ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ຂອງ ສະຫະລັດ ສັງຫານນັກລົບ ອາລກາອີດາ 100 ກວ່າຄົນ ໃນຊີເຣຍ


ແຂວງອິດລິບ ຂອງຊີເຣຍ
ແຂວງອິດລິບ ຂອງຊີເຣຍ

ການ​ໂຈມ​ຕີ​ທາງ​ອາກາດຂອງສະຫະລັດ ​ໄດ້​ສັງຫານ​ພວກ​ນັກ​ລົບ ​ຂອງ​ກຸ່ມ​ອາລກາ​ອີ​ດາ​ຫຼາຍກວ່າ 100 ຄົນທີ່​ຄ້າຍ​ຝຶກ​ແຫ່ງ​ນຶ່ງໃນ​ຊີ​ເຣຍ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ກະຊວງ ປ້ອງ​ກັນ​ປະ​ເທດທີ່​ແຈ້ງ​ໃຫ້​ວີ​ໂອ​ເອຊາບ ​ໃນ​ວັນ​ສຸກ​ວານ​ນີ້ ​ໃນ​ການ​ປະຕິບັດ​ງານທາງ​ທະ ຫານ​ທີ່​ສຳຄັນ​ເພື່ອ​ໂຈມ​ຕີ​ກຸ່ມ​ການ​ຮ້າຍ​ດັ່ງກ່າວພາຍ​ໃຕ້​ປະທານາທິບໍດີບາຣັກ ​ໂອ​ບາ​ມາ.

​ເຮືອບິນ​ຖິ້ມລະ​ເບີດ​ຍຸດ​ທະ​ສາດ ບີ 52 ​ໄດ້​ຖິ້ມລະ​ເບີດ​ໃສ່​ຄ້າຍ​ຝຶກ​ຂອງ​ພວກ​ກໍ່​ການ​ຮ້າຍ​ໃນ​ຕອນ​ແລງ​ວັນ​ພະຫັດ​ຜ່ານ​ມານີ້ຕາມ​ເວລາ​ໃນ​ທ້ອງ​ຖິ່ນ. ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ຄ້າຍ​ນີ້ຕັ້ງຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ເມືອງ​ອາ​ເລັບໂປ​ໃນ​ແຂວງ Idlib.

ກ່ອນ​ໜ້ານີ້ ຄ້າຍ​ດັ່ງກ່າວ​ແມ່ນ​ເປັນ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ Jabhat Fatah al-Sham ຊຶ່ງ​ ຮູ້ກັນ​ຢ່າງ​ເປັນ​ທາງ​ການ ​ໃນ​ຊື່ al-Nusra ນັ້ນ ກ່ອນ​ທີ່​ກຸ່ມ​ອາລກາອີ​ດາ​ ຈະ​ເລີ້ມ​ໃຊ້​ເປັນ ​ຄ້າຍ​ຝຶກ​ພື້ນຖານ​ທາງ​ທະຫານ​ຂອງ​ຕົນ.

​ເຈົ້າໜ້າ​ທີ່​ກ່າວ​ຕື່ມ​ວ່າ “ນີ້​ແມ່ນ​ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ເປັນ​ຄ້າຍ​ຝຶກມາ​ໄດ້​ສອງ​ປີ​ແລ້ວ.”

ພວກ​ຫົວ​ຮຸນ​ແຮງ​ທັງ​ໝົດ​ແມ່ນ​ຢູ່​ໃນ​ອາຄານ​ຫລັງນຶ່ງ ​ໃນ​ເວລາ​ທີ່​ມີ​ການ​ໂຈມ​ຕີບໍ່ມີພວກ​ ແມ່ຍິງ​ແລະ​ເດັກນ້ອຍ ຢູ່​ໃນ​ຄ້າຍ​ດັ່ງກ່າວ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່.

ການ​ໂຈມ​ຕີນີ້​ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ເຮືອບິນ​ຖິ້ມລະ​ເບີດ ບີ 2 ສອງ​ລຳ ​ໄດ້​ສັງ ຫານ​ພວກ​ນັກ​ລົບ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ຫຼາຍກວ່າ 80 ຄົນ ທີ່ ຄ້າຍຂອງ​ພວກ​ເຂົາ​ສອງ​ແຫ່ງ ​ຕັ້ງຢູ່​ທາງ​ກ້ຳ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ເມືອງ Sirte ​ໃນ​ປະ​ເທດ​ລີ​ເບຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG