ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ຂອງ ສຫລ ສັງຫານ ພວກຫົວຮຸນແຮງ ອາລ-ຊາບັບ 13 ຄົນ ໃນໂຊມາເລຍ


ທຳນຽບຫ້າແຈ ໄດ້ກ່າວໃນວັນພຸດ ວານນີ້ ວ່າ ການໂຈມຕີທາງອາກາດ ກ່ອນວັນ
ຄຣິສມັສ ຢູ່ພາກໃຕ້ຂອງໂຊມາເລຍ ໄດ້ສັງຫານພວກຫົວຮຸນແຮງ ອາລ-ຊາບັບ
13 ຄົນ.

ກອງບັນຊາການ ສະຫະລັດ ພາກພື້ນອາຟຣິກາ ໄດ້ກ່າວວ່າ ລັດຖະບານຂອງ
ໂຊມາເລຍ ໄດ້ຊ່ອຍປະສານງານ ໃນການປະຕິບັດການດັ່ງກ່າວ ຢູ່ກ້ຳຕາເວັນຕົກ
ສຽງເໜືອ ຂອງເມືອງ ກິສມາໂຢ.

ຜູ້ບັນຊາການທະຫານຂອງໂຊມາເລຍ ທ່ານນຶ່ງ ຢູ່ໃນພື້ນທີ່ ໄດ້ບອກວີໂອເອ ວ່າ
“ການໂຈມຕີ ໄດ້ແນເປົ້າໝາຍໃສ່ ພວກຫົວຮຸນແຮງ ໃນຂະນະທີ່ພວກເຂົາກຳລັງ
ເຄື່ອນໄຫວ ເພື່ອເລີ່ມທຳການໂຈມຕີ ຕໍ່ຖານທັບຂອງພວກເຮົາ. ເປັນຈັ່ງໂຊກ ທີ່ກອງທັບຈາກປະເທດພັນທະມິດ ສາມາດສະກັດກັ້ນ ພວກເຂົາໄດ້ ໂດຍການ
ໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ແລະ ໄດ້ສັງຫານ ພວກເຂົາ 13 ຄົນ.”

ສະຫະລັດ ໄດ້ດຳເນີນການໂຈມຕີທາງອາກາດ ຕໍ່ຕ້ານກຸ່ມ ອາລ-ຊາບັບ ປະມານ
30 ຖ້ຽວ ໃນປີນີ້ ທີ່ລວມທັງ ການໃຊ້ໂດຣນ ທີ່ແນເປົ້າໝາຍໃສ່ ຄ້າຍຝຶກແອບ ຂອງ
ພວກຫົວຮຸນແຮງ ເມື່ອເດືອນແລ້ວນີ້ ເຊິ່ງໄດ້ສັງຫານ 100 ຄົນ.

ນາຍພົນຜູ້ອາວຸໂສຂອງກອງທັບບົກ ໂຊມາເລຍ ໄດ້ກ່າວໃນວັນພຸດວານນີ້ ວ່າ ພວກ
ຫົວຮຸນແຮງ ອາລ-ຊາບັບ ຫຼາຍກວ່າ 20 ຄົນ ທີ່ລວມທັງ ຜູ້ບັນຊາການລະດັບກາງ 2
ຄົນ ໄດ້ຍອມຈຳນົນ ຕໍ່ກຳລັງຮັກສາຄວາມສະຫງົບຂອງໂຊມາເລຍ ໃນຕະຫຼອດ
ໄລຍະ 2 ສັບປະດາຜ່ານມານີ້.

ທ່ານ ອັບດູລລາຮີ ອີສັກ ອີບຣາຮິມ ຫົວໜ້າຜູ້ບັນຊາການທະຫານ ຂອງລັດເຂດ
ພາກໃຕ້ ແລະຕາເວັນຕົກ ຢູ່ໃນໂຊມາເລຍ ໄດ້ບອກວີໂອເອ ວ່າ ພວກຫົວຮຸນແຮງ
ໄດ້ຕົກລົງ ທີ່ຈະວາງອາວຸດ ແລະ ຍອມຈຳນົນ ຕໍ່ກອງທັບແຫ່ງຊາດຂອງໂຊມາເລຍ
ຢູ່ໃນກຸ່ມຕ່າງຫາກ.

ທ່ານ ອີບຣາຮິມ ໄດ້ເວົ້າວ່າ “ຜູ້ບັນຊາການຄົນນຶ່ງ ແມ່ນຮັບຜິດຊອບ ດ້ານການເງິນ
ແລະ ການເກັບກຳເອົາການບໍລິຈາກ ສຳລັບກຸ່ມອາລ-ຊາບັບ ຢູ່ໃນຂົງເຂດ ແລະ
ອີກຄົນນຶ່ງ ແມ່ນຮັບຜິດຊອບເລື່ອງການຂົນສົ່ງ.”

ທ່ານອີບຣາຮິມ ຍັງໄດ້ກ່າວອີກວ່າ ອະດີດຜູ້ນຳ ກຸ່ມອາລ-ຊາບັບ ມຸກຕາຣ ໂຣບາວ
ໄດ້ ຊັກຊວນພວກຫົວຮຸນແຮງ ໃຫ້ພວກເຂົາຍອມແພ້. ທ້າວ ໂຣບາວ ໄດ້ໂຕນໜີ
ຈາກກຸ່ມດັງກ່າວ ແລະ ໄດ້ຍອມຈຳນົນ ຕໍ່ລັດຖະບານຂອງໂຊມາເລຍ ໃນເດືອນ
ສິງຫາ ຫຼັງຈາກທີ່ໄດ້ເຈລະຈາ ກັບບັນດາເຈົ້າໜ້າທີ່ ລັດຖະບານຂອງໂຊມາເລຍ ແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG