ຕີ​ດັ່ງ​ກ່າວ​ ໂດຍ​ປະ​ຕິ​ບັດຕາມ​ຂັ້ນ​ຕອນ ຢ່າງ​ຮອບ​ຄອບ ​ໃນ​ການ​ໃຫ້ການ​ຢືນ​ຢັນ​ກ່ຽວ​
ກັບ​ການ​ຕາຍ​ຂອງ​ຜູ້​ກ່ຽວ.”

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທ່ານ​ນຶ່ງ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ສະ​ຫະ​ລັດ​ພວມລໍ​ຖ້າຜົນ​ການກວດ ສອບ DNA ກ່ອນ​ທີ່​ຈະ​ປະ​ກາດ​ ຢ່າງ​ເປັນ​ທາງ​ກາ​ນ​ ກ່ຽວ​ກັບການ​ຕາຍ​ຂອງ​
ທ້າວອາ​ລ-ບາ​ດາ​ວີ.

ເມື່ອ​ເດືອນ​ຕຸ​ລາ ປີ 2000 ທະ​ຫານ​ເຮືອ​ອາ​ເມ​ຣິ​ກັນ 17 ຄົນ​ ຈາກ​ກຳ​ປັ່ນ​ລົບ​ຕິດ​ລູກ​ສອນ
​ໄຟ​ນຳ​ວິ​ຖີ USS Cole ໄດ້​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ສະ​ຫຼະ​ຊີບທີ່​ອ່າວ​ເອ​ເດັນ. ນອກນັ້ນ
ຍັງ​ມີ​ທະ​ຫານ​ເຮືອ​ອີກ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ໄດ້​ອ້າງ
​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ໂຈມ​ຕີດັ່ງ​ກ່າວ.

ທ້າວອາ​ລ-ບາ​ດາ​ວີ ຖືກ​ຈັບ​ໂດຍ​ເຈົ້າ​ໜ້າ​ທີ່​ເຢ​ເມນ​ໃນ​ປີ 2000 ​ຜູ້​ກ່ຽວ ​ໄດ້ຫຼົບ ໜີ​ຈາກ​ຄຸກ
​ໃນ​ປີ 2003 ຖືກ​ຈັບ​ໄດ້​ອີກ ​ໂດຍ​ເຈົ້າ​ໜ້າ​ທີ່​ເຢ​ເມນ ​ໃນ​ປີ 2004 ແລະຫຼັງ​ຈາກນັ້ນກໍ​ຫຼົບ​ໜີ​
ຕື່ມ​ອີກ​ໃນ​ປີ 2006.

ທ້າວອາ​ລ-ບາ​ດາ​ວີ ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ການ​ກໍ່​ການ​ຮ້າຍ 50 ກະ​ທົງ ຮວມ
​ທັງ​ສັງ​ຫານ​ປະ​ຊາ​ຊົນ ແລະ​ເຈົ້າ​ໜ້າ​ທີ່ທະ​ຫານ​ອາ​ເມ​ຣິ​ກັນ. ນອກ​ຈາກບົດ​ບາດ​ໃນ​ການ​
ວາງ​ລະ​ເບີດ​ແລ້ວ ຜູ້​ກ່ຽວ​ຍັງ​ຖືກ​ຂໍ້​ຫາ​ ພະ​ຍາ​ຍາມ​ທີ່​ຈະ​ໂຈມ​ ກຳປັ່ນ​ລົບ​ສະ​ຫະ​ລັດ ເມື່ອ
ເດືອນ​ມັງ​ກອນ​ປີ 2000.

ຂະ​ນະ​ດຽວ​ກັນ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງກຳ​ລັງສະ​ຫະ​ລັດ ທີ່​ເມືອງ​ອາ​ລ-ເດ​ແມນ
ປະ​ເທດ​ເຢ​ເມນ ໃນ​ວັນ​ສຸກວານນີ້ ແມ່ນ​ແນ​ໃສ່​ພວກ​ໜ່ວຍ​ປະ​ຕິ​ບັດ​ງານ​ທີ່ຫຼົບ​ລີ້​ໜີ​ກົດ​
ໝາຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ໃນ​ແຫຼມ​ອາ​ຣາ​ເບຍ ອີງ​ຕາມເຈົ້າ​ໜ້າ​ທີ່​ສະ​ຫະ
​ລັດ​ທ່ານ​ນຶ່ງ.

ສະ​ຫະ​ລັດ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ 36 ເທື່ອ ຢູ່​ໃນ​ເຢ​ເມນ ໃນ​ປີ 2018 ຊຶ່ງ​ສ່ວນ
​ໃຫຍ່​ແລ້ວ ແມ່ນ​ແນ​ໃສ່​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ​ໃນ​ແຫຼມ​ອາ​ຣາ​ເບຍ ພ້​ອມ​ກັບ ​ກຸ່ມ
​ລັດ​ອິ​ສ​ລາມ​ໃນ​ເຢ​ເມນ​ນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG