ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ແນເປົ້າການໂຈມຕີ ໃສ່ກຸ່ມກໍ່ການຮ້າຍ ອາລກາອີດາ ໃນຊີເຣຍ


ຮູບພາບນີ້ ຖ່າຍເມື່ອວັນທີ 20 ກັນຍາ, ປີ 2021. ໄດ້ເປີດເຜີຍໃຫ້ເຫັນລົດທີ່ຖືກທໍາລາຍ ໂດຍອັນທີ່ເຊື່ອວ່າ ເປັນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂົບ, ໃນເຂດຊານເມືອງ ທາງພາກຕາເວັນອອກສຽງເໜືອ ຂອງເມືອງອິດລິບ ໃນພາກຕາເວັນຕົກສຽງເໜືອຂອງປະເທດຊີເຣຍ.
ຮູບພາບນີ້ ຖ່າຍເມື່ອວັນທີ 20 ກັນຍາ, ປີ 2021. ໄດ້ເປີດເຜີຍໃຫ້ເຫັນລົດທີ່ຖືກທໍາລາຍ ໂດຍອັນທີ່ເຊື່ອວ່າ ເປັນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂົບ, ໃນເຂດຊານເມືອງ ທາງພາກຕາເວັນອອກສຽງເໜືອ ຂອງເມືອງອິດລິບ ໃນພາກຕາເວັນຕົກສຽງເໜືອຂອງປະເທດຊີເຣຍ.

ພຽງບໍ່ເທົ່າໃດວັນຫລັງຈາກທີ່ສະຫະລັດຍອມຮັບວ່າມີການສັງຫານພົນລະເຮືອນແທນທີ່ຈະແມ່ນຜູ້ກໍ່ການຮ້າຍ ໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃນອັຟການິສຖານນັ້ນ, ກອງທັບສະຫະລັດກໍເປີດສາກໂຈມຕີ ເພື່ອສັງຫານຜູ້ກໍ່ການຮ້າຍລະດັບສູງຄົນນຶ່ງ ໃນຊີເຣຍ.

ຜູ້ບັນຊາການກຳລັງສະຫະລັດໃນພາກຕາເວັນອອກກາງ ກ່າວໃນມື້ວັນຈັນວານນີ້ວ່າ ໄດ້ມີການໂຈມຕີທາງອາກາດ ໃກ້ກັບເມືອງ ອິດລິບ, ໂດຍແນເປົ້າໃສ່ຜູ້ນໍາຂອງກຸ່ມກໍ່ການຮ້າຍ ອາລກາອີດາ ຄົນນຶ່ງ.

“ສິ່ງບົ່ງຊີ້ເບື້ອງຕົ້ນຄື ພວກເຮົາໄດ້ໂຈມຕີໃສ່ບຸກຄົນ ທີ່ພວກເຮົາຕ້ອງການ,” ໂຄສົກຍິງຂອງກອງບັນຊາການ ກຳລັງສະຫະລັດ ໃນພາກຕາເວັນອອກກາງ ຮ້ອຍໂທໂຈຊີ ລີນ ເລັນນີ (Josie Lynne Lenny) ກ່າວໃນຖະແຫລງການ.

“ບໍ່ມີການບົ່ງຊີ້ການເສຍຊີວິດຂອງພົນລະເຮືອນທີ່ມີຜົນມາຈາກການໂຈມຕີດັ່ງກ່າວ,” ທ່ານນາງກ່າວ.

ເຈົ້າໜ້າທີ່ທໍານຽບ 5 ແຈ ຢືນຢັນເຖິງການໂຈມຕີ, ແຕ່ບໍ່ສາມາດເປີດເຜີຍລາຍລະອຽດໃດໆເພີ້ມຕື່ມ.

ພວກຈີຮາດີສ ມີການໂພສລົງສື່ສັງຄົມອອນລາຍໃນມື້ວັນຈັນວານນີ້ ໂດຍກ່າວວ່າ ການໂຈມຕີໄດ້ສັງຫານເຈົ້າໜ້າທີ່ສອງຄົນ ຂອງກຸ່ມຮູຣາສ ອາລ-ດີນ (Hurras al-Din) ຊຶ່ງເປັນເຄືອຂ່າຍຂອງອາລກາອີດາ.

ອີງຕາມການລາຍງານຂອງກຸ່ມສືບລັບ ໄຊທ໌ (SITE), ຂໍ້ຄວາມດັ່ງກ່າວໄດ້ເວົ້າວ່າ ການໂຈມຕີຂອງສະຫະລັດໄດ້ສັງຫານ ອາບູ ຮໍາຊາ ອາລ-ເຢເມນີ (Abu Hamza al-Yemeni), ຜູ້ບັນຊາການທະຫານ, ແລະເຈົ້າໜ້າທີ່ຄົນທີສອງທີ່ມີຊື່ວ່າ ອາບູ ອາລ-ບາຣາ ອາລ-ຕູນີຊີ (Abu al-Bara al-Tunisi).

https://twitter.com/jseldin/status/1440027081396654083?s=20

ນັກວິເຄາະກ່າວວ່າ ການໂຈມຕີທາງອາກາດເທື່ອນີ້ເປັນການຢືນຢັນເຖິງການໂຈມຕີຄັ້ງທໍາອິດຂອງສະຫະລັດ ຕໍ່ກຸ່ມກໍ່ການຮ້າຍອາລກາອີດາຢູ່ໃນຊີເຣຍປີນີ້, ແຕ່ການກົດດັນຂອງສະຫະລັດ ຍັງຄົງດໍາເນີນຕໍ່ໄປ.

“ສະຫະລັດມີປະຫວັດທີ່ໜ້າປະທັບໃຈໃນການໂຈມຕີທີ່ແມ່ນຢໍາ ໂດຍມີເປົ້າໝາຍໃສ່ໜ່ວຍປະຕິບັດງານ ກຸ່ມກໍ່ການຮ້າຍອາລກາອີດາ ຢູ່ໃນພາກຕາເວັນຕົກສຽງເໜືອຂອງຊີເຣຍ, ໂດຍສະເພາະຕັ້ງແຕ່ຊ່ວງກາງປີ 2019 ເປັນຕົ້ນມາ, ເມື່ອສະມາຊິກຜູ້ນໍາລະດັບໂລກ ຂອງກຸ່ມອາລກາອີດາ ຖືກໂຈມຕີດ້ວຍໂດຣນຂອງສະຫະລັດ,” ອີງຕາມຊາລສ໌ ລິສເຕີ (Charles Lister), ຈາກສະຖາບັນພາກຕາເວັນອອກກາງ ທີ່ມີສຳນັກງານຕັ້ງຢູ່ວໍຊິງຕັນ ກ່າວຕໍ່ VOA.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG